|
ກອງປະຊຸມ ລັດຖະມົນຕີ ວ່າດ້ວຍການ ຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທຄັ້ງທີ 4 |
|
ກອງປະຊຸມ ລັດຖະມົນຕີວ່າ ດ້ວຍການຮ່ວມມືດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທ ຄັ້ງທີ 4 ລະຫວ່າງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ລາຊະອານາຈັກໄທ ໄດ້ຈັດຂຶ້ນ ຢູ່ທີ່ ຣີສອດ ຈັນທະຫວິນ, ແຂວງ ຫຼວງພະບາງ, ໃນລະຫວ່າງ ວັນທີ 18-19 ກຸມພາ 2010 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຮ່ວມໂດຍ ຕາງໜ້າ ຝ່າຍລາວ ແມ່ນ ທ່ານ ສາດສະດາຈານ ດຣ. ບຸນຕຽມ ພິດສະໄໝ
ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ແລະ ຕ່າງໜ້າຈາກຝ່າຍໄທ ໂດຍ ທ່ານ ດຣ. ກັນລະຍາ ໂສພົນພານິດ, ລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງລາຊະອານາຈັກໄທ. ເຂົ້າຮ່ວມ ເປັນສັກຄີພິຍານ ໃນການເຊັນສັນຍາ ໃນຄັ້ງນີ້ ມີພາກສ່ວນທີ່ ກ່ຽວຂ້ອງ ຂອງທັງ ສອງຝ່າຍ ເຂົ້າຮ່ວມ ຢ່າງພ້ອມພຽງ.
ຈຸດປະສົງຂອງ ການຈັດກອງປະຊຸມ ເຊັນສັນຍາໃນຄັ້ງນີ້ ແມ່ນເພື່ອ ສືບຕໍ່ ການຮ່ວມມືຂອງສອງ ປະເທດ ລາວ-ໄທ ດ້ານວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ເຊັ່ນ: ວຽກງານຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ, ວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ວຽກງານ ເຕັກໂນໂລຊີ ອາວະກາດ, ວຽກງານ ແອັງຟອກມາຕິກ ແລະ ວຽກງານ ອື່ນໆ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ນອກນັ້ນ ກອງປະຊຸມຍັງໄດ້ສະຫຼຸບ ການເຄື່ອນ ໄຫວ ວຽກງານ ໃນໜຶ່ງປີຜ່ານມາ ແລະ ວາງທິດທາງ ໃນການຮ່ວມມືໃນຕໍ່ໜ້າ. ກອງປະຊຸມ ດັ່ງກ່າວ ແມ່ນຈະໄດ້ ຈັດຂຶ້ນອີກ ໃນຕົ້ນປີ 2011 ໂດຍຝ່າຍໄທຈະເປັນເຈົ້າພາບ. |