|
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
=======00=======
ສະພາແຫ່ງຊາດ ເລກທີ / ສພຊ
ນະຄອນຫຼວງວຽງຈັນ, ວັນທີ ..........
ກົດໝາຍ
ວ່າດ້ວຍມາດຕະຖານ
ພາກທີ I
ບົດບັນຍັດທົ່ວໄປ
ມາດຕາ 1. ຈຸດປະສົງ
ກົດໝາຍວ່າດ້ວຍມາດຕະຖານ ກຳນົດຫລັກການ, ລະບຽບການ, ມາດຕະການ ກ່ຽວກັບ ການຈັດຕັ້ງ, ການເຄື່ອນໄຫວວຽກງານ, ການຄຸ້ມຄອງ ແລະ ການກວດກາ ມາດຕະຖານ ແລະ ລະບຽບການເຕັກນິກ ສຳລັບ ຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ ແລະ ສິ່ງແວດລ້ອມ ເພື່ອຊຸກຍູ້, ສົ່ງເສີມ ແລະ ຮັບປະກັນວຽກງານການຜະລິດ, ການບໍລິການ, ການເຄື່ອນໄຫວ ເສດຖະກິດ- ສັງຄົມ ແລະ ການປົກປັກຮັກສາ ສິ່ງແວດລ້ອມ ໃຫ້ມີຄຸນະພາບ, ປະສິດທິພາບ, ມີຄວາມຍຸຕິທຳ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ, ຄວາມປອດໄພຂອງຜູ້ບໍລິໂພກ, ປະກອບສ່ວນເຂົ້າໃນການ ຄຸ້ມຄອງເສດຖະກິດ ແລະ ການພັດທະນາ ປະເທດຊາດ.
ມາດຕາ 2. ມາດຕະຖານ
ມາດຕະຖານ ແມ່ນການກຳນົດ ຄຸນລັກສະນະສະເພາະ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາອື່ນທີ່ກ່ຽວຂ້ອງກັບມາດຕະຖານ ເພື່ອຕີລາຄາ, ຈັດແບ່ງປະເພດ ແລະ ຈັດລະດັບ ຄຸນະພາບ ຂອງສິ່ງທີ່ກ່າວມານັ້ນ.
ມາດຕາ 3. ລະບຽບການເຕັກນິກ
ລະບຽບການເຕັກນິກ ແມ່ນການກຳນົດ ລະດັບ, ຂອບເຂດ ຄຸນລັກສະນະສະເພາະ ທາງດ້ານ ເຕັກນິກ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາອື່ນທີ່ກ່ຽວຂ້ອງກັບ ລະບຽບການເຕັກນິກ ເພື່ອຮັບໃຊ້ການຄຸ້ມຄອງ ແລະ ກວດກາ, ຮັບປະກັນ ຄວາມປອດໄພ, ສຸຂານາໄມ, ສຸຂະພາບ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ບໍລິໂພກ, ປົກປັກຮັກສາສິ່ງແວດລ້ອມ, ຜົນປະໂຫຍດ ແລະ ຄວາມໝັ້ນຄົງຂອງຊາດ.
ມາດຕາ 4. ການອະທິບາຍຄຳສັບ
ຄຳສັບຕ່າງໆທີ່ໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:
-
ມາດຕະຖານແຫ່ງຊາດລາວ ໝາຍເຖິງ ມາດຕະຖານສູງສຸດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ສະພາມາດຕະຖານແຫ່ງຊາດ ຮັບຮອງເອົາ ແລະ ປະກາດໃຊ້ໂດຍ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ;
-
ມາດຕະຖານທ້ອງຖິ່ນ ໝາຍເຖິງ ມາດຕະຖານຢູ່ທ້ອງຖິ່ນໃດໜຶ່ງ ທີ່ຄະນະກຳມະການ ເຕັກນິກທ້ອງຖິ່ນ ຄົ້ນຄວ້າ ແລະ ນຳສະເໜີ ຕໍ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ເພື່ອພິຈາລະນາ ຮັບຮອງ ແລະ ປະກາດໃຊ້;
-
ກາໝາຍມາດຕະຖານ ໝາຍເຖິງ ກາໝາຍ ຢັ້ງຢືນຜະລິດຕະພັນ, ລະບົບຄຸ້ມຄອງ ຫຼື ລະບົບ ການຮັບຮອງ ທີ່ກຳນົດຂຶ້ນໂດຍ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ຫຼື ອົງການຈັດຕັ້ງ ທີ່ໄດ້ຖືກມອບໝາຍ.
-
ວຽກງານມາດຕະຖານ ໝາຍເຖິງ ການເຄື່ອນໄຫວທີ່ມີຂັ້ນຕອນໃນການສ້າງ, ການປະກາດໃຊ້ ແລະ ການຈັດຕັ້ງປະຕິບັດມາດຕະຖານ, ການເຄື່ອນໄຫວອື່ນ ທີ່ພົວພັນເຖິງມາດຕະຖານ ແລະ ຄຸນະ ພາບ;
-
ກົດການຈັດຕັ້ງປະຕິບັດ ໝາຍເຖິງ ເອກະສານທີ່ໃຫ້ຄຳແນະນຳ ການປະຕິບັດຕົວຈິງ ກ່ຽວກັບ ຂັ້ນຕອນຂອງການອອກແບບ, ການຜະລິດ, ການຕິດຕັ້ງ, ການບຳລຸງຮັກສາ ຫຼື ການຳໃຊ້ ອຸປະກອນ, ໂຄງສ້າງ, ຜະລິດຕະພັນ ຫຼື ສິນຄ້າ;
-
ຂະບວນການ ໝາຍເຖິງ ຂັ້ນຕອນຕ່າງໆຂອງການຜະລິດ, ການກໍ່ສ້າງ, ການບໍລິການ, ສິ່ງແວດລ້ອມ ແລະ ການເຄື່ອນໄຫວວຽກງານອື່ນ;
-
ອົງການຮັບຮອງ ໝາຍເຖິງ ອົງການ ທີ່ຮັບຮູ້ ຢ່າງເປັນທາງການ ກ່ຽວກັບຄວາມສາມາດ ຂອງບຸກຄົນ ຫຼື ການຈັດຕັ້ງ ໃນການປະຕິບັດວຽກງານ ການທົດສອບ ແລະ ການຢັ້ງຢືນຄຸນະພາບ;
-
ການຢັ້ງຢືນ ໝາຍເຖິງ ຂັ້ນຕອນການຮັບຮູ້ ຢ່າງເປັນທາງການ ໂດຍອົງການ ທີ່ມີສິດຢັ້ງຢືນ ຢູ່ຂະແໜງການຕ່າງໆ ກ່ຽວກັບຄວາມສອດຄ່ອງ ທາງດ້ານຄຸນະພາບ ກັບມາດຕະຖານ ແລະ ລະບຽບ ການເຕັກນິກ;
-
ການຢັ້ງຢືນຜະລິດຕະພັນ ໝາຍເຖິງ ຂັ້ນຕອນການຮັບຮູ້ ຢ່າງເປັນທາງການ ໂດຍອົງການ ທີ່ມີສິດຢັ້ງຢືນ ຢູ່ຂະແໜງການຕ່າງໆ ກ່ຽວກັບຄວາມສອດຄ່ອງ ທາງດ້ານຄຸນະພາບ ຂອງຜະລິດຕະພັນ ແລະ ສິນຄ້າ ກັບມາດຕະຖານ;
-
ການຢັ້ງຢືນລະບົບຄຸ້ມຄອງ ໝາຍເຖິງ ການຮັບຮູ້ຢ່າງເປັນທາງການ ໂດຍອົງການ ທີ່ມີສິດ ຢັ້ງຢືນ ຢູ່ຂະແໜງການຕ່າງໆ ກ່ຽວກັບ ຄວາມສອດຄ່ອງ ຂອງລະບົບຄຸ້ມຄອງຄຸນະພາບ, ລະບົບຄຸ້ມຄອງສິ່ງແວດລ້ອມ ຫຼື ລະບົບ ຄຸ້ມຄອງອື່ນ ກັບມາດຕະຖານແຫ່ງຊາດ ຫຼື ມາດຕະຖານສາກົນ;
-
ໃບຢັ້ງຢືນ ໝາຍເຖິງ ເອກະສານຮັບຮູ້ ກ່ຽວກັບການຢັ້ງຢືນຜະລິດຕະພັນ, ສິນຄ້າ, ການບໍລິການ, ສິ່ງແວດລ້ອມ, ການຢັ້ງຢືນລະບົບ, ການຢັ້ງຢືນຄວາມສອດຄ່ອງ ແລະ ການຢັ້ງຢືນອື່ນໆ ເຊັ່ນ: ໃບຢັ້ງຢືນຜະລິດຕະພັນ, ໃບຢັ້ງຢືນລະບົບ ແລະ ໃບຢັ້ງຢືນ ຄວາມສອດຄ່ອງ;
-
ການປະເມີນຄວາມສອດຄ່ອງ ໝາຍເຖິງ ການເຄື່ອນໄຫວວຽກງານໃດໜຶ່ງທີ່ພົວພັນ ໂດຍກົງ ຫຼື ທາງອ້ອມ ກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດມາດຕະຖານ, ລະບຽບການເຕັກນິກ ແລະ ລະບຽບ ກົດໝາຍທີ່ກ່ຽວຂ້ອງ;
-
ສິນຄ້າ ໝາຍເຖິງ ຜະລິດຕະພັນ ຫຼື ວັດຖຸສິ່ງຂອງ ເພື່ອທຳການຊື້ຂາຍ;
-
ບຸກຄົນທີສາມ ໝາຍເຖິງ ບຸກຄົນ ຫຼື ການຈັດຕັ້ງທີ່ຖືກຮັບຮູ້ ຢ່າງເປັນເອກະລາດ ຈາກຜູ້ສະ ໜອງ ແລະ ຜູ້ບໍລິໂພກ;
-
ຜູ້ສະໜອງ ໝາຍເຖິງ ຜູ້ຜະລິດ, ຜູ້ຈຳໜ່າຍ, ຜູ້ຂາຍ, ຜູ້ບໍລິການ;
-
ຜູ້ບໍລິໂພກ ໝາຍເຖິງ ຜູ້ຊື້, ຜູ້ຊົມໃຊ້.
ມາດຕາ 5. ນະໂຍບາຍ ກ່ຽວກັບວຽກງານມາດຕະຖານ
ລັດ ຊຸກຍູ້, ສົ່ງເສີມ ການຳໃຊ້ມາດຕະຖານ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນ ການ ແລະ ສິ່ງແວດລ້ອມ, ການປະຕິບັດ ລະບຽບການເຕັກນິກ ຢ່າງກວ້າງຂວາງ ລວມທັງ ວຽກງານ ການຄົ້ນຄວ້າ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບໃຊ້ ການເຄື່ອນໄຫວ ວຽກງານມາດ ຕະຖານ.
ລັດ ແລະ ສັງຄົມ ເອົາໃຈໃສ່ກໍ່ສ້າງພື້ນຖານທາງດ້ານວັດຖຸ-ເຕັກນິກ ເປັນຕົ້ນ ສູນທົດລອງ ຫຼື ຫ້ອງທົດລອງ, ສູນຝຶກອົບຮົມ ເພື່ອຮັບປະກັນ ຄວາມອາດສາມາດໃນການຄຸ້ມຄອງວຽກງານ ມາດຕະຖານ.
ລັດ ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ເປັນຕົ້ນ ການຜະລິດຂະໜາດນ້ອຍ ແລະ ກາງ ລວມທັງ ເສດຖະກິດຄອບຄົວ ໃນການປັບປຸງ ຄຸນະພາບ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ແລະ ສິ່ງແວດລ້ອມ ໃຫ້ໄດ້ຕາມ ມາດຕະຖານ ສາກົນ, ພາກພື້ນ, ຕ່າງປະເທດ, ມາດຕະຖານແຫ່ງຊາດ ແລະ ທ້ອງຖິ່ນ ເພື່ອຮັບປະກັນ ໃຫ້ສາມາດແຂ່ງຂັນຢູ່ຕະຫລາດພາຍໃນ ແລະ ສາກົນ.
ລັດ ຊຸກຍູ້ ສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນ ທຳມະຊາດ ແລະ ແຮງງານ ຢ່າງປະຢັດ, ສົມເຫດສົມຜົນ ແລະ ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະ ແນໃສ່ ຮັບປະກັນ ຄວາມຍຸຕິທຳ ໃນສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ.
ລັດ ຊຸກຍູ້ບັນດາອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາລົງທຶນ ໃນ ສປປ ລາວ ເພື່ອເຂົ້າຮ່ວມການເຄື່ອນໄຫວວຽກງານ ມາດຕະຖານ ເປັນຕົ້ນການສ້າງ, ແລະ ນຳໃຊ້ ມາດຕະຖານ, ການຄຸ້ມຄອງ ແລະ ກວດກາ ວຽກງານດັ່ງກ່າວ ຢ່າງຖືກຕ້ອງ, ກວ້າງຂວາງ ແລະ ເປັນເຈົ້າການ.
ມາດຕາ 6. ຫຼັກການພື້ນຖານ ກ່ຽວກັບ ມາດຕະຖານ ແລະ ລະບຽບການເຕັກນິກ
ມາດຕະຖານ ແລະ ລະບຽບການເຕັກນິກ ຕ້ອງປະຕິບັດ ຕາມຫຼັກການພື້ນຖານ ດັ່ງນີ້:
-
ຕ້ອງຍົກສູງຄຸນະພາບ ແລະ ປະສິດທິພາບ ທາງດ້ານ ເສດຖະກິດ-ສັງຄົມ, ສົ່ງເສີມ ການແຂ່ງຂັນທາງດ້ານ ຄຸນະພາບ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ແລະ ການປົກປັກຮັກສາ ສິ່ງແວດລ້ອມ ຢູ່ຕະຫຼາດ ພາຍໃນ ແລະ ສາກົນ;
-
ຕ້ອງຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ແລະ ຮັບປະກັນ ສຸຂານາໄມ, ສຸຂະພາບ ຂອງຜູ້ບໍລິໂພກ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ສິດ ແລະ ຜົນປະໂຫຍດຂອງຜູ້ບໍລິ ໂພກ ແລະ ພາກສ່ວນທີ່ກ່ຽວຂ້ອງ;
-
ຕ້ອງຮັບປະກັນຄວາມໂປ່ງໃສ, ຄວາມຍຸຕິທຳ, ການເປີດກວ້າງ, ຄວາມສະເໝີພາບ ຫລີກເວັ້ນ ການຈຳແນກ ແລະ ການສ້າງອຸປະສັກ ຕໍ່ການຜະລິດ, ທຸລະກິດການຄ້າ, ການບໍລິການ ດ້ວຍການເຂົ້າ ຮ່ວມ ຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບກັນ;
-
ຕ້ອງຮັບປະກັນ ຄວາມສອດຄ່ອງ ກັບສະພາບຄວາມເປັນຈິງ ແລະ ຄວາມສາມາດ ໃນການ ຈັດຕັ້ງປະຕິບັດ.
ມາດຕາ 7. ຫຼັກການ ການສ້າງມາດຕະຖານ ແລະ ລະບຽບການເຕັກນິກ
ການສ້າງມາດຕະຖານ ແລະ ລະບຽບການເຕັກນິກ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
-
ຕ້ອງນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ແລະ ບົດຮຽນ ທີ່ກ້າວໜ້າ ທັງຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ຂອງການພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
-
ຕ້ອງສຶກສາ ຄົ້ນຄວ້າ ແລະ ສົມທຽບ ມາດຕະຖານສາກົນ, ພາກພື້ນ, ຕ່າງປະເທດ ເພື່ອເປັນພື້ນຖານ ໃນການສ້າງ ໂດຍໃຫ້ສອດຄ່ອງ ກັບຈຸດພິເສດ ແລະ ສະພາບ ຕົວຈິງຂອງປະເທດ;
-
ຕ້ອງຮັບປະກັນຄວາມສອດຄ່ອງ ລະຫວ່າງ ມາດຕະຖານ ແລະ ລະບຽບການເຕັກນິກຂອງລາວທີ່ປະກາດໃຊ້ແລ້ວ;
-
ຕ້ອງສອດຄ່ອງກັບລະບຽບກົດໝາຍ ຂອງ ສປປ ລາວ, ສົນທິສັນຍາ, ສັນຍາສາກົນ ທີ່ ສປປ ລາວເປັນພາຄີ.
ມາດຕາ 8. ຂອບເຂດການຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບ ການເຄື່ອນໄຫວວຽກງານມາດຕະຖານ ເປັນຕົ້ນ ການສ້າງ, ການປະກາດໃຊ້ ແລະ ການຳໃຊ້ ມາດຕະຖານ ແລະ ລະບຽບການເຕັກນິກ ໃນຂົງເຂດ ການຜະລິດ, ທຸລະກິດ ການຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະ ບັນຫາອື່ນທີ່ກ່ຽວຂ້ອງ ກັບວຽກງານມາດຕະຖານ.
ມາດຕາ 9. ການຮ່ວມມືສາກົນ
ລັດ ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ອົງການຈັດຕັ້ງພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານມາດຕະຖານ ດ້ວຍການຍາດແຍ່ງ ການຊ່ວຍເຫຼືອ, ການຄົ້ນຄວ້າ ວິທະຍາ ສາດ, ເຕັກນິກຮ່ວມກັນ, ການແລກປ່ຽນ ບົດຮຽນ, ການສ້າງ ແລະ ຍົກລະດັບຄວາມຮູ້ ຄວາມ ສາມາດ ຂອງ ບຸກຄະລາກອນ ແລະ ອື່ນໆ ບົນພື້ນຖານ ຫຼັກການຄວາມເປັນ ເອກະລາດ, ເປັນເຈົ້າຕົນເອງ, ສະເໝີ ພາບ ແລະ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ປະຕິບັດ ລວມທັງ ແກ້ໄຂ ຂໍ້ຂັດແຍ່ງ ຕາມສົນທິສັນຍາ, ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
|