ຈຸດປະສົງຂໍ້ຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ແບບແຜນ ວິທີເຮັດວຽກ ຂອງ ສະຖາບັນຄົ້ນຄ້ວາແອັງຟອກມາຕິກ.
ທີ່ຕັ້ງ ແລະ ພາລະບົດບາດສະຖາບັນຄົ້ນຄ້ວາແອັງຟອກມາຕິກ ເອີ້ນຫຍໍ້ວ່າ “ສຄອຕ” ແມ່ນການຈັດຕັ້ງໜຶ່ງ ສັງກັດໃນໂຄງປະກອບການຈັດຕັ້ງ ຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ອົງການ ໃນການ ຄົ້ນຄ້ວາ, ພັດທະນາ, ສົ່ງເສີມ ແລະ ບໍລິການ ວຽກງານເຕັກໂນໂລຊີ ຂໍ້ມູນຂ່າວສານ.
|