ເຂົ້າສູ່ລະບົບ



ການເຄື່ອນໄຫວຂອງ ອວຕຊ
ຂະບວນຄາລາວານວິທະຍາສາດ ລາວ - ໄທ

ອົງກາ​ນ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ແຫ່ງ​ຊາດ (ອວຕຊ)​ ​ໄດ້​ຮ່ວມ​ກັບ ກະຊວງ​ວິທະຍາ ສາດ​​ແຫ່ງ ຣາຊາ​ອາ​ນາ​ຈັກ​ໄທ ຈັດ​ງານ ​ຄາ​ລາ​ວານ​ ວິທະຍາສາດ ຢູ່​ທີ່​​ໂຮງຮຽນ​ພອນ​ສະຫວັນ ​ແລະ ຊົນ​​ເຜົ່າ ​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ ໃນ​ວັນ​ທີ 22-24 ກຸ​ມພາ 2010 ການຈັດ​ງານ​ຄັ້ງ​ນີ້​ພາຍ​​ໃຕ້​ການ​ເປັນ​ປະທານ​ຮ່ວມ ​ເຊິ່ງຕາງໜ້າ​ຝ່າຍ​ລາວ​ໂດ​ຍ ທ່ານ ສີ​ທະ ຜຸ​ຍຍະ​ວົງ ຫົວໜ້າ ຫ້ອງການ ອວຕຊ,

ອ່ານເພິ່ມເຕິມ...
 
ກອງປະຊຸມ ລັດຖະມົນຕີ ວ່າດ້ວຍການ ຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທຄັ້ງທີ 4

ກອງປະຊຸມ ລັດຖະມົນຕີວ່າ ດ້ວຍການຮ່ວມມືດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທ ຄັ້ງທີ 4 ລະຫວ່າງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ລາຊະອານາຈັກໄທ ໄດ້ຈັດຂຶ້ນ ຢູ່ທີ່ ຣີສອດ ຈັນທະຫວິນ, ແຂວງ ຫຼວງພະບາງ, ໃນລະຫວ່າງ ວັນທີ 18-19 ກຸມພາ 2010 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຮ່ວມໂດຍ ຕາງໜ້າ ຝ່າຍລາວ ແມ່ນ ທ່ານ ສາດສະດາຈານ ດຣ. ບຸນຕຽມ ພິດສະໄໝ

ອ່ານເພິ່ມເຕິມ...
 
ການທຳລາຍສິນຄ້າປອມແປງລອກຮຽນແບບ ມູນຄ່າ 500 ກວ່າລ້ານກີບ

  ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22 ມັງກອນ 2010, ກົມ​ຊັບ​ສິນ​ທາງ​ປັນຍາ ມາດຕະຖານ ​ແລະ ວັດ​ແທກ  ຮ່ວມ ​ກັບ​ຂະ​ແໜງ​ການ​ຕ່າງໆ​ມີ: ສານ​ປະຊາຊົນ​ນະຄອນຫຼວງ, ກົມ​ຕຳຫຼວດ​ເສດຖະກິດ, ກົມ​ພາສີ, ກົມ​ການ​ຄ້າ​ພາຍ​ໃນ, ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ,  ກົມ​ອາຫານ ​ແລະ ຢາ, ສະພາ ​ອຸດສາ​ຫະກຳ​ການ​ຄ້າ, ບໍລິສັດ​ຂຶ້ນທະບຽບ ຊັບ​ສິນ​ທາງ​ປັນຍາ, ຫ້ອງການ​ຜູ້ຕາງໜ້າ​ບໍລິສັດ ຢູນິ​ລິເວີປະຈຳ ​ລາວ ​ທີ່​ເປັນ​ຕົວ​ແທນ​ຮ້ອງ​ຮຽນ​ໃຫ້​

ອ່ານເພິ່ມເຕິມ...
 
ການນຳ ອວຕຊ ລົງເຄື່ອນໄຫວ ວຽກງານໃນຂົງເຂດ ວິທະຍາສາດ, ເຕັກໂນໂລຊີ, ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ

ໃນ​ລະຫວ່າງ​ວັນ​ທີ 10-19 ກຸມພາ 2010 ທີ່​ຜ່ານ​ມາ ທ່ານ ສ​.ຈ. ດຣ. ບຸນ​ຕຽມ ຜິດ​ສ​ະໄໝ ລັດ​ຖະມົນຕີ​ ປະ​ຈຳ​ສຳນັກງານນາຍົກ ລັດຖະມົນຕີ, ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ພ້ອມດ້ວຍ ຄະນະໄດ້ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ວຽງຈັນ ໃນຂົງເຂດວຽກງານ ວິທະຍາສາດ, ເຕັກໂນ ໂລຊີ, ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ.

ອ່ານເພິ່ມເຕິມ...
 
ຄະນະບໍລິຫານງານ ຊາວໜຸ່ມ ອວຕຊ ເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະ ບໍລິຫານງານ ຊາວໜຸ່ມແຂວງ ຫົວພັນ

 
   ໃນລະຫວ່າງວັນທີ 15-16 ມັງກອນ 2010 ທີ່ຜ່ານມາ ສະຫາຍ ທັນວາ ສີສຸລາດ ຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າພະແນກ ຈັດຕັ້ງ - ຄຸ້ມຄອງ ພະນັກງານ ຕາງໜ້າຄະນະບໍລິຫານງານ ໜ່ວຍຊາວ ໜຸ່ມຮາກຖານ ອວຕຊ ເຂົ້າເປັນປະທານ ຮ່ວມກັບຄະນະບໍລິຫານ ຊາວໜຸ່ມແຂວງ ແຮກສ່ຽວ ແຂວງ ຫົວພັນ ໃນກອງປະຊຸມຄັ້ງທີ
VI ຂອງຄະນະບໍລິຫານ ຊາວໜຸ່ມ ແຂວງ ຫົວພັນ ໄດ້ຈັດຂຶ້ນທີ່ ສະໂມສອນແຂວງຫົວພັນ.

ອ່ານເພິ່ມເຕິມ...
 
<< ເລີ່ມຕົ້ນ < ຖອຍຫຼັງ 1 2 3 4 5 6 7 8 9 10 ຕໍ່ໄປ > ສຸດທ້າຍ >>

JPAGE_CURRENT_OF_TOTAL