ເຂົ້າສູ່ລະບົບ



ພາກທີ IX ຂໍ້ຫ້າມ | ພິມ |  ອີເມລ

ພາກທີ IX

ຂໍ້ຫ້າມ

 

ມາດຕາ 86. ຂໍ້ຫ້າມສຳລັບຜູ້ສະໜອງ

ຫ້າມຜູ້ສະໜອງ ມີພຶດຕິກຳດັ່ງນີ້:

  1. ນຳໃຊ້ກາໝາຍຢັ້ງຢືນໂດຍບໍ່ໄດ້ຮັບອະນຸຍາດ;

  2. ອ້າງເຖິງ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື່ ມາດຕະຖານ ຫຼື ກາໝາຍ ຢັ້ງຢືນ ໂດຍ­ບໍ່ໄດ້­ຮັບ­ອະນຸຍາດ ບໍ່ວ່າທາງກົງ ຫຼື ທາງອ້ອມ ແລະ ໂຄສະນາເກີນຄວາມເປັນຈິງ;

  3. ນຳ­ໃຊ້­ກາ­ໝາຍ­­ແບບ­ດຽວ­ກັບເຄື່ອງໝາຍ­ການ­ຄ້າ ­ທີ່­ໄດ້­ຈົດທະບຽນ­ແລ້ວ;

  4. ນຳໃຊ້ກາໝາຍຢັ້ງຢືນ ເພື່ອຈົດທະບຽນເປັນເຄື່ອງໝາຍການຄ້າ;

  5. ນຳໃຊ້ຄຳສັບ ມາດຕະຖານແຫ່ງຊາດລາວ ຫຼື ຄຳສັບ ແລະ ເຄື່ອງໝາຍອື່ນທີ່ຄ້າຍຄືກັນກັບ ກາໝາຍ ທີ່ພາໃຫ້ເຂົ້າໃຈຜິດ ກັບກາໝາຍມາດຕະຖານແຫ່ງຊາດລາວ ໂດຍບໍ່ໄດ້ຮັບອະນຸຍາດ;

  6. ຈົດທະບຽນເຄື່ອງໝາຍການຄ້າທີ່ໃຊ້ຄຳສັບວ່າ ມາດຕະຖານ ໂດຍບໍ່ໄດ້ຮັບອະນຸຍາດ;

  7. ສ້າງມົນລະພິດ ແລະ ມົນລະພາວະ ຕໍ່ສິ່ງແວດລ້ອມ;

  8. ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ຂັດຂວາງ ການປະຕິບັດວຽກງານ, ໃຫ້ສິນບົນແກ່ເຈົ້າ ໜ້າທີ່ ຂອງ ອົງການຄຸ້ມຄອງ ແລະ ກວດກາ ວຽກງານມາດຕະຖານ;

  9. ມີພຶດຕິກຳອື່ນ ທີ່ເປັນຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

 

ມາດຕາ 87. ຂໍ້ຫ້າມສຳລັບຜູ້ບໍລິໂພກ

ຫ້າມຜູ້ບໍລິໂພກ ມີພຶດຕິກຳດັ່ງນີ້:

  1. ຊ່ວຍສົ່ງເສີມຜະລິດຕະພັນ, ສິນຄ້າ ແລະ ການບໍລິການທີ່ບໍ່ໄດ້ຄຸນະພາບ ແລະ ບໍ່ມີມູນ ຄວາມຈິງ;

  2. ໂຄສະນາໃສ່ຮ້າຍປ້າຍສີ ຫຼື ມີການກະທຳ ທີ່ກໍ່ຄວາມເສຍຫາຍ ໃຫ້ແກ່ຜູ້ສະໜອງ;

  3. ສ້າງມົນລະພິດ ແລະ ມົນລະພາວະ ຕໍ່ສິ່ງແວດລ້ອມ;

  4. ມີພຶດຕິກຳອື່ນ ທີ່ເປັນຂໍ້ຫ້າມຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

 

ມາດຕາ 88. ຂໍ້ຫ້າມສຳລັບເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານມາດຕະຖານ

ຫ້າມເຈົ້າໜ້າທີ່ ທີ່ຮັບຜິດຊອບວຽກງານມາດຕະຖານ ມີພຶດຕິກຳດັ່ງນີ້:

  1. ຂາດຄວາມຮັບຜິດຊອບ ແລະ ປະລະໜ້າທີ່;

  2. ປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທຳ ຫຼື ລຳອຽງ ຕໍ່ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ;

  3. ­ຮັບ­ສິນ­ບົນ, ສວຍໃຊ້ຕຳແໜ່ງ, ໜ້າທີ່, ສິດອຳນາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ຫຼື ຍາດພີ່ນ້ອງ;

  4. ມີພຶດຕິກຳອື່ນ ທີ່ເປັນຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

 

ມາດຕາ 89. ຂໍ້ຫ້າມສຳລັບບຸກຄົນ ແລະ ການຈັດຕັ້ງອື່ນ

ຫ້າມ ບຸກຄົນ ແລະ ການຈັດຕັ້ງອື່ນ ມີພຶດຕິກຳດັ່ງນີ້:

  1. ສວຍໃຊ້ການເຄື່ອນໄຫວ ວຽກງານມາດຕະຖານ ເພື່ອສ້າງອຸປະສັກກີດຂວາງ, ແຊກແຊງ ວຽກງານຂອງຜູ້ສະໜອງ;

  2. ຊ່ວຍເຫຼືອ, ປົກປ້ອງ ຜູ້ສະໜອງ ທີ່ມີການລະເມີດລະບຽບກົດໝາຍ;

  3. ປົກປິດ, ເຊື່ອງອຳ ການກະທຳທີ່ເປັນການລະເມີດລະບຽບກົດໝາຍ ຂອງຜູ້ສະໜອງ;

  4. ໃຊ້ຄວາມຮຸນແຮງ, ບັງຄັບນາບຂູ່, ຂັດຂວາງ ການປະຕິບັດວຽກງານຂອງເຈົ້າໜ້າທີ່ ອົງການຄຸ້ມຄອງ ແລະ ກວດກາວຽກງານມາດຕະຖານ;

  5. ເປັນສື່ກາງໃຫ້້ສິນ­ບົນ ແລະ ຮັບສິນບົນ ຈາກ­ຜູ້­ສະໜອງ;

  6. ມີພຶດຕິກຳອື່ນ ທີ່ເປັນຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.