|
JPAGE_CURRENT_OF_TOTAL
ພາກທີ V
ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ
ໝວດທີ 1
ເງື່ອນໄຂ ຂອງລິຂະສິດ
ມາດຕາ 74. ເງື່ອນໄຂການປົກປ້ອງລິຂະສິດ
ເງື່ອນໄຂການປົກປ້ອງລິຂະສິດປະກອບດ້ວຍ:
1. ຜົນງານດ້ານສິລະປະກຳ ໝາຍເຖິງ ຜົນງານຕ່າງໆ ເຊັ່ນ:
1.1. ຮູບວາດ, ຮູບແຕ້ມ, ຮູບແກະສະຫຼັກ, ການເກັບຂິດລາຍພົມ ຫຼື ລາຍແພ ແລະ ຜົນ
ງານວິຈິດຕະກຳ ອື່ນໆ;
1.2. ຮູບປັ້ນ, ຮູບຄວັດຫີນ ແລະ ຜົນງານປະຕິມາກຳ ອື່ນໆ;
1.3. ການອອກແບບອາຄານ ຫຼື ສິ່ງປຸກສ້າງ, ການອອກແບບຕົບແຕ່ງ ພາຍໃນ ພາຍນອກ ແລະ ຜົນງານສະຖາປະນິກ ອື່ນໆ;
1.4. ຮູບຖ່າຍດ້ວຍວິທີການເຕັກນິກຕ່າງໆ;
1.5. ຮູບຈຳລອງ, ແຜນທີ່, ແຜນຜັງ, ຮູບສະເກັດ ຫຼື ຮູບສາມມິຕິ ກ່ຽວກັບ ພູມສາດ, ພູມປະເທດ ຫຼື ວິທະຍາສາດ;
1.6. ດົນຕີປະກອບບົດລະຄອນ, ແບບລະຄອນໄບ້ ຫຼື ລະຄອນຈັດສາກ, ການອອກແບບທ່າຟ້ອນ, ທ່າເຕັ້ນ ແລະ ຜົນງານອື່ນໆ ທີ່ປະດິດຄິດແຕ່ງຂຶ້ນເພື່ອການສະແດງ;
1.7. ດົນຕີ ຊຶ່ງໝາຍເຖິງ ຜົນງານກ່ຽວກັບ ທຳນອງ ແລະ ເນື້ອຮ້ອງ ຫຼື ທຳນອງຢ່າງດຽວ ແລະ ລວມເຖິງໂນດເພັງ ທີ່ໄດ້ແຍກ ແລະ ຮຽບຮຽງສຽງປະສານແລ້ວ;
1.8. ບັນທຶກສຽງພາບ ຊຶ່ງໝາຍເຖິງ ການບັນທຶກຜົນງານລົງໃສ່ອຸປະກອນບັນທຶກ ເຊັ່ນ:ແຜນສຽງ, ກະແຊດ, ກະແຊດວິດີໂອ, ແຜ່ນເລເຊີດິສ, ແຜ່ນຊີດີ, ແຜ່ນວິດີໂອຊີດີ, ແຜ່ນດີວີດີ, ເອັມພີສາມ, ເອັມພີສີ່ ຫຼື ການບັນທຶກ ດ້ວຍວິທີອື່ນໆ;
1.9. ຮູບເງົາ ຊຶ່ງໝາຍເຖິງ ການລຳດັບພາບ ທີ່ສາມາດນຳອອກສາຍຕໍ່ເນື່ອງໄດ້ເປັນຮູບເງົາ ແລະ ສາມາດບັນທຶກລົງໃສ່ວັດສະດຸ ອື່ນໆ ທີ່ສາມາດນຳອອກສາຍຕໍ່ເນື່ອງໄດ້ຄືກັນ ແລະ ລວມເຖິງສຽງປະກອບຮູບເງົາ.
2. ຜົນງານດ້ານວັນນະກຳ ໝາຍເຖິງ ຜົນງານຕ່າງໆ ເຊັ່ນ:
1.1. ປື້ມອ່ານ, ວິທະຍານິພົນ, ແຜ່ນພັບ, ວາລະສານ, ສິ່ງພິມ ແລະ ສິ່ງຂີດຂຽນ ອື່ນໆ;
1.2. ບົດປາຖະກະຖາ, ບົດຄຳເຫັນ, ສຸນທອນພົດ, ບົດຄຳສອນ, ບົດສອນ ແລະ ບົດເວົ້າ ອື່ນໆ;
1.3. ບົດລະຄອນ, ບົດເລື່ອງ;
1.4. ໂປຣແກຣມຄອມພິວເຕີ ແລະ ການລວບລວມຂໍ້ມູນ.
ມາດຕາ 75. ຜົນງານທີ່ສືບເນື່ອງຈາກລິຂະສິດ
ຜົນງານທີ່ສືບເນື່ອງຈາກລິຂະສິດ ແມ່ນຜົນງານທີ່ໄດ້ແປມາຈາກພາສາໃດໜຶ່ງ ເປັນພາສາລາວ ຫຼື ພາສາອື່ນ ຫຼື ຈາກພາສາລາວ ເປັນພາສາອື່ນ, ຖືກປັບປຸງ, ດັດແກ້, ປ່ຽນຮູບ, ລວບຮວມ, ໃຫ້ຄວາມ ໝາຍ, ໃຫ້ຄຳ ອະທິບາຍ, ຜົນງານ ທີ່ໄດ້ຄັດເລືອກ ຫຼື ເລືອກເຟັ້ນມາ.
ສຳລັບເນື້ອໃນການປົກປ້ອງຜົນງານດັ່ງກ່າວ ໃຫ້ປະຕິບັດຕາມ ມາດຕາ 74 ຂອງກົດໝາຍສະ ບັບນີ້ ໂດຍບໍ່ໃຫ້ແຕະຕ້ອງເຖິງຜົນງານ ທີ່ກຳນົດໄວ້ໃນມາດຕາດັ່ງກ່າວ.
ມາດຕາ 76. ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ
ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ ມີດັ່ງນີ້:
1. ຂໍ້ມູນຊຶ່ງມີລັກສະນະເປັນພຽງຂ່າວສານ;
2. ບັນດານິຕິກຳຕ່າງໆ, ລະບຽບການປົກຄອງ, ເອກະສານທາງດ້ານຕຸລາການ ແລະ ການແປເປັນທາງການ;
3. ກຳມະວິທີ, ລະບົບ, ວິທີການຈັດຕັ້ງປະຕິບັດ, ນິຍາມ, ຫຼັກການ ແລະ ສະຖິຕິ.
<< ເລີ່ມຕົ້ນ < ຖອຍຫຼັງ 1 2 3 4 5 6 7 ຕໍ່ໄປ > ສຸດທ້າຍ >>
|