ບົດຂ່າວ

ໃນວັນທີ 26 ມິຖຸນາ 2008 ໄດ້ມີ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມື ພັດທະນາ ອຸດສະຫະກຳຊອບແວ ແລະ ເນື້ອໃນຂໍ້ມູນແບບດິຈິຕອນ ລະຫວ່າງ ສະຖາບັນຄົ້ນຄວ້າແອັງຟອກມາຕິກ (Information Technology Research Institute) ຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (National Authority for Science and Technology) ແລະ ສຳນັກງານສົ່ງເສີມອຸດ ສະຫະກຳຊອບແວແຫ່ງຊາດ (Software Industry Promotion Agency, SIPA) ຂອງ ກະຊວງ ເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ (Ministry of Information and Communication Technology) ປະເທດໄທ.

DSC00960.JPG

ພາຍໃຕ້ ບົດບັນທຶກຄວາມເຂົ້າໃຈນີ້, ທາງຝ່າຍໄທ ຈະໃຫ້ການສະໜັບສະໜູນ ຊ່ວຍເຫລືອ ທາງ ດ້ານການ ສ້າງຄວາມເຂັ້ມແຂງ ພັດທະນາ ອຸດສະຫະກຳຊອບແວ ແລະ ຮັບພະນັກງານໄປຝຶກອົບຮົມ ຄົ້ນຄວ້າຢູ່ປະ ເທດໄທ ພັດທະນາອຸດສະຫະກຳຊອບແວ ຮ່ວມກັນ. ນອກຈາກນັ້ນ ຍັງຈະເປັນຜູ້ປະສານງານ ກັບພາກສ່ວນ ທຸລະກິດຂອງທັງສອງປະເທດ ໃນການຮ່ວມມືພັດທະນາອຸດສະຫະກຳຊອບແວ ເຮັດໃຫ້ ສປປ ລາວ ​ເປັນຜູ້​ຜະລິດ ​ແລະ ສົ່ງ​ອອກ​ອຸດ​ສະຫະ​ກຳ​ຊອບ​ແວ. ​ແລະ ສ້າງ​ກາລະ​ໂອກາດ​ໃຫ້​ນັກ​ລົງທຶນ ​​ໄທ​ໄດ້​ດຳ​ເນີນ​ການ​ ພັດທະນາ​ຊອບ​ແວ ຢູ່​ລາວ ​ແລະ ສົ່ງ​ອອກ​ຊອບ​ແວ.

DSC00941.JPG DSC00942.JPG

 

ສຳນັກງານສົ່ງເສີມອຸດສະຫະກຳຊອບແວແຫ່ງຊາດ ປະເທດໄທ ແມ່ນອົງກອນໜຶ່ງ ຂອງກະຊວງ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຂອງປະເທດໄທ ທີໜ້າທີ່ໃນການຄົ້ນຄວ້າ-ພັດທະນາຊອບແວຕ່າງໆ ເພື່ອຮັບໃຊ້ 5 ແຜນງານບູລິມະສິດຂອງລັດຖະບານ ຄືການພັດທະນາລະບົບ E-Government, E-commerce, e-Industry, e-Learning, e-Society ນອກນັ້ນ ກໍ່ຍັງໄດ້ເຕົ້າໂຮມບັນດາ ຜູ້ບໍລິການທາງດ້ານຊອບແວ ທັງພາກລັດ, ເອກະຊົນ ແລະ ສະຖາບັນການສຶກສາ ເພື່ອສ້າງເປັນສະມາ ຄົມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການຮັບເໝົາວຽກງານ ສ້າງຊອບແວ ແລະ ໂປຣແກມຕ່າງໆຂອງລັດຖະບານ.