Login Form



ການເຄື່ອນໄຫວຂອງ ອວຕຊ
ການຖ່າຍທອດ ເຕັກໂນໂລຊີ ການຜິລິດ ປຸ໋ຍຊີວະພາບ ໃຫ້ຊາວກະສິກຳ

 ໃນວັນທີ 29 ເມສາ 2010 ທີ່ຜ່ານມາ, ທີ່ບ້ານ ລາດຄວາຍ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໂດຍການຮ່ວມມື ລະຫວ່າງ ສະຖາບັນວິໄຈ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງປະເທດໄທ ແລະ ສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສປປ ລາວ ໄດ້ຈັດ ຝຶກອົບຮົມ ເພື່ອຖ່າຍທອດ ເຕັກໂນໂລຊີ ການຜະລິດ ປຸ໋ຍຊີວະພາບ ໃຫ້ແກ່ຊາວກະສິກຳຂຶ້ນ ເປັນຄັ້ງທີ 2.

Read more...
 
ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສະຫຼຸບວຽກງານປະຈຳປີ

ໃນວັນທີ 9 ເມສາ 2010 ທີ່ຜ່ານມາ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ຊຶ່ງຂຶ້ນກັບ ສຳນັກງານ ນາຍົກລັດຖະມົນຕີ ໄດ້ຈັດພິທີ ສະຫຼຸບຜົນງານ ປະຈຳປີ ຂອງຕົນຂຶ້ນ. ພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ ສູນນິເວດ ວິທະຍາ (ຫຼັກ 14). ໂດຍການ ເຂົ້າຮ່ວມ ເປັນປະທານຂອງ ຄະນະນຳ ອົງການ ດັ່ງກ່າວ. ພ້ອມນັ້ນ ຍັງມີບັນດາ ພະນັກງານ ວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.

Read more...
 
ພິທີເປີດ ການສ້າງຂະບວນການແຂ່ງຂັນ ຕ້ອນຮັບກອງປະຊຸມໃຫຍ່ ຄະນະພັກ ຮາກຖານ ອວຕຊ

ພິທີໂຮມຊຸມນຸມ ພະນັກງານລັດຖະກອນພາຍໃນ ອວຕຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ມີນາ 2010 ເພື່ອສ້າງ ຂະບວນ  ການຕ້ອນຮັບກອງປະຊຸມໃຫຍ່ ຂອງຄະນະ ພັກຮາກຖານ ອວຕຊ ແລະ ກອງປະຊຸມ 3 ຂັ້ນ ທົ່ວ ສນຍ ໃຫ້ກຽດກ່າວ ເປີດພິທີໂດຍ ທ່ານ ສາຄອນ ຈະເລີນວົງ, ຮອງເລຂາ ຄະນະ ພັກຮາກຖານ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ), ຮອງຫົວໜ້າ ອວຕຊ.

Read more...
 
ກົມແອັງຟອກມາຕິກ ຮ່ວມກັບ ສຳນັກງານ ຂ່າວສານປະເທດລາວ ຈັດຊຸດຝຶກ ອົບຮົມ ກ່ຽວກັບ ການຖ່າຍພາບຂຶ້ນ

ກົມແອັງຟອກມາຕິກ, ອົງການ ວິທະຍາສາດ ແລະ ເຕັກໂນ ໂລຊີ ແຫ່ງຊາດ ຮ່ວມກັບ ສຳນັກຂ່າວສານ ປະເທດລາວ ແລະ ບໍລິສັດ JESSEN Marketing, ບໍລິສັດ Olympus ແຫ່ງ ປະເທດໄທ ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບ ການຖ່າຍພາບ ແບບມືອາຊີບຂຶ້ນ ຢູ່ທີ່ສະໂມ ສອນຂ່າວສານ ປະເທດລາວ ໃນ ວັນທີ 9 ເມສາ 2010 ໂດຍມີ ຜູ້ເຂົ້າຮ່ວມງານຫຼາຍກວ່າ 60 ຄົນ ມາຈາກ

Read more...
 
ພິທີເຊັນສັນຍາ ກໍ່ສ້າງດາວທຽມ ລະບົບ ວິທະຍຸ-ໂທລະພາບ ແລະ ໂທລະຄົມ ມະນາຄົມ ລາວ-ຈີນ

ການເຊັນສັນຍາກໍ່ສ້າງດາວທຽມ ລະບົບ ວິທະຍຸ ໂທລະພາບ ແລະ ໂທລະຄົມ ມະນາຄົມລາວ ລະຫວ່າງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ແລະ ກຸ່ມບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ການບິນ ອາວະກາດ ຂອງ ສປ ຈີນ (CASC) ຕາງໜ້າໂດຍ ບໍລິສັດ ດາວທຽມ ໂທລະຄົມນາຄົມ ອາຊີ-ປາຊີຟິກ ຈີນ ຈຳກັດ ແລະ ບໍລິສັດ ອຸດສາຫະກຳ ກຳແພງເມືອງຈີນ.

Read more...
 
<< Start < Prev 1 2 3 4 5 6 7 8 9 10 Next > End >>

Page 2 of 10