ເຂົ້າສູ່ລະບົບ



3 ການຈັດຕັ້ງ ຂອງ ອວຕຊ ມອບເຄື່ອງ ຊ່ວຍເຫຼື່ອແກ່ ຜູ້ປະສົບໄພນໍ້າຖ້ວມ 3 ແຂວງພາກໃຕ້
ຂ່າວສານການເຄື່ອນໄຫວ - ຂ່າວຊາວໜຸ່ມ

  ໃນວັນທີ 13.10.2009 ຜ່ານມາ ທີ່ ສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ມີ ພິທີ ມອບ - ຮັບ ເຄຶ່ອງຊ່ວຍ ເຫຼືອໃຫ້ແກ່ ຜູ້ປະສົບ ໄຟນ້ຳຖ້ວມ 3 ແຂວງ ພາກໃຕ້ເຊິ່ງມອບ ໂດຍ 3 ອົງການຈັ້ດຕັ້ງ ມະຫາຊົນ ຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ຕາງໜ້າມອບແມ່ນ ທ່ານ ສີທະ ຜຸຍຍະວົງ ຫົວໜ້າຫ້ອງການ ອວຕຊ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ສົມສະນິດ ແກ້ວດວງດີ ຮອງຫົວໜ້າຫ້ອງການ ສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ

ແລະ ຍັງມີພະນັກງານ ທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີ ພິຍານ ໃນການມອບຄັ້ງນີ້ ອີກດ້ວຍ.  

     ຈຸດປະສົງຂອງການມອບຄັ້ງນີ້ ແມ່ນເພື່ອບໍລິຈາກ ເຄື່ອງຊ່ວຍເຫຼືອໃຫ້ແກ່ ຜູ້ປະສົບ ໄພນໍ້າຖ້ວມຢູ່ 3 ແຂວງ ພາກໃຕ້ຄື: ແຂວງ ສາລະວັນ, ເຊກອງ ແລະ ອັດຕະປື. ໃນນັ້ນ ເຄື່ອງທີ່ມອບປະກອບມີ ເຄື່ອງອຸປະໂພກ ແລະ ບໍລິໂພກເຊັ່ນ: ຜ້າຫົມ, ເຄື່ອງນຸ່ງ, ເກີບ, ປຶ້ມຂຽນ, ບິກເຝີດ, ບິກຂຽນ, ປາກະປ໋ອງ, ມີ່ໄວໆ, ມີ່ມ່າໆ, ລວມມູນຄ່າທັງໝົດ 3.816.000 ກີບ.