|
ພາກທີ II
ປະເພດມາດຕະຖານ
ມາດຕາ 10. ປະເພດມາດຕະຖານ
ມາດຕະຖານ ແບ່ງອອກເປັນ ສາມ ປະເພດຕົ້ນຕໍ ດັ່ງນີ້:
-
ມາດຕະຖານ ຂອງຜະລິດຕະພັນ ແລະ ສິນຄ້າ;
-
ມາດຕະຖານທາງດ້ານການບໍລິການ;
-
ມາດຕະຖານທາງດ້ານສິ່ງແວດລ້ອມ.
ມາດຕາ 11. ມາດຕະຖານ ຂອງຜະລິດຕະພັນ ແລະ ສິນຄ້າ
ມາດຕະຖານຂອງຜະລິດຕະພັນ ແລະ ສິນຄ້າ ແມ່ນການກຳນົດ ຄຸນລັກສະນະສະເພາະ ຂອງ ຜະລິດຕະພັນ ແລະ ສິນຄ້າ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງຜູ້ສະໜອງ ແລະ ຜູ້ບໍລິໂພກ.
ຜະລິດຕະພັນ ແລະ ສິນຄ້າ ທີ່ນຳເຂົ້າ ແລະ ສົ່ງອອກນັ້ນ ຕ້ອງໃຫ້ໄດ້ມາດຕະຖານທີ່ກຳນົດໄວ້.
ຜະລິດຕະພັນ ແລະ ສິນຄ້າ ທີ່ຜະລິດ ແລະ ນຳໃຊ້ ຢູ່ພາຍໃນ ຕ້ອງໃຫ້ສອດຄ່ອງກັບມາດຕະຖານ ແຫ່ງຊາດ ແລະ ທ້ອງຖິ່ນ.
ມາດຕາ 12. ເນື້ອໃນ ມາດຕະຖານຂອງຜະລິດຕະພັນ ແລະ ສິນຄ້າ
ມາດຕະຖານຂອງຜະລິດຕະພັນ ແລະ ສິນຄ້າ ປະກອບດ້ວຍ ຄຳສັບເຕັກນິກ, ສັນຍາລັກ, ຄຸນລັກສະນະທາງ ຊີວະເຄມີ, ວັດຖຸ ແລະ ຄຸນລັກສະນະອື່ນ, ວິທີການຜະລິດ, ວິທີການທົດສອບ, ການຫຸ້ມຫໍ່, ກາໝາຍ ຫຼື ສະຫລາກຜະລິດຕະພັນ ແລະ ສິນຄ້າ.
ມາດຕາ 13. ມາດຕະຖານທາງດ້ານການບໍລິການ
ມາດຕະຖານທາງດ້ານ ການບໍລິການ ແມ່ນການກຳນົດລະບົບການເຄື່ອນໄຫວ ທີ່ພົວພັນ ກັບຫຼາຍຂອດ ແລະ ຫຼາຍຂົງເຂດວຽກງານ ເຊັ່ນ ການຕິດຕັ້ງ ແລະ ກຳນົດເວລາຮັບປະກັນ ຜະລິດຕະພັນ ແລະ ສິນຄ້າ, ການບໍລິການ ດ້ານການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການຂົນສົ່ງ, ໂທລະຄົມມະນາ ຄົມ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມວ່ອງໄວ ຂອງການບໍລິການ ແນໃສ່ສ້າງຄວາມພໍໃຈ ໃຫ້ແກ່ຜູ້ບໍລິໂພກ.
ມາດຕະຖານທາງດ້ານການບໍລິການ ໄດ້ກຳນົດໄວ້ ໃນລະບຽບການຕ່າງຫາກ ໂດຍແມ່ນພາກ ສ່ວນທີ່ກ່ຽວຂ້ອງ ເປັນຜູ້ຮັບຜິດຊອບ ຕາມພາລະບົດບາດຂອງຕົນ.
ມາດຕາ 14. ເນື້ອໃນ ມາດຕະຖານທາງດ້ານການບໍລິການ
ມາດຕະຖານທາງດ້ານການບໍລິການ ປະກອບດ້ວຍ ເນື້ອໃນຕົ້ນຕໍ ດັ່ງນີ້:
-
ລະບົບການຄຸ້ມຄອງຂະບວນການ;
-
ການຄຸ້ມຄອງເອກະສານ;
-
ການຈັດຕັ້ງ, ບຸກຄະລາກອນ ແລະ ສິ່ງອຳນວຍຄວາມສະດວກ;
-
ຂັ້ນຕອນກະທັດລັດ ແລະ ວ່ອງໄວ;
-
ລະບົບການກວດກາພາຍໃນ;
-
ການປ້ອງກັນ ແລະ ການແກ້ໄຂບັນຫາ.
ມາດຕາ 15. ມາດຕະຖານທາງດ້ານສິ່ງແວດລ້ອມ
ມາດຕະຖານທາງດ້ານສິ່ງແວດລ້ອມ ແມ່ນການກຳນົດບັນທັດຖານ ຫຼື ຂອບເຂດ ການອະນຸຍາດ ໃນການປ່ອຍມົນລະພິດ ແລະ ມົນລະພາວະ ຊຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ, ຊີວິດຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.
ບຸກຄົນ ຫຼື ການຈັດຕັ້ງ ທີ່ທຳການຜະລິດ, ທຸລະກິດການຄ້າ, ການບໍລິການ ຕ້ອງເອົາໃຈໃສ່ ປະຕິບັດຕາມມາດຕະຖານ ແລະ ລະບຽບກົດໝາຍ ກ່ຽວກັບສິ່ງແວດລ້ອມ.
ມາດຕາ 16. ເນື້ອໃນ ມາດຕະຖານທາງດ້ານສິ່ງແວດລ້ອມ
ມາດຕະຖານທາງດ້ານສິ່ງແວດລ້ອມ ປະກອບດ້ວຍ ເນື້ອໃນຕົ້ນຕໍ ດັ່ງນີ້:
-
ລະດັບ, ຂອບເຂດ ການປ່ອຍມົນລະພິດ ເຊັ່ນ: ນຳ້ເປື້ອນ, ຄວັນ, ເສດນຳ້ມັນ, ເສດເຄມີ ແລະ ສິ່ງເສດເຫຼືອອື່ນໆ;
-
ລະດັບ, ຂອບເຂດ ການປ່ອຍມົນລະພາວະ ເຊັ່ນ: ຄວາມສັ່ນສະເທືອນ, ສຽງ, ແສງ, ສີ, ລັງສີ, ກິ່ນ ແລະ ອື່ນໆ.
ມາດຕາ 17. ມາດຕະຖານຂອງຄຳສັບເຕັກນິກ
ມາດຕະຖານຂອງຄຳສັບເຕັກນິກ ແມ່ນການກຳນົດຄຳສັບ ເພື່ອອະທິບາຍ ໃຫ້ມີຄວາມເຂົ້າໃຈ ຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ ໃນການຳໃຊ້ ຄຳສັບເຕັກນິກ ກ່ຽວກັບວຽກງານມາດຕະຖານ.
|