|
ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ ແລະ ກົດໝາຍ ວ່າດ້ວຍມາດຕະຖານ |
|
ໃນວັນທີ 22 ຕຸລາ 2009 ທີ່ຜ່ານມາ ຢູ່ທີ່ ສູນຮ່ວມ ມື ແລະ ຝຶກອົບຮົມສາກົນ (ICTC) ຫຼັກ 5 ນະຄອນ ຫຼວງວຽງຈັນ, ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ເປີດ ກອງປະຊຸມ ເຜີຍແຜ່ກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ ແລະ ກົດໝາຍ ວ່າດ້ວຍ ມາດຕະຖານຂຶ້ນ. ພາຍໃຕ້ການ ເປັນປະທານ ຂອງ ທ່ານ ສາຄອນ ຈະເລີນວົງ ຮອງຫົວໜ້າ ອວຕຊ
ພ້ອມນັ້ນ ໃນກອງປະຊຸມຄັ້ງນີ້ ຍັງໄດ້ເຊື້ອເຊີນເອົາ ທ່ານ ສຈ ດຣ. ພອນເທບ ພົນເສນາ, ຮອງຫົວໜ້າ ກຳມະທິການວັດທະນະທຳ ແລະ ສັງຄົມ ເຂົ້າຮ່ວມເປັນ ນັກວິທະຍາກອນ. ໃ ນນັ້ນ ທ່ານໄດ້ສະເໜີ ໃນຫົວຂໍ້ ‘’ຄວາມເປັນມາ ແລະ ຄວາມສຳຄັນ ຂອງກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ’’ ໂດຍ ມີແຂກທີ່ຖືກເຊີນຈາກຂະແໜງການຕ່າງໆ ທັງພາກລັດ ແລະ ເອກະຊົນ 80 ກວ່າ ທ່ານເຂົ້າຮ່ວມ. ຈຸດປະສົງໃນການເຜີຍແຜ່ກົດໝາຍຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມ ໃຫ້ມີ ຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ, ແນໃສ່ສ້າງບັນຍາກາດໃໝ່ ໃນການຊຸກຍູ້ການມີຫົວຄິດ ປະດິດສ້າງ, ປະດິດຄິດແຕ່ງສິ່ງໃໝ່ໆອອກມາຮັບໃຊ້ສັງຄົມເປັນຕົ້ນແມ່ນ: ເຄື່ອງໝາຍການຄ້າຍີ່ຫໍ້ໃໝ່ໆ ແລະ ມີຊື່ສຽງເພື່ອເພີ່ມຄຸນຄ່າໃຫ້ຜະລິດຕະພັນສິນຄ້າ. ສິ່ງປະດິດ ແລະ ເຕັກໂນໂລຊີໃໝ່ ທີ່ຮັບໃຊ້ ຊີວິດປະຈຳວັນ, ການອອກແບສິ່ງທີ່ຫຼູຫຼາ ແລະ ງາມຕາ, ແຫຼ່ງກຳເນີດຜະລິດຕະພັນ ທີ່ມີຊື່ສຽງ ຈາກທ້ອງຖິ່ນໃດໜຶ່ງ ພາຍໃນປະເທດ, ພັນພືດໃໝ່ ທີ່ໃຫ້ຜົນຜະລິດສູງ ແລະ ທົນທານຕໍ່ສະພາບແວດລ້ອມ ເພື່ອຕ້ານກັບການຂາດແຄນອາຫານ ຂອງປະຊາກອນໂລກທີ່ເພີ່ມຂຶ້ນ, ຄວາມລັບທາງການຄ້າທີ່ສ້າງລາຍໄດ້ ອັນມະຫາສານ ໃຫ້ແກ່ທຸລະກິດ ລວມທັງສິນລະປະ ວັນນະກຳ ທີ່ສ້າງຄວາມ ມ່ວນຊື່ນໃນສັງຄົມ, ທັງໝົດ ເລົ່ານີ້ ລ້ວນແຕ່ເປັນຊັບສິນທາງປັນຍາ ແລະ ການຊຸກຍູ້ ໃຫ້ເກີດມີຜະລິດຕະພັນໃໝ່ ທີ່ໄດ້ມາດຕະຖານ ແລະ ມີຄຸນນະພາບດີ. |