ເຂົ້າສູ່ລະບົບ



ກະຕຸກຊຸກຍູ້ໃຫ້ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ 2 ແຂວງພາກເໜືອ ຫົວພັນ ແລະ ຊຽງຂວາງຂຶ້ນເປັນພະແນກ | ພິມ |  ອີເມລ

    ໃນວັນທີ 5 ພະຈິກ 2009 ທີ່ຫ້ອງປະຊຸມ ຫ້ອງ ວ່າການ ປົກຄອງ ແຂວງຊຽງຂວາງ ໄດ້ມີພິທີ ປະກາດ ການຈັດຕັ້ງ ໃຫ້ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງແຂວງ ຊຽງຂວາງ ໃຫ້ເປັນພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງແຂວງ ໃຫ້ກຽດເຂົ້າຮ່ວມ ໃນພິທີຄັ້ງນີ້ມີ ທ່ານ ວຽງທະໝອມ ພົມມະຈັນ ຜູ້ຮັກສາການເຈົ້າແຂວງ ແຂວງ ຊຽງຂວາງ, ທ່ານ ສາຄອນ ຈະເລີນວົງ ຮອງຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ

(ອວຕຊ), ພະນັກງານ ຈາກສູນກາງ, ຫ້ອງການ ແລະ ຂະແໜງການຕ່າງໆ ອ້ອມຂ້າງ ແຂວງເຂົ້າຮ່ວມ ຢ່າງພ້ອມພຽງ.

  ການຈັດພິທີດັ່ງກ່າວ ແມ່ນເພື່ອ ປະກາດ ການຈັດຕັ້ງ ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຊຽງ ຂວາງ ໃຫ້ເປັນພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ທັງນີ້ກໍ່ເພື່ອ ກະຕຸກຊຸກຍູ້ ວຽກງານ ແລະ ໃຫ້ ແທດເໝາະກັບ ການປະຕິບັດ ວຽກງານໃນ ຂົງເຂດດັ່ງກ່າວ ແລະ ອີງຕາມການ ຂະຫຍາຍຕົວ ຂອງສັງຄົມ. ຫຼັງຈາກນັ້ນ ທ່ານ ສາຄອນ ຈະເລີນວົງ ພ້ອມດ້ວຍທີມງານ ຍັງໄດ້ ເດີນທາງໄປ ແຂວງຫົວພັນ ເພື່ອໄປ ກະຕຸກຊຸກຍູ້ ພະແນກ ຈັດຕັ້ງແຂວງ ໃຫ້ຍົກຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫົວພັນ ຂຶ້ນເປັນ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ປະຈຳແຂວງ.