|
ຂະບວນຄາລາວານວິທະຍາສາດ ລາວ - ໄທ |
ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ຮ່ວມກັບ ກະຊວງວິທະຍາ ສາດແຫ່ງ ຣາຊາອານາຈັກໄທ ຈັດງານ ຄາລາວານ ວິທະຍາສາດ ຢູ່ທີ່ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 22-24 ກຸມພາ 2010 ການຈັດງານຄັ້ງນີ້ພາຍໃຕ້ການເປັນປະທານຮ່ວມ ເຊິ່ງຕາງໜ້າຝ່າຍລາວໂດຍ ທ່ານ ສີທະ ຜຸຍຍະວົງ ຫົວໜ້າ ຫ້ອງການ ອວຕຊ,
ຕາງໜ້າຝ່າຍໄທໂດຍ ທ່ານນາງ ດຣ ສຸຈິນດາ ໂສທິພານິດ ຫົວໜ້າຫ້ອງການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ປະເທດໄທ ແລະ ມີບັນດາ ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ພະແນກ, ຄູ ອາຈານ, ນ້ອງນັກຮຽນ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມໃນງານຄັ້ງນີ້ຢ່າງພ້ອມພຽງ.
ເປົ້າໝາຍແມ່ນ ແນໃສ່ສ້າງຈິດສຳນຶກໃຫ້ແກ່ ມວນຊົນ ໂດຍສະເພາະແມ່ນ ນັກຮຽນ, ນັກສຶກສາໃຫ້ໄດ້ຮຽນຮູ້ເຂົ້າໃຈຄວາມໝາຍຄວາມສຳຄັນຂອງ ວິທະຍາສາດ ແລະ ເຕັກໂນໂລຊີ ໃນການພັດທະນາຊີວິດການເປັນຢູ່ປະຈຳວັນ, ທັງເປັນການປະກອບສ່ວນສຳຄັນໃນການຊຸກຍູ້ສົ່ງເສີມ ແລະ ກະຕຸ້ນໃຫ້ນັກຮຽນ, ນັກສຶກສາເພີ່ມຄວາມຮູ້ ແລະ ຄວາມເອົາໃຈໃສ່ຫລາຍຂຶ້ນໃນການຮ່ຳຮຽນດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງເປັນໜໍ່ແໜງສຳຄັນໃຫ້ແກ່ການພັດທະນາປະເທດຊາດ ແລະ ກ້າວໄປສູ່ການຫັນເປັນອຸດສາຫະກຳ ທີ່ທັນສະໄໝ, ຂະນະດຽວກັນງານ ຄາລາວານ ດັ່ງກ່າວຍັງເປັນຂີດໝາຍສຳຄັນ ໃຫ້ແກ່ການປະສານງານໃນຕໍ່ໜ້າກໍຄືໃນອະນາຄົດ. |