Login Form



ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ ເວລາແຫ່ງຊາດ ຄັ້ງວັນທີ 22 ຕຸລາ 2009, ທີ່ ນະຄອນຫຼວງວຽງຈັນ

  ສະຖາບັນວັດແທກ ທີ່ຂຶ້ນກັບ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ຮ່ວມກັບ ສະຖາບັນ ມາດວິທະຍາ ແຫ່ງຊາດໄທ ໄດ້ຈັດຕັ້ງ ກອງປະຊຸມ ສຳມະນາ ຂຶ້ນໃນຄັ້ງວັນທີ 22 ຕຸລາ 2009 ທີ່ສະໂມ ສອນ ສຳນັກງານນາຍົກ ລັດຖະມົນຕີ. ໃຫ້ກຽດເຂົ້າ ຮ່ວມເປັນ ປະທານ ກອງປະຊຸມ ໃນຄັ້ງນີ້ ໂດຍ ທ່ານ ດຣ. ໄມດົມ ຈັນທະນະສິນ  ຮອງຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ

ແລະ ມີບັນດາຜູ້ຕາງໜ້າ ຈາກກະຊວງ ຂະແໜງການ ບໍລິສັດ ໂຮງຈັກ ໂຮງງານ ທັງພາກລັດ ແລະ ເອກະຊົນຈາກລາວ ແລະ ໄທ ຈຳນວນ ທັງໝົດ ປະມານ 60 ກວ່າທ່ານເຂົ້າຮ່ວມ.

 

ຈຸດປະສົງ ໃນການຈັດກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມເນື້ອໃນຈິດໃຈ ຂອງ ບົດບັດທຶກຮ່ວມມື ລະຫວ່າງ ສປປ ລາວ ແລະ ລາດຊະອານາຈັກ ໄທ ກ່ຽວກັບ ວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ. ກອງປະຊຸມ ສຳມະນາ ກ່ຽວກັບ ມາດຕະຖານເວລາ ແຫ່ງຊາດ ແມ່ນໜຶ່ງ ໃນຫຼາຍວຽກງານ ກ່ຽວກັບ ວັດແທກ ທີ່ໄດ້ຮັບການ ປະຕິບັດ ຜ່ານມາ ແລະ ເປັນຄັ້ງທຳອິດ ທີ່ຈັດຂຶ້ນ ໃນຫົວຂໍ້ດັ່ງກ່າວນີ້ ສຳລັບຢູ່ ສປປ ລາວ.

      ພ້ອມນັ້ນ ເພື່ອເຫັນໄດ້ເຖິງຄວາມສຳຄັນຂອງວຽກງານມາດຕະຖານ ທ່ານ ດຣ. ໄມດົມ ຈັນທະນະສິນ ຍັງໄດ້ກ່າວບາງເນື້ອໃນວ່າ: ມາດຕະຖານ “ເວລາ”  ແມ່ນມີພາລະບົດບາດທີ່ສຳຄັນ ໃນການດຳລົງຊີວິດ ປະຈຳວັນ ຂອງ ທຸກຄົນ ຊຶ່ງມີສ່ວນກ່ຽວຂ້ອງກັບຫຼາຍຂົງເຂດການເຄື່ອນໄຫວ ໃນການພັດທະນາ ເສດຖະກິດ - ສັງຄົມ ຍ້ອນວ່າ ຖ້າ ຫາກມີຄວາມຜິດພາດດ້ານເວລານ້ອຍໜຶ່ງ ມັນຈະສາມາດ ສົ່ງຜົນ ສະທ້ອນ ແລະ  ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ຕໍ່ຊີວິດ ແລະ ຊັບສິນ ຂອງມະນຸດ. ສະນັ້ນ, ມາດຕະຖານເວລາຈຶ່ງສາມາດເວົ້າໄດ້ວ່າ ແມ່ນມີຄວາມສຳຄັນ ເປັນຢ່າງຍິ່ງ ສຳລັບການສົ່ງເສີມການຜະລິດໃນຂະແໜງການຕ່າງໆ ທີ່ປະກອບສ່ວນເຂົ້າໃນການພັດທະນາ ເສດຖະ ກິດ - ສັງຄົມ ແຫ່ງຊາດ ໃຫ້ປະສົບຜົນສຳເລັດ.