|
ກົມວິທະຍາສາດ ແລະ ເຕັກໂນໂລຊີ ຍົກສູງລະດັບຄວາມຮູ້ໃຫ້ແກ່ ພະນັກງານ ຂັ້ນແຂວງ |
|
ໃນວັນທີ 26-27 ພະຈິກ 2009 ທີ່ຫ້ອງປະຊຸມຕຶກ E-government Lao-Korea ກົມວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກັບ ສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ຈັດກອງປະຊຸມ ພົບປະ ແລະ ຖອດບົດຮຽນ ກ່ຽວກັບວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ. ໃຫ້ກຽດເປັນປະທານ ຄັ້ງນີ້ໂດຍ ທ່ານ ໄຊຍະເວດ ວິໄຊ ຫົວໜ້າ ກົມວິທະຍາສາດ ແລະ ເຕັກໂນໂລຊີ
|
|
Read more...
|
|
|
ກະຕຸກຊຸກຍູ້ໃຫ້ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ 2 ແຂວງພາກເໜືອ ຫົວພັນ ແລະ ຊຽງຂວາງຂຶ້ນເປັນພະແນກ |
|
ໃນວັນທີ 5 ພະຈິກ 2009 ທີ່ຫ້ອງປະຊຸມ ຫ້ອງ ວ່າການ ປົກຄອງ ແຂວງຊຽງຂວາງ ໄດ້ມີພິທີ ປະກາດ ການຈັດຕັ້ງ ໃຫ້ຫ້ອງການ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງແຂວງ ຊຽງຂວາງ ໃຫ້ເປັນພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງແຂວງ ໃຫ້ກຽດເຂົ້າຮ່ວມ ໃນພິທີຄັ້ງນີ້ມີ ທ່ານ ວຽງທະໝອມ ພົມມະຈັນ ຜູ້ຮັກສາການເຈົ້າແຂວງ ແຂວງ ຊຽງຂວາງ, ທ່ານ ສາຄອນ ຈະເລີນວົງ ຮອງຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ
|
|
Read more...
|
|
ກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ ແລະ ກົດໝາຍ ວ່າດ້ວຍມາດຕະຖານ |
|
ໃນວັນທີ 22 ຕຸລາ 2009 ທີ່ຜ່ານມາ ຢູ່ທີ່ ສູນຮ່ວມ ມື ແລະ ຝຶກອົບຮົມສາກົນ (ICTC) ຫຼັກ 5 ນະຄອນ ຫຼວງວຽງຈັນ, ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ເປີດ ກອງປະຊຸມ ເຜີຍແຜ່ກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ ແລະ ກົດໝາຍ ວ່າດ້ວຍ ມາດຕະຖານຂຶ້ນ. ພາຍໃຕ້ການ ເປັນປະທານ ຂອງ ທ່ານ ສາຄອນ ຈະເລີນວົງ ຮອງຫົວໜ້າ ອວຕຊ
|
|
Read more...
|
|
|
ຍົກສູງລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ສ້າງຈິດສຳນຶກ ໃຫ້ແກ່ ພາກສ່ວນຕ່າງໆ ກ່ຽວກັບວຽກງານ ຊັບສິນທາງປັນຍາ |
ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ເປີດກອງປະຊຸມ ສຳມະນາ ວ່າດ້ວຍ ບົດບາດ ຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບ ລິຂະສິດ ໃນການພັດທະນາ ເສດຖະກິດ ແລະ ວັດທະນາທຳ (WIPO National Seminar on the Role of Copyright and Related Rights in Economic and Cultural Development) |
|
Read more...
|
|
ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ ເວລາແຫ່ງຊາດ ຄັ້ງວັນທີ 22 ຕຸລາ 2009, ທີ່ ນະຄອນຫຼວງວຽງຈັນ |
|
ສະຖາບັນວັດແທກ ທີ່ຂຶ້ນກັບ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ຮ່ວມກັບ ສະຖາບັນ ມາດວິທະຍາ ແຫ່ງຊາດໄທ ໄດ້ຈັດຕັ້ງ ກອງປະຊຸມ ສຳມະນາ ຂຶ້ນໃນຄັ້ງວັນທີ 22 ຕຸລາ 2009 ທີ່ສະໂມ ສອນ ສຳນັກງານນາຍົກ ລັດຖະມົນຕີ. ໃຫ້ກຽດເຂົ້າ ຮ່ວມເປັນ ປະທານ ກອງປະຊຸມ ໃນຄັ້ງນີ້ ໂດຍ ທ່ານ ດຣ. ໄມດົມ ຈັນທະນະສິນ ຮອງຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ
|
|
Read more...
|
|
|
|
|
<< Start < Prev 1 2 3 4 5 6 7 8 9 10 Next > End >>
|
|
Page 4 of 10 |