|
ໃນວັນທີ 15 ຕຸລາ 2009 ທີ່ຜ່ານມາ ຢູ່ທີ່ເມືອງ ປາຊັນ, ແຂວງ ບໍລິຄຳໄຊ, ໄດ້ມີພິທີ ມອບ-ຮັບ ສວນ ອຸທິຍານ ວິທະຍາສາດ ແຫ່ງຊາດ ລະຫວ່າງ ລັດຖະ ບານ ລາວ ແລະ ລັດຖະບານ ອີຕາລີ ເຊິ່ງເຂົ້າຮ່ວມ ໃນພິທີຄັ້ງນີ້ ຝ່າຍລາວມີ ທ່ານ ສ.ຈ ດຣ. ບຸນຕຽມ ພິດສະໄໝ ລັດຖະມົນຕີ ປະຈຳສຳນັກງານ ນາຍຍົກ ລັດຖະມົນຕີ, ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ), ທ່ານ ຄຳປານ ພິລາວົງ ເຈົ້າແຂວງ ແຂວງ ບໍລິຄຳໄຊ, ບັນດາ
ລັດຖະມົນຕີຊ່ວຍວ່າການ ຈາກພາກສ່ວນຕ່າງໆ ແລະ ຝ່າຍ ອີຕາລີ ມີ ທ່ານ ມິດເຊວລັງຈີໂລ ພິປານ (Mr. Michelangelo Pipan) ເອກອັກຄະລັດ ຖະທູດ ອີຕາລີ ປະຈຳ ສປປ ລາວ, ພ້ອມນັ້ນ ໃນພິທີຍັງມີພະນັກງານ ຂອງຂະແໜງການຕ່າງໆ ພາຍໃນ ແຂວງ ແລະ ອວຕຊ ເຂົ້າຮ່ວມໃນພິທີຄັ້ງນີ້ ອີກດ້ວຍ.
ຈຸດປະສົງຂອງການຈັດພິທີຄັ້ງນີ້ແມ່ນເພື່ອ ມອບ-ຮັບ ໂຄງການກໍ່ສ້າງຫ້ອງການ ສວນອຸທິຍານ ວິທະຍາສາດ ແຫ່ງຊາດ ຂອງລັດຖະບານ ອີຕາລີ ໃຫ້ແກ່ ລາວ ກໍ່ຄື ອົງການ ວິທະຍາສາດ ແລະ ເຕັກໂນ ໂລຊີ ແຫ່ງຊາດ. ເຊິ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກ ສາທາລະນະ ລັດ ອີຕາລີ ໃນມູນຄ່າ 448.194 ໂດລາ ສະຫະລັດ ແລະ ໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ວັນທີ 29 ເມສາ 2008 ຈົນມາຮອດປັດຈຸບັນ ແມ່ນໄດ້ສຳເລັດ 100 % ຕາມແຜນຜັງ ໂຄງການປະກອບມີ: ຫ້ອງການ, ຫໍພັກ ພະນັກງານ, ຕິດຕັ້ງລະບົບໄຟຟ້າ, ນໍ້າບາດານ, ບຸກເບີກ ສະຖານທີ່ ແລະ ຮົ້ວອ້ອມ ບ່ອນທີ່ມີຄວາມຈຳເປັນ. ໂຄງການດັ່ງກ່າວ ເປັນບາດກ້າວທີ່ໜຶ່ງ ໃນການສົ່ງເສີມການ ຮ່ວມມື ໂດຍກົງລະຫວ່າງສອງຝ່າຍ ລາວ-ອີຕາລີ ອັນຈະເປັນພື້ນຖານ ແລະ ເງື່ອນໄຂອັນດີ ປະກອບສ່ວນ ເຂົ້າໃນ ການຄົ້ນຄວ້າ ແລະ ພັດທະນາ ວິທະຍາສາດ ຢູ່ ສປປ ລາວ. ທັງເຮັດໃຫ້ ສະຖານທີ່ແຫ່ງນີ້ ກາຍເປັນ ສູນການຮ່ວມມື ການຄົ້ນຄວ້າ, ພັດທະນາ, ການຝຶກອົບຮົມ, ເຜີຍແຜ່ ແລະ ນຳໃຊ້ ວິທະຍາສາດ ທາງດ້ານ ພຶກສາສາດ, ຊີວະສາດ, ຊີວະນາໆພັນ, ນິເວດວິທະຍາ ເພື່ອໝູນໃຊ້ ເຂົ້າໃນການ ປົກປັກຮັກສາ ແລະ ສ້າງຄວາມອຸດົມສົມບູນ ໃຫ້ແກ່ ປ່າສະຫງວນ, ລະບົບນິເວດ ລວມທັງ ດິນທາມ ໃນເຂດນີ້, ສ້າງເປັນສູນ ເກັບກຳຂໍ້ມູນຂ່າວສານ ດ້ານຄວາມຮັ່ງມີ ຂອງທຳມະຊາດ ທາງດ້ານ ວິທະຍາສາດ, ເປັນສະຖານທີ່ຖ ອດຖອນບົດຮຽນ ໃຫ້ຜູ້ທີ່ມີຄວາມຕ້ອງການ ນຳໄປໃຊ້ ຜັນຂະຫຍາຍໄປບ່ອນ ອື່ນ, ທັງເຮັດໃຫ້ ເປັນບ່ອນ ດຶງດູດ ຄວາມສົນໃຈ ຂອງມວນຊົນ ທີ່ຊອກຮູ້ ວິທະຍາສາດ, ທ່ຽວ ຊົມທຳມະຊາດ ໃຫ້ກາຍເປັນບ່ອນ ທ່ຽວຊົມ ທຳມະຊາດ ແລະ ວິທະຍາສາດ ໃນອານາຄົດ. ນອກນັ້ນ ທາງແຂວງ ຍັງໄດ້ປະດັບຫຼຽນໃຫ້ແກ່ ພະນັກງານການນຳ ທີ່ເຄື່ອນໄຫວວຽກງານ ດີເດັ່ນໃຫ້ແກ່ແຂວງອີກດ້ວຍ.
|