ເຂົ້າສູ່ລະບົບ



ພາກ­ທີ VII ການຮັບຮອງ ­ແລະ ການຢັ້ງຢືນ | ພິມ |  ອີເມລ

ພາກ­ທີ VII

ການຮັບຮອງ ­ແລະ ການຢັ້ງຢືນ

ໝວດ­ທີ 1

ການຮັບຮອງ


ມາດຕາ 60. ການຮັບຮອງ

ການຮັບຮອງ ແມ່ນຂັ້ນຕອນຂອງການຮັບຮູ້ ຢ່າງເປັນທາງການ ຈາກອົງການ ທີ່ກ່ຽວຂ້ອງກ່ຽວກັບ ຄວາມສາມາດໃນການປະຕິບັດວຽກງານ ສະເພາະໃດໜຶ່ງຂອງບຸກຄົນ ຫຼື ການຈັດຕັ້ງ ເຊັ່ນ ການຈັດຕັ້ງ ອອກໃບຢັ້ງຢືນ, ການກວດກາ, ການກວດທຽບ ແລະ ການທົດສອບ.

ໃນການອອກໃບຢັ້ງຢືນ, ການກວດກາ, ການກວດທຽບ ແລະ ການທົດສອບນັ້ນ ຕ້ອງໃຫ້ມີ ສູນທົດລອງ ຫຼື ຫ້ອງທົດລອງ.

 

ມາດຕາ 61. ສູນທົດລອງ, ຫ້ອງທົດລອງ

ເພື່ອຮັບປະກັນໃຫ້­ແກ່­ການ­ຢັ້ງຢືນ­ ຜະລິດຕະພັນ, ສິນຄ້າ ມີ­ຄວາມ­ຈຳ­ເປັນ­ຕ້ອງ­ໄດ້­ສ້າງຕັ້ງ, ປັບປຸງ ສູນທົດລອງ, ຫ້ອງທົດລອງ ­ແລະ ປະກອບພາຫະນະ, ອຸປະກອນ­ ແລະ ບຸກຄະ ລາ­ກອນ ທີ່­ມີ­ຄຸນ­ນະພາ­.

­­

­­ ສູນ­ທົດ­ລອງ, ຫ້ອງ­ທົດ­ລອງ ­ຕ້ອງ­ຖືກ­ຮັບຮອງ ຫຼື ຮັບ­ຮູ້ ຈາກອົງການຮັບຮອງທີ່­ກ່ຽວຂ້ອງ ທັງ­ຢູ່­ພາຍ­ໃນ ແລະ ຕ່າງປະ­ເທດ.

ສິດ ­ແລະ ໜ້າ­ທີ່­ຂອງ­ສູນ­ທົດ­ລອງ, ­ຫ້ອງ­ທົດ­ລອງ ­ໄດ້­ກຳນົດ­ໄວ້­ຢູ່­ໃນ­ລະບຽບ­ການ­ຕ່າງຫາກ.

 

 

ໝວດ­ທີ 2

ການຢັ້ງຢືນ

ມາດຕາ 62. ປະ­ເພດ­ການ­ຢັ້ງຢືນ

ການ­ຢັ້ງຢືນ ມີ ສອງ ປະ­ເພດ­ ດັ່ງນີ້:

  1. ­ການ­ຢັ້ງຢືນ ­ຜະລິດ­ຕະພັນ;

  2. ການ­ຢັ້ງຢືນ ລະບົບຄຸ້ມ­ຄອງ.

­ກາ­ນຢັ້ງຢືນ­ ແຕ່ລະ­ປະ­ເພດ­ມີ­ກາ­ໝາຍຢັ້ງຢືນ­ສະ­ເພາະ­ຂອງ­ຕົນ ຊຶ່ງ­ໄດ້­ກຳນົດ­ໄວ້­ໃນ­ລະບຽບ­ການ ສະ­ເພາະ.

 

ມາດຕາ 63. ການຢັ້ງຢືນຜະລິດຕະພັນ

ການຢັ້ງຢືນຜະລິດຕະພັນ ແມ່ນໃຫ້ດຳເນີນ ຕາມຂັ້ນຕອນ ແລະ ມາດຕະຖານທີ່ໄດ້ກຳນົດໄວ້ ໂດຍຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ຫຼັກການຂອງ ສາກົນທີ່ກ່ຽວຂ້ອງ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ.

ການຢັ້ງຢືນຜະລິດຕະພັນ ແມ່ນໃຫ້ ດຳເນີນໂດຍ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ຖືກມອບໝາຍ ຢ່າງເປັນທາງການ.

ຜະລິດຕະພັນ ທີ່ຖືກຮັບຮອງວ່າ ໄດ້ມາດຕະຖານແລ້ວນັ້ນ ໃຫ້ມີກາໝາຍຢັ້ງຢືນ.

 

ມາດຕາ 64. ກາໝາຍຢັ້ງຢືນຜະລິດຕະພັນ

ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເປັນຜູ້ພິຈາລະນາປະກາດໃຊ້ກາໝາຍ ຢັ້ງຢືນ ຜະລິດຕະພັນ ຕາມການສະເໜີ ຂອງສະພາມາດຕະຖານແຫ່ງຊາດ.

ການປະກາດໃຊ້ກາໝາຍຢັ້ງຢືນຜະລິດຕະພັນນັ້ນ ຕ້ອງຈັດພິມລົງໃນ ຈົດໝາຍເຫດທາງລັດຖະ ການ, ວາລະສານທາງການ.

ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ມີສິດ ປັບປຸງ ຫຼື ຍົກເລີກ ກາໝາຍຢັ້ງຢືນ ຜະລິດຕະພັນ ທີ່ປະກາດໃຊ້ແລ້ວ ຕາມການສະເໜີ ຂອງສະພາມາດຕະຖານແຫ່ງຊາດ.

 

ມາດຕາ 65. ການຮ້ອງຂໍ ກາໝາຍຢັ້ງຢືນຜະລິດຕະພັນ

ຜູ້ສະໜອງ ມີສິດຍື່ນຄຳຮ້ອງຂໍ ກາໝາຍຢັ້ງຢືນຜະລິດຕະພັນ ເຖິງ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເພື່ອພິຈາລະນາ ອອກໃບຢັ້ງຢືນໃຫ້ແກ່ຕົນ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້.

 

ມາດຕາ 66. ການຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນ

ຜູ້ສະໜອງ ມີສິດນຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນ ເມື່ອໄດ້ຮັບອະນຸຍາດຈາກ ອົງການວິທະຍາ ສາດ ແລະ ເຕັກໂນໂລຊີແຫ່ງຊາດ ແລະ ຜະລິດຕະພັນ ຫຼື ສິນຄ້າໄດ້ມາດຕະຖານ ຕາມທີ່ໄດ້ກຳນົດໄວ້.

ກາໝາຍຢັ້ງຢືນຜະລິດຕະພັນ ທີ່ຕິດໃສ່ ຜະລິດຕະພັນ, ສະຫລາກຜະລິດຕະພັນ, ພາຊະນະບັນຈຸ, ເຄື່ອງຫຸ້ມຫໍ່ຜະລິດຕະພັນ ແລະ ສິ່ງມັດຜູກ ຖືວ່າແມ່ນການຳໃຊ້ ກາໝາຍຢັ້ງຢືນຜະລິດຕະພັນ.

ການໂຄສະນາ, ການອ້າງເຖິງ ກາໝາຍຢັ້ງຢືນຜະລິດຕະພັນ ຈະດຳເນີນດ້ວຍວິທີການໃດກໍຕາມ ເພື່ອສະແດງວ່າ ຜະລິດຕະພັນ ຫຼື ສິນຄ້ານັ້ນໄດ້ມາດຕະຖານ ກໍຖືວ່າ ແມ່ນການຳໃຊ້ກາໝາຍຢັ້ງຢືນຜະ ລິດຕະພັນ ເຊັ່ນດຽວກັນ.

 

ມາດຕາ 67. ກາໝາຍຢັ້ງຢືນຜະລິດຕະພັນ ແບບບັງຄັບ

ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຕ້ອງອອກລະບຽບການກ່ຽວກັບ ການຳ ໃຊ້ກາໝາຍຢັ້ງຢືນຜະລິດຕະພັນ­ ແບບບັງຄັບ ສຳລັບຜະລິດຕະພັນ ທີ່ມີລັກສະນະຍຸດທະສາດ, ທີ່ພົວພັນ ກັບ ຄວາມສະຫງົບ, ຄວາມປອດໄພ, ສຸຂະນາໄມ, ສຸຂະພາບ, ສິ່ງແວດລ້ອມ ແລະ ສິນຄ້າ ທີ່ເປັນເປົ້າ ໝາຍຄຸ້ມຄອງ ໂດຍປະສານສົມທົບກັບ­ຂະແໜງການ, ພາກສ່ວນ ທີ່ກ່ຽວຂ້ອງ ແລະ ສະພາມາດຕະຖານ ແຫ່ງຊາດ.

ການຳໃຊ້້ ກາໝາຍຢັ້ງຢືນຜະລິດຕະພັນແບບບັງຄັບ ແມ່ນມີຜົນສັກສິດ ພາຍຫຼັງ ເກົ້າສິບວັນ ນັບແຕ່ວັນ ໄດ້ປະກາດໃຊ້ ລະບຽບການ ກ່ຽວກັບການຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນ ເປັນຕົ້ນໄປ ຊຶ່ງ ຕ້ອງຈັດພິມລົງໃນ ຈົດໝາຍເຫດ ທາງລັດຖະການ, ວາລະສານທາງການ.

ກາໝາຍຢັ້ງຢືນຜະລິດຕະພັນ ແບບບັງຄັບ ທີ່ນຳໃຊ້ແລ້ວນັ້ນ ສາມາດປ່ຽນແປງ ຫຼື ຍົກເລີກໄດ້.

 

ມາດຕາ 68. ການຄັດຄ້ານເນື້ອໃນລະບຽບການ ກ່ຽວກັບ ການຳໃຊ້ກາໝາຍຢັ້ງຢືນຜະລິດຕະພັນ ແບບບັງຄັບ

ຜູ້ສະໜອງ ທີ່ບໍ່ເຫັນດີ ຕໍ່ເນື້ອໃນ ລະບຽບການ ກ່ຽວກັບການຳໃຊ້ ກາໝາຍຢັ້ງຢືນ ຜະລິດຕະ ພັນແບບບັງຄັບ ມີສິດຄັດຄ້ານ ດ້ວຍການຮ້ອງທຸກ ຕໍ່ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເພື່ອພິຈາລະນາແກ້ໄຂ, ຖ້າບໍ່ເຫັນດີນຳການ ແກ້ໄຂຂອງ­ການ ຈັດຕັ້ງດັ່ງກ່າວ ກໍສາມາດຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາຕາມ ລະບຽບກົດໝາຍ.

 

ມາດຕາ 69. ການຢັ້ງຢືນລະບົບຄຸ້ມຄອງ

ການຢັ້ງຢືນລະບົບຄຸ້ມຄອງ ແມ່ນການຮັບຮູ້ ຂອງຂະ­ແໜງ­ການ ແລະ ພາກສ່ວນ­ທີ່­ກ່ຽວຂ້ອງ ກ່ຽວ­ກັບການ ເຄື່ອນໄຫວຊີ້ນຳ, ຕິດຕາມ, ຄວບຄຸມ ແລະ ກວດກາ ຂະບວນການ ຂອງ­ຜູ້­ສະໜອງ ຢ່າງເປັນ ລະບົບ ເພື່ອໃຫ້ມີ ຄຸນະພາບ ແລະ ປະສິດທິພາບ.

 

ມາດຕາ 70. ກາໝາຍຢັ້ງຢືນລະບົບຄຸ້ມຄອງ

ກາໝາຍຢັ້ງຢືນລະບົບຄຸ້ມຄອງ ແມ່ນສັນຍາລັກ ເພື່ອໃຊ້ເປັນຫຼັກຖານ ໃນການຢັ້ງຢືນ ລະບົບ ຄຸ້ມຄອງຕ່າງໆ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 51 ຂອງກົດໝາຍສະບັບນີ້.

ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ອອກໃບຢັ້ງຢືນ ຕ້ອງກຳນົດ ກາໝາຍຢັ້ງຢືນລະບົບຄຸ້ມຄອງ ແຕ່ລະປະເພດ ແຕ່ຕ້ອງສົ່ງໃຫ້ ສະພາ ມາດຕະຖານແຫ່ງຊາດ ມີຄຳເຫັນ ເສຍກ່ອນ ຈຶ່ງສາມາດປະກາດໃຊ້ຢ່າງເປັນທາງການໄດ້.

 

ມາດຕາ 71. ປະເພດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ກາໝາຍຢັ້ງຢືນລະບົບຄຸ້ມຄອງ ແບ່ງອອກເປັນ ປະເພດດັ່ງນີ້:

  1. ກາໝາຍຢັ້ງຢືນລະບົບຄຸ້ມຄອງຄຸນະພາບ;

  2. ກາໝາຍຢັ້ງຢືນລະບົບຄຸ້ມຄອງສິ່ງແວດລ້ອມ;

  3. ກາໝາຍຢັ້ງຢືນລະບົບຄຸ້ມຄອງ ຄວາມປອດໄພຂອງອາຫານ;

  4. ກາໝາຍຢັ້ງຢືນລະບົບຄຸ້ມຄອງອື່ນ.

ມາດຕາ 72. ຂັ້ນຕອນການຢັ້ງຢືນລະບົບຄຸ້ມຄອງ

ການຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດ ໃຫ້ປະຕິບັດຕາມຂັ້ນຕອນ ຊຶ່ງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນຜູ້ອອກໃບຢັ້ງຢືນ ໂດຍສອດຄ່ອງ ກັບມາດຕະຖານສາກົນ, ພາກພື້ນ ແລະ ຕ່າງປະເທດ.

 

ມາດຕາ 73. ຂະແໜງການ ທີ່ອອກໃບຢັ້ງຢືນລະບົບຄຸ້ມຄອງ

ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຊຶ່ງອອກໃບຢັ້ງຢືນລະບົບ­ຄຸ້ມຄອງ ຢູ່ ສປປ ລາວ ຕ້ອງໄດ້ຖືກ ຮັບຮອງ ຈາກອົງການຮັບຮອງໃດໜຶ່ງ ທີ່ຖືກຮັບຮູ້ຈາກສາກົນ ຫຼື ພາກພື້ນ ເພື່ອຮັບປະກັນ ຄວາມສາມາດ ໃນການຢັ້ງຢືນລະບົບ­ຄຸ້ມຄອງ ເປັນແຕ່ລະໄລຍະ.

ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຮັບຮອງ ໄດ້ກຳນົດໄວ້ ໃນລະບຽບການ ຕ່າງຫາກ.


ມາດຕາ 74. ການຮ້ອງຂໍ­ໃບອະນຸຍາດຢັ້ງຢືນລະບົບຄຸ້ມຄອງ

ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຄວາມຕ້ອງການ ໃບ­ອະນຸຍາດຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດ ຕ້ອງຍື່ນຄຳຮ້ອງຕໍ່ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ຂະແໜງການ ແລະ ພາກສ່ວນ ອື່ນ ເພື່ອພິຈາລະນາ ອອກໃບຢັ້ງຢືນໃຫ້ແກ່ຕົນ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້.

 

ມາດຕາ 75. ການປະກາດໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງ

ຂະແໜງການ ແລະ ພາກສ່ວນອື່ນ ທີ່ອອກກາໝາຍຢັ້ງຢືນລະບົບຄຸ້ມຄອງ ແຕ່ລະປະເພດ ເປັນຜູ້ປະກາດໃຊ້ ກາໝາຍດັ່ງກ່າວ ພາຍຫຼັງທີ່ໄດ້ຮັບການເຫັນດີ ຂອງ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ.

ການປະກາດໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງແຕ່ລະປະເພດ ຕ້ອງຈັດພິມລົງໃນຈົດໝາຍເຫດ ທາງລັດຖະການ, ວາລະສານທາງການ.

ການປັບປຸງ ຫຼື ການຍົກເລີກ ກາໝາຍຢັ້ງຢືນລະບົບຄຸ້ມຄອງ ແຕ່ລະປະເພດ ທີ່ປະກາດໃຊ້ແລ້ວ ສາມາດດຳເນີນໂດຍ ຂະແໜງການ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ ພາຍຫຼັງທີ່ໄດ້ຮັບການເຫັນດີ ຂອງ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ.

ກາໝາຍທີ່ເອົາມານຳໃຊ້ເປັນກາໝາຍຢັ້ງຢືນລະບົບຄຸ້ມຄອງນັ້ນ ບໍ່ແມ່ນກາໝາຍແບບດຽວກັນ ຫຼື ຄ້າຍຄືກັນ ກັບເຄື່ອງໝາຍການຄ້າ ທີ່ນຳໃຊ້ສຳລັບສິນຄ້າ ຫຼື ການບໍລິການ ຊຶ່ງໄດ້ຈົດທະບຽນໄປແລ້ວ.

 

ມາດຕາ 76. ການ­ນຳ­ໃຊ້­ໃບ­ອະນຸຍາດ­­ກາໝາຍຢັ້ງຢືນລະບົບຄຸ້ມຄອງ

ເຈົ້າຂອງໃບອະນຸຍາດ ມີສິດນຳໃຊ້ກາໝາຍຢັ້ງຢືນລະບົບຄຸ້ມຄອງ­ແຕ່ລະ­ປະ­ເພດໄດ້ ກໍຕໍ່ເມື່ອ

­ໄດ້­ ຮັບ­ ອະນຸຍາດ­ ເທົ່າ­ ນັ້ນ.

 

ມາດຕາ 77. ການຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງ

ການຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງ ໃສ່ພາຊະນະບັນຈຸ, ເຄື່ອງຫຸ້ມຫໍ່, ສະຫຼາກຜະລິດຕະພັນ , ສິນຄ້າ, ທຸກຮູບການໂຄສະນາ ສາມາດປະຕິບັດໄດ້ ກໍຕໍ່ເມື່ອໄດ້ຮັບອະນຸຍາດ ຈາກ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ເສຍກ່ອນ.

ທຸກການກະທຳກ່ຽວກັບການຂາຍຜະລິດຕະພັນ ຫຼື ສິນຄ້າ ໂດຍອ້າງເຖິງ ກາໝາຍຢັ້ງຢືນ ລະບົບ ຄຸ້ມຄອງທາງກົງ ຫຼື ທາງອ້ອມ ເພ່ືອສະແດງໃຫ້ເຫັນວ່າ ຜະລິດຕະພັນ ແລະ ສິນຄ້າໄດ້ສອດຄ່ອງ ກັບມາດ ຕະຖານແລ້ວນັ້ນ ກໍໃຫ້ຖືວ່າໄດ້ຕິດກາໝາຍຢັ້ງຢືນລະບົບຄຸ້ມຄອງເຊັ່ນດຽວກັນ.

 

 

ໝວດທີ 3

ການໂຈະ ຫຼື ການຖອນໃບຢັ້ງຢືນ

 

ມາດຕາ 78. ການໂຈະ ຫຼື ການຖອນໃບຢັ້ງຢືນ

ສະພາມາດຕະຖານ­ແຫ່ງ­ຊາດ ມີສິດພິຈາລະນາ ແລະ ສະເໜີຕໍ່ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ສັ່ງໂຈະ ຫຼື ຖອນໃບຢັ້ງຢືນ ຕາມຂົງເຂດຂອງຕົນ ຖ້າເຫັນວ່າມີຫລັກຖານ ກ່ຽວກັບການລະເມີດເນື້ອໃນ ແລະ ເງື່ອນໄຂການຳໃຊ້ ໃບຢັ້ງຢືນນັ້ນ.

 

ມາດຕາ 79. ເງື່ອນໄຂການໂຈະໃບຢັ້ງຢືນ

ເງື່ອນໄຂການໂຈະໃບຢັ້ງຢືນ ມີດັ່ງນີ້:

  1. ຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງ­ແວດ­ລ້ອມ ບໍ່ສອດຄ່ອງ ກັບມາດຕະຖານ ແລະ ລະບຽບການເຕັກນິກ ທີ່ໄດ້ກຳນົດໄວ້;

  2. ການໂອນຊື່ ແລະ ການໃຫ້ຜູ້ອື່ນຳໃຊ້ໃບຢັ້ງຢືນ ໂດຍບໍ່ໄດ້ຮັບອະນຸຍາດ;

  3. ການກະທຳອື່ນ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບໃບຢັ້ງຢືນ.

 

ມາດຕາ 80. ເງື່ອນໄຂ ການຖອນໃບຢັ້ງຢືນ

ເງື່ອນໄຂ ການຖອນໃບຢັ້ງຢືນ ມີດັ່ງນີ້:

  1. ຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງ­ແວດ­ລ້ອມ ທີ່ມີຜົນສະທ້ອນ ອັນບໍ່ດີ ຢ່າງຮ້າຍແຮງ;

  2. ການປອມແປງໃບຢັ້ງຢືນ;

  3. ການ­ ບໍ່­ ປ່ຽນ­ ແປງ ພາຍຫຼັງ­ ທີ່­ ຖືກ­ ໂຈະ­ ແລ້ວ;

  4. ການຕັດສິນ­ຂອງ­ສານ­ ໃຫ້ຍົກເລີກກິດຈະການ;

  5. ການກະທຳອື່ນ ທີ່ລະເມີດລະບຽບກົດໝາຍ ຢ່າງຮ້າຍແຮງ ກ່ຽວກັບໃບຢັ້ງຢືນ.

 

ມາດຕາ 81. ການຄັດຄ້ານການໂຈະ ຫຼື ການຖອນ ໃບຢັ້ງຢືນ

ຜູ້ເປັນເຈົ້າຂອງ ມີສິດຄັດຄ້ານ ຕໍ່ການໂຈະ ຫຼື ການຖອນໃບຢັ້ງຢືນຂອງຕົນ ດ້ວຍການສະເໜີ ຢ່າງເປັນລາຍລັກອັກສອນຕໍ່ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ, ຂະແໜງການ ແລະ ພາກສ່ວນອື່ນ ທີ່ອອກໃບຢັ້ງຢືນນັ້ນ ເພື່ອພິຈາລະນາແກ້ໄຂ.

ການຈັດຕັ້ງທີ່ໄດ້ຮັບຄຳສະເໜີນັ້ນ ຕ້ອງໄດ້ພິຈາລະນາແກ້ໄຂ ພາຍໃນ ສາມສິບວັນນັບ ແຕ່ວັນ ໄດ້ຮັບ ຄຳສະເໜີ ເປັນຕົ້ນໄປ. ຖ້າບໍ່ພໍໃຈຕໍ່ການແກ້ໄຂນັ້ນແລ້ວ ຜູ້ກ່ຽວ ກໍມີສິດຮ້ອງຟ້ອງຕໍ່ສານ ເພື່ອພິຈາ ລະນາ ຕາມກົດໝາຍ.