ເຂົ້າສູ່ລະບົບ



ພາກທີ່ VII ການລະເມີດຊັບສິນທາງປັນຍາ ແລະ ການແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳ | ພິມ |  ອີເມລ

ພາກທີ VII

ການລະເມີດຊັບສິນທາງປັນຍາ ແລະ ການແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳ

ມາດຕາ 108. ການລະເມີດສິດ ກ່ຽວກັບຊັບສິນອຸດສາຫະກຳ

ການລະເມີດສິດ ກ່ຽວກັບ ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ ແລະ ແບບຜັງວົງຈອນລວມ ມີດັ່ງນີ້:

1. ການນຳໃຊ້ ການປະດິດສ້າງ, ສິ່ງປະດິດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ ທີ່ຖືກປົກປ້ອງ ແລະ ຍັງຢູ່ໃນໄລຍະອາຍຸການປົກປ້ອງ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງສິດ;

2. ການນຳໃຊ້ ການປະດິດສ້າງ, ສິ່ງປະດິດ, ແບບອຸດສາຫະກຳ ແລະ ແບບຜັງວົງຈອນລວມ ໂດຍບໍ່ໄດ້ຈ່າຍຄ່າທົດແທນ ໃຫ້ແກ່ເຈົ້າຂອງສິດ.

ການລະເມີດສິດ ກ່ຽວກັບເຄື່ອງໝາຍທາງການຄ້າ ມີດັ່ງນີ້:

1. ການນຳໃຊ້ສັນຍາລັກ ທີ່ຄືກັນກັບເຄື່ອງໝາຍ ທີ່ໃຊ້ກັບສິນຄ້າ ຫຼື ການບໍລິການ ທີ່ໄດ້ປົກ ປ້ອງແລ້ວ;

2. ການນຳໃຊ້ສັນຍາລັກ ທີ່ຄືກັນ ຫຼື ຄ້າຍຄືກັນກັບ ເຄື່ອງໝາຍ ທີ່ໃຊ້ກັບສິນຄ້າ ຫຼື ການບໍລິ ການ ທີ່ໄດ້ປົກປ້ອງແລ້ວ ຊຶ່ງພາໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດ ກ່ຽວກັບ ສິນຄ້າ ຫຼື ການບໍລິການ ທີ່ແທ້ຈິງ;

3. ການນຳໃຊ້ສັນຍາລັກ ທີ່ຄືກັນ ຫຼື ຄ້າຍຄືກັນ ກັບເຄື່ອງໝາຍທີ່ມີຊື່ສຽງ ສຳລັບສິນຄ້າ ຫຼື ການບໍລິການ;

4. ການນຳໃຊ້ສັນຍາລັກໃນຮູບແບບຂອງການແປ ຫຼື ການຂຽນດ້ວຍພາສາອື່ນ ໂດຍຮັກສາສຳ ນຽງເດີມ ຂອງເຄື່ອງໝາຍທີ່ມີຊື່ສຽງ ສຳລັບສິນຄ້າ ຫຼື ການບໍລິການ.

ການລະເມີດສິດ ກ່ຽວກັບແຫຼ່ງກຳເນີດ ມີດັ່ງນີ້:

1. ການນຳໃຊ້ແຫຼ່ງກຳເນີດ ທີ່ຖືກປົກປ້ອງ ໂດຍບໍ່ສອດຄ່ອງກັບລະບຽບການ ກ່ຽວກັບ ແຫຼ່ງກຳເນີດ;

2. ການນຳໃຊ້ແຫຼ່ງກຳເນີດ ຕໍ່ຜະລິດຕະພັນ ທີ່ຄ້າຍຄືກັນກັບຜະລິດຕະພັນ ຊຶ່ງແຫຼ່ງກຳເນີດຖືກ ປົົກປ້ອງແລ້ວ ເພື່ອຈຸດປະສົງໃນການສວຍໃຊ້ຊື່ສຽງ ແລະ ຄວາມນິຍົມ ຂອງແຫຼ່ງກຳເນີດນັ້ນ;

3. ການນຳໃຊ້ສັນຍາລັກ ທີ່ຄືກັນ ຫຼື ຄ້າຍຄືກັນກັບ ແຫຼ່ງກຳເນີດທີ່ຖືກປົກປ້ອງ ສຳລັບຜະ ລິດຕະພັນທີ່ບໍ່ໄດ້ມາຈາກສະຖານທີ່ ທີ່ເປັນແຫຼ່ງກຳເນີດນັ້ນ ຊຶ່ງເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດ.

ມາດຕາ 109. ການລະເມີດສິດກ່ຽວກັບພັນພືດໃໝ່

ການລະເມີດສິດ ຕໍ່ພັນພືດໃໝ່ ມີດັ່ງນີ້:

1. ການນຳໃຊ້ພັນພືດໃໝ່ ທີ່ຖືກປົກປ້ອງ ຊຶ່ງຍັງຢູ່ໃນໄລຍະອາຍຸການປົກປ້ອງ ໂດຍບໍ່ໄດ້ຮັບ ອະນຸຍາດຈາກເຈົ້າຂອງສິດ;

2. ການນຳໃຊ້ພັນພືດໃໝ່ ໂດຍບໍ່ໄດ້ຈ່າຍຄ່າຕອບແທນ ໃຫ້ແກ່ເຈົ້າຂອງສິດ;

3. ການນຳໃຊ້ ຊື່ພັນພືດ ທີ່ຄືກັນ ຫຼື ຄ້າຍຄືກັນ ກັບຊື່ພັນພືດໃໝ່ ຊຶ່ງຢູ່ໃນກຸ່ມພືດຊະນິດດຽວກັນ ທີ່ໄດ້ຖືກປົກປ້ອງແລ້ວ.

ມາດຕາ 110. ການລະເມີດລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ການລະເມີດ ລິຂະສິດ ມີດັ່ງນີ້:

1. ການນຳເອົາຜົນງານທາງດ້ານສິລະປະກຳ, ວັນນະກຳ ຫຼື ວິທະຍາສາດ ຂອງຜູ້ອື່ນມາໃຊ້ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ;

2. ການແອບອ້າງໃສ່ຊື່ຕົນເອງວ່າເປັນຜູ້ປະດິດຄິດແຕ່ງຜົນງານຂອງຜູ້ອື່ນ;

3. ການພິມເຜີຍແຜ່ ຜົນງານໃດໜຶ່ງ ທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດ;

4. ການພິມເຜີຍແຜ່ ຜົນງານຂອງຜູ້ຮ່ວມປະດິດຄິດແຕ່ງ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຮ່ວມປະດິດຄິດແຕ່ງຄົນອື່ນ;

5. ການດັດແປງ, ເພີ້ມເຕີມ ຫຼື ຕັດອອກບາງສ່ວນ ຂອງຜົນງານໃດໜຶ່ງ ບໍ່ວ່າດ້ວຍວິທີການໃດ ກໍ່ຕາມ ທີ່ສ້າງຄວາມເສຍຫາຍຕໍ່ກຽດ ແລະ ຊື່ສຽງຂອງຜູ້ປະດິດຄິດແຕ່ງ;

6. ການອັດສຳເນົາຜົນງານ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ;

7. ການສ້າງຜົນງານສືບເນື່ອງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ໃນການນຳໃຊ້ຜົນງານສືບເນື່ອງນັ້ນ;

8. ການຫາຜົນປະໂຫຍດຈາກຜົນງານໃດໜຶ່ງ ໂດຍບໍ່ໄດ້ຂໍອະນຸຍາດ ຈາກເຈົ້າຂອງລິຂະສິດ

ໂດຍບໍ່ໄດ້ຈ່າຍຄ່າທົດແທນ ຫຼື ໃຫ້ຜົນປະໂຫຍດທາງດ້ານວັດຖຸອື່ນໆ;

9. ການໃຫ້ເຊົ່າຕໍ່ ຜົນງານ ໂດຍບໍ່ໄດ້ຈ່າຍຄ່າທົດແທນ ຫຼື ໃຫ້ຜົນປະໂຫຍດໃຫ້ເຈົ້າຂອງ ຜົນງານ ຫຼື ເຈົ້າຂອງລິຂະສິດ;

10. ການອັດສຳເນົາ, ຜະລິດ, ໂຄສະນາເຜີຍແຜ່, ສະແດງ ຫຼື ສື່ສານ ຜົນງານຕໍ່ສາທາລະນະຊົນ

ດ້ວຍເຄືອຄ່າຍການກະຈາຍສຽງພາບ ຫຼື ດ້ວຍອຸປະກອນເຕັກນິກທີ່ທັນສະໄໝ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງລິຂະສິດ;

11. ການເຜີຍແຜ່ ຜົນງານໃດໜຶ່ງ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງລິຂະສິດ;

12. ການຍົກເລີກ ຫຼື ທຳໃຫ້ວິທີການເຕັກນິກ ທີ່ເຈົ້າຂອງລິຂະສິດ ນຳໃຊ້ໃນການປົກປ້ອງຜົນງານລິຂະສິດນັ້ນໃຊ້ການບໍ່ໄດ້ ໂດຍເຈດຕະນາ;

13. ການລຶບ ຫຼື ແກ້ໄຂ ຂໍ້ມູນທາງດ້ານເອເລັກໂຕຣນິກ ໃນການຄຸ້ມຄອງລິຂະສິດ ຂອງຜົນງານນັ້ນ ໂດຍເຈດຕະນາ;

14. ການຜະລິດ, ລວບຮວມ, ປ່ຽນແປງ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂາຍ ຫຼື ໃຫ້ເຊົ່າ ສິ້ນສ່ວນໃດໜຶ່ງ ຂອງອຸປະກອນ ທັງໆທີ່ຮູ້ ຫຼື ຄວນຈະຮູ້ວ່າ ອຸປະກອນນັ້ນໄດ້ຖືກນຳໃຊ້ເພື່ອເຮັດໃຫ້ວິທີການປ້ອງກັນ ທາງດ້ານເຕັກນິກໃຊ້ການບໍ່ໄດ້ ທີ່ເຈົ້າຂອງລິຂະສິດ ໄດ້ເຮັດຂຶ້ນມາ ເພື່ອປົກປ້ອງຜົນງານຂອງຕົນ;

15. ເຮັດ ແລະ ຂາຍຜົນງານທີ່ບໍ່ຖືກຕ້ອງ ໂດຍປອມແປງລາຍເຊັນຂອງຜູ້ປະດິດຄິດແຕ່ງ;

16. ການສົ່ງອອກນຳເຂົ້າ, ໂຄສະນາ, ສຳເນົາ ຂອງຜົນງານ ທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ.

ການລະເມີດ ສິດກ່ຽວຂ້ອງກັບລິຂະສິດ ມີດັ່ງນີ້:

1. ການແອບອ້າງຊື່ຂອງຜູ້ສະແດງ, ຜູ້ຜະລິດ ການບັນທຶກສຽງພາບ, ອົງການກະຈາຍສຽງ ພາບ;

2. ການພິມເຜີຍແຜ່, ຜະລິດ ແລະ ສື່ສານການສະແດງ, ບັນທຶກສຽງພາບ, ກະຈາຍສຽງພາບຕໍ່ສາທາລະນະຊົນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຜູ້ສະແດງ, ຜູ້ຜະລິດການບັນທຶກສຽງ ພາບ, ອົງການກະຈາຍສຽງພາບ;

3. ການດັດແປງ, ເພີ້ມເຕີມ ຫຼື ຕັດອອກບາງສ່ວນ ຂອງການສະແດງ ບໍ່ວ່າດ້ວຍວິທີການໃດກໍ່ຕາມ ທີ່ສ້າງຄວາມເສຍຫາຍ ຕໍ່ກຽດ ແລະ ຊື່ສຽງຂອງຜູ້ສະແດງ;

4. ການຜະລິດຊ້ຳ, ຕັດຕໍ່ບັນທຶກການສະແດງ, ການບັນທຶກສຽງພາບ, ການກະຈາຍສຽງພາບ ທີ່ບໍ່ໄດ້ຮັບອະນຸຍາດ ຈາກຜູ້ສະແດງ, ຜູ້ຜະລິດການບັນທຶກສຽງພາບ, ອົງການກະຈາຍ ສຽງພາບ;

5. ການປ່ຽນແປງ ສິດກ່ຽວກັບການຄຸ້ມຄອງຂໍ້ມູນ ໃນຮູບແບບເອເລັກໂຕຣນິກ ທີ່ບໍ່ໄດ້ຮັບອະ ນຸຍາດ ຈາກເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ;

6. ການຍົກເລີກ ຫຼື ເຮັດໃຫ້ວິທີການເຕັກນິກ ທີ່ເຈົ້າຂອງນຳໃຊ້ໃນການປົກປ້ອງສິດກ່ຽວ ຂ້ອງກັບລິຂະສິດນັ້ນໃຊ້ການບໍ່ໄດ້ ໂດຍເຈດຕະນາ;

7. ການຈຳໜ່າຍ, ນຳເຂົ້າເພື່ອຈຳໜ່າຍ, ກະຈາຍສຽງພາບ, ສື່ສານ, ບັນທຶກສຳເນົາສຽງພາບ ຂອງການສະແດງ ຕໍ່ສາທາລະນະຊົນ ທັງໆທີ່ຮູ້ ຫຼື ຄວນຈະຮູ້ວ່າ ບົດບັນທຶການການສະແດງນັ້ນ ໄດ້ຖືກປ່ຽນແປງ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ;

8. ການຜະລິດ, ລວບຮວມ, ປ່ຽນແປງ, ຈຳໜ່າຍ, ນຳເຂົ້າ, ສົ່ງອອກ, ຂາຍ ຫຼື ໃຫ້ເຊົ່າ ສິ້ນສ່ວນໃດໜຶ່ງ ຂອງອຸປະກອນ ທັງໆທີ່ຮູ້ ຫຼື ຄວນຈະຮູ້ວ່າ ສິ້ນສ່ວນອຸປະກອນນັ້ນໄດ້ຖືກນຳໃຊ້ໃນ

ທາງທີ່ບໍ່ຖືກຕ້ອງ ເພື່ອຖອດລະຫັດລາຍການສົ່ງຜ່ານສັນຍານດາວທຽມທີ່ເຂົ້າລະຫັດ;

9. ການບັນທຶກ ຫຼື ເຜີຍແຜ່ໃນທາງການຄ້າ ລາຍການທີ່ສົ່ງຜ່ານສັນຍານດາວທຽມທີ່ເຂົ້າລະ ຫັດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຜູ້ຈຳໜ່າຍທີ່ຖືກຕ້ອງຕາມກົດໝາຍ ໂດຍເຈດຕະນາ

ມາດຕາ 111. ການແຂ່ງຂັນ ທີ່ບໍ່ມີຄວາມຍຸຕິທຳ

ທຸກການແຂ່ງຂັນ ທາງດ້ານອຸດສາຫະກຳ ຫຼື ການຄ້າ ທີ່ບໍ່ສຸດຈະລິດ ແມ່ນຜິດຕໍ່ກົດໝາຍ ແລະ ຖືວ່າແມ່ນການແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳ.

ການແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳ ແມ່ນການກະທຳຕໍ່ຜູ້ອື່ນ ມີດັ່ງນີ້:

1. ສ້າງຄວາມສັບສົນ ທີ່ພົວພັນເຖິງຜະລິດຕະພັນ ແລະ ການບໍລິການ ກ່ຽວກັບ ເຄື່ອງໝາຍ ການຄ້າ, ຊື່ການຄ້າ ຫຼື ຊື່ການບໍລິການ ແລະ ແບບອຸດສາຫະກຳ;

2. ທຳລາຍຊື່ສຽງ ແລະ ຄວາມໜ້າເຊື່ອຖື ກ່ຽວກັບ ເຄື່ອງໝາຍການຄ້າ, ຊື່ການຄ້າ ຫຼື ຊື່ການບໍລິການ ແລະ ແບບອຸດສາຫະກຳ;

3. ເຮັດໃຫ້ສາທາລະນະຊົນເຂົ້າໃຈຜິດ ກ່ຽວກັບ ຂະບວນການຜະລິດ, ຄວາມເປັນຈິງ ເພື່ອຈຸດປະສົງດ້ານຄຸນນະພາບ, ປະລິມານ, ຄຸນລັກສະນະອື່ນ, ແຫຼ່ງທີ່ມາ, ເງື່ອນໄຂໃນການຕອບສະໜອງ ແລະ ລາຄາຂອງຜະລິດຕະພັນ ຫຼື ການບໍລິການ;

4. ສ້າງຄວາມເຊື່ອມເສຍ ກ່ຽວກັບ ຂະບວນການຜະລິດ, ຄວາມເປັນຈິງ ເພື່ອຈຸດປະສົງດ້ານ ຄຸນນະພາບ, ປະລິມານ, ຄຸນລັກສະນະອື່ນ, ເງື່ອນໄຂໃນການຕອບສະໜອງ ແລະ ລາຄາຂອງຜະລິດຕະພັນ ຫຼື ການບໍລິການ;

ເປີດເຜີຍຄວາມລັບທາງການຄ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກ ເຈົ້າຂອງສິດກ່ຽວກັບການໄດ້ມາ, ການນຳໃຊ້ຄວາມລັບທາງການຄ້າ ຈາກການສືບຄວາມລັບ ທາງດ້ານອຸດສາຫະກຳ ຫລືການຄ້າ ແລະ ເປີດເຜີຍການຍົກເລີກສັນຍາ. ການຂາດຄວາມເຊືອຖື ຫລືການໄດ້ຄວາມລັບມາ ໂດຍບຸກຄົນທີ່ສາມ.