ເຂົ້າສູ່ລະບົບ



ການນຳ ອວຕຊ ລົງເຄື່ອນໄຫວ ວຽກງານໃນຂົງເຂດ ວິທະຍາສາດ, ເຕັກໂນໂລຊີ, ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ

ໃນ​ລະຫວ່າງ​ວັນ​ທີ 10-19 ກຸມພາ 2010 ທີ່​ຜ່ານ​ມາ ທ່ານ ສ​.ຈ. ດຣ. ບຸນ​ຕຽມ ຜິດ​ສ​ະໄໝ ລັດ​ຖະມົນຕີ​ ປະ​ຈຳ​ສຳນັກງານນາຍົກ ລັດຖະມົນຕີ, ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ພ້ອມດ້ວຍ ຄະນະໄດ້ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ວຽງຈັນ ໃນຂົງເຂດວຽກງານ ວິທະຍາສາດ, ເຕັກໂນ ໂລຊີ, ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ.

ເຊິ່ງ ການລົງເຄື່ອນໄຫວ ວຽກງານຄັ້ງນີ້ ແມ່ນໄດ້​ເຂົ້າຮ່ວມ ກອງປະຊຸມ ວິຊາການ ດ້ານ ວິທະຍາສາດ ເຕັກໂນໂລຊີ ທີ່ຫ້ອງປະຊຸມ ແຂວງ ວຽງຈັນ ພາຍໃຕ້ການເປັນ ປະທານຮ່ວມຂອງ ທ່ານ ສ.ຈ ດຣ ບຸນຕຽມ ພິດສະໄໝ ລັດຖະມົນຕີ ປະຈຳ ສຳນັກງານນາຍຍົກ ລັດຖະມົນຕີ, ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ, ທ່ານ ວິດົງ ໄຊຍະສອນ ຄະນະ ພັກແຂວງ ຫົວໜ້າ ຫ້ອງວ່າການແຂວງ, ທ່ານ ນາງ ຄຳແຫວນ ອ່ອນປະດິດ ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ມີຜູ້ເຂົ້າຮ່ວມທີ່ມາຈາກ ອວຕຊ, ແລະ ພະແນກການ, ເມືອງ ອ້ອມຂ້າງ ແຂວງເຂົ້າຮ່ວມຢ່າງ ພ້ອມພຽງ.

ກອງປະຊຸມຄັ້ງນີ້ ແມ່ນໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນການສົກປີ 2009 ແລະ ຜ່ານທິດທາງ ແຜນປະຕິບັດວຽກງານສົກປີ 2010 ຂອງ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ. ໃນກອງປະຊຸມ ທາງການນຳຂອງ ອວຕຊ ຍັງໄດ້ ຍົກໃຫ້ເຫັນເຖິງຄວາມສຳຄັນ ຂົງ​ໃນເຂດວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ເປັນຕົ້ນແມ່ນ ວຽກງານການ ນຳໃຊ້ ເຕັກໂນໂລຊີ Computer ຫຼື IT ​ເຂົ້າ​ໃນ​ການ​ພັດທະນາ​ ເສດຖະກິດ-​ສັງ​ຄົມ ​​ໃຫ້​ທັນ​ສະ​ໄໝ ​ແລະ ກ້າວ​ໜ້າ, ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທີ່​ເຊື່ອມ​ໂຍງ​ເຂົ້າ​ໃນ​ລະບົບ E-government (ບໍລິຫານ​ລັດ​ແບບເອເລັກ​ໂຕຼ​ນິກ) ​ແລະ ລະບົບ​ການ​ອື່ນໆ, ວຽກ​ງານ​ຄົ້ນ​ຄວ້າ​ພະ​ລັງ​ງານ​ທົດ​​ແທນຊຶ່ງ​ຈະ​ຊ່ວຍ​ໃຫ້​ປະຊາຊົນ​ປະຢັດ​ຄ່າ​ໃຊ້ຈ່າຍ​ ​ແລະ ​ເປັນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ອີກ​ດ້ວຍ, ວຽກ​ງານ​ສົ່ງ​ເສີມ​ການ​ສຶກສາ​ທາງ​ດ້ານ ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ນອກ​ນັ້ນ​ ໃນ​ກອງ​ປະຊຸມ​ຍັງ​ມີ​ຄະນະ​ນຳ​ຂອງ​ ອວຕຊ ໄດ້​ຜັດ​ປ່ຽນ​ກັນ​ຂຶ້ນ​ເຜີຍ​ແຜ່​ ຕາມ​ແຕ່ລະ​ໜ້າ​ວຽກ​ຂອງ​ໃຜລາວ​ເພື່ອ​ ເປັນການຖອດຖອນ ບົດຮຽນ ໃຫ້ແກ່ພະແນກ ແລະ ບັນດາເມືອງຕ່າງໆທີ່ເຂົ້າຮ່ວມ ​ແລະ ​​ໃຫ້​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ​ແລະ ນຳ​ເອົາ​ໄປ​ຜັນ​ຂະຫຍາຍ​ ເພື່ອປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ ພັດທະນາ​ປະ​ເທດ​ຊາດ ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.

ວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ ມາດຕະຖານ ​ແລະ ວັດ​ແທກ​ເພື່ອ​ສົ່ງ​ເສີມ ຫົວຄິດ​ປະດິດ​ສ້າງ, ການ​ປະດິດ​ຄິດ​ແຕ່ງ, ​ເສດ​ຖະກິດ, ພູມ​ປັນຍາ, ການ​ຄຸ້ມ​ຄອງ ​ແລະ ປົກ​ປ້ອງ​ສິດທາ​ງດ້ານ​ຊັບ​ສິນ​ທາງ​ປັນຍາ​ເພື່ອ​ຮັບ​ປະກັນ​ຜົນ​ປະ​ໂຫຍ​ດຂອງ​ເຈົ້າ​ຂອງ​ຜົນງານ, ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທືນ ​ແລະ ​ຄວາມ​ອາດ​ສາມາດ​ແຂ່ງຂັນ ​​ໃຫ້​ແກ່​​ເສດ​ຖະກິດ​ແຫ່ງ​ຊາດ​ ໃນ​ຍຸກ​​ໂລກາ​ພິວັດ ​ຢ່າງ​ມີ​ປະສິດທິພາບ ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການຫັນປະ​ເທດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​​ໄໝ.