Login Form



ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ PDF Print E-mail
Written by Administrator   
Thursday, 25 June 2009 09:51

1​. ທີ່​ຕັ້ງ ​ແລະ​ ພາ​ລະ​ບົດ​ບາດ

 

1.1 ອົງ​ການ​ວິ​ທະ​ຍາ​ສາດ​ ​ແລະ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ ຂຽນ​ຫຍໍ້​ຫວ່າ​: “ ອ ວ ຕ ຊ “ ຂຽນ​ເປັນ​ພາ​ສາ ຝຣັ່ງ “ Autorite National Pour Les Sciences et la Technologie “ (​ຂຽນ​ຫຍໍ້​: A N S T) ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ຂອງ​ລັດ​ບໍ​ລິ​ຫານ​ຂັ້ນ​ສູນ​ກາງ​, ​ເປັນ​ທະ​ບວງ​ໜຶ່ງ​ທີ່​ສັງ​ກັດ​ໃນ​ລະ​ບົບ​ການ​ຈັດ​ຕັ້ງ​ຂອງ​ສໍານັກ​ງານ​ນາ​ ຍົກ​ລັດ​ຖະ​ມົນ​ຕີ​, ມີ​ພາ​ລະ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ​ໃຫ້​ລັດ​ຖະ​ບານ ​ແລະ ​ຄຸ້ມ​ຄອງ​ມະ​ຫາ​ພາກ ກຽວ​ກັບ​ວຽກ​ງານ​ວິ​ທະ​ຍາ​ສາດ​, ​ເຕັກ​ໂນ​ໂລ​ຊີ​, ຊັບ​ສິນ​ທາງ​ປັນ​ຍາ​, ມາດ​ຕາ​ຖານ ​ແລະ ການ​ວັດ​ແທກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​.

2. ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ .

2.1 ຄົ້ນ ​ຄວ້າ​ຜັນ​ຂະ​ຫຍາຍ​ແນວ​ທາງ​ແຜ່ນ​ນະ​ໂຍ​ບາຍ​ຂອງ​ພັກ ​ແລະ ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ໃຫ້​ກາຍ ​ເປັນ   ແຜນ​ການ​, ​ແຜນ​ງານ​,​ໂຄງ​ການ​ ລະ​ອຽດ​ຂອງ​ຂະ​ແໜງ​ການ​ຕົນ​, ພ້ອມ​ທັງ​ຮັບ​ຜິດ​ຊອບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​.

2.2 ຄົ້ນ​ຄວ້າ​ຮ່າງ​ນະ​ໂຍ​ບາຍ​, ​ແຜນ​ຍຸດ​ທະ​ສາດ​, ກົດ​ໝາຍ​, ລັດ​ຖະ​ບັນ​ຍັດ ​ແລະ ດໍາ​ລັດ ກ່ຽວ​ກັບ​ຂົງ​ເຂດ​ວິ​ທະ​ຍາ​ສາດ​, ​ເຕັກ​ໂນ​ໂລ​ຊີ ຊັບ​ສິນ​ທາງ​ປັນ​ຍາ​, ມາດ​ຕາ​ຖານ ​ແລະ ວັດ​ແທກ ​ເພື່ອ​ນໍາ​ສະ​ເໜີ​ລັດ​ຖະ​ບານ​.

2.3 ສຶກ​ສາ​, ຄົ້ນ​ຄວ້າ​ດ ​ເລືອກ​ເຟັ້ນ​ເອົາ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ໂລກ ​ເພື່ອ​ດັດ​ແປງ ​ແລະ ນໍາ​ໃຊ້​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ການ​ພັດ​ທະ​ນາ​ເສດ​ຖາ​ກິດ​-​ ສັງ​ຄົມ​ແຫ່ງ​ຊາດ​.

- ຖ່າຍ​ທົດ​ຜົນ​ສໍາ​ເລັດ ທາງ​ດ້ານ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ໄດ້​ຄົ້ນ​ຄວ້າ​, ດັດ​ແປງ​ຫຼື​ພັດ​ທະ​ນາ​ຢູ່​ພາຍ​ໃນ​ປະ​ເທດ​.

- ອະ​ນຸ​ຍາດ​ໃຫ້​ພາກ​ສ່ວນ ຫຼື ຂະ​ແໜງ​ການ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເຂົ້າ​ມາ​ນໍາ​ໃຊ້ ​ແລະ ຜັນ​ຂະ​ຫຍາຍ​ຢູ່ ພາຍ​ໃນ​ປະ​ເທດ​.

2.4 ຄົ້ນ​ຄວ້າ​, ກໍາ​ນົດ ຫຼື ນໍາ​ສະ​ເໜີ​ລັດ​ຖະ​ບານ​ປະ​ກາດ​ໃຫ້​ໃຊ້​ລະ​ບຽບ​ການ​ຄຸ້ມ​ຄອງ​ຊັບ​ສິນ​ທາງ​ປັນ ​ຍາ​, ຂື້ນ​ທະ​ບຽນ​, ຕິດ​ຕາມ​ການ​ກວ​ດ​ກາ ແລະ ປະ​ຕິ​ບັດ​ມາດ​ຕາ​ການ​ຕ່າງໆ ​ເພື່ອ​ປົກ​ປ້ອງ​ຊັບ​ສິນ​ທາງ​ ປັນ​ຍາ​ຂອງ​ລັດ​, ນິ​ຕິ​ບຸກ​ຄົນ ​ແລະ ຂອງ​ບຸກ​ຄົນ​ຕາມ​ລະ​ບຽບ​ກົດ​ໝາຍ​.

2.5 ຄົ້ນ​ຄວ້າ​ສ້າງ ​ແລະ ຄຸ້ມ​ຄອງ​ລັດ​, ຄຸ້ມ​ຄອງ​ສັງ​ຄົມ​ຢ່າງ​​ເປັນ​ເອ​ກ​ະ​ພາບ ໃນ​ລະ​ບົບ​ມາດ​ຕາ​ຖານ​ຂອງ​ລາວ ​ໃຫ້​ການ​ແນະ​ນໍາ​ວິ​ທີ​ການ​ນໍາ​ໃຊ້​ມາດ​ຕາ​ຖານ​ສາ​ກົນ ຫຼື ມາດ​ຕາ​ຖານ​ຂອງ​ຕ່າງ​ປະ​ເທດ​ຢູ່​ພາຍ​ໃນ ສ ປ ປ ລາວ​.

2.6 ຄຸ້ມ​ຄອງ​ລັດ​ຢ່າງ​ເປັນ​ເອກ​ພາບ ​ໃນ​ລະ​ບົບ​ຫົວ​ໜ່ວຍ​ວັດ​ແທກ​, ກໍາ​ນົດ​ຮູບ​ແບບ​ການ​ວັດ​ແທກ ​ແລະ ຮັບ​ຮອງ​ແບບ​ຕົວ​ຢ່າງ​ອຸ​ປະ​ກອນ​ວັດ​ແທກ​, ຄຸ້ມ​ຄອງ​ລັດ​, ສັງ​ຄົມ​, ຢ່າງ​ເປັນ​ເອ​ກະ​ພາບ ດ້ານ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​, ກໍາ​ນົດ​ຫຼັກ​ການ ​ແລະ ​ເງື່ອນ​ໄຂ​ຂອງ​ອົງ​ການ​ຈັດ​ຕັ້ງ ທີ່​ເຮັດ​ບົດ​ບາດ​ຢັ້ງ​ຢືນ​, ຮັບ​ຮອງ​ຄຸນ​ນະ​ພາ​ບ​ຜະ​ລິດ​ຕະ​ພັນ​, ຈັດ​ຕັງ​, ກໍາ​ນົດ​ການ​ທົດ​ລອງ ​ແລະ ຮັບ​ຮອງ​ຄຸນ​ນະ​ພາ​ບ​ຜະ​ລິດ​ຕະ​ພັນ​.

2.7 ຄຸ້ມ​ຄອງ​, ນໍາ​ໃຊ້​ລະ​ຫັດ​ຊື່​ສູງ​ສຸດ​ທາງ​ອິນ​ເຕີ​ເນັດ (.la) ຕາມ​ມາດ​ຕາ​ການ​ມອບ​ໝາຍ​ຂອງ​ນາຍ​ຍົກ​ລັດ​ຖະ ມົນ​ຕີ​ໃນ​ແຕ່​ລະ​ໄລ​ຍະ.

2.8 ຄົ້ນ​ຄວ້າ​, ສ້າງ​, ຄຸ້ມ​ຄອງ​, ການ​ນໍາ​ໃຊ້​ແອັງ​ຟ໋ອກ​ມາ​ຕິກ (I.T) ​ເພື່ອ​ຂະ​ຫຍາຍ​ການ​ພັດ​ທະ​ນາ​ເຂົ້າ​ສູ່ ການ​ພັດ​ທະ​ນາ​ຂະ​ແຫນ່ງ​ການ​ອື່ນໆ​ທີ່​ຕິດ​ພັນ​ກັບ​ການ​ຫັນ​ປະ​ເທດ​ເປັນ​ອຸ​ ສາ​ຫາ​ກໍາ ​ແລະ ທັນ​ສະ​ໄໝ​.

2.9 ຈັບ​ຈອງ​, ຄຸ້ມ​ຄອງ​, ນໍາ​ໃຊ້​ຕໍາ​ແໜ່ງ​ວົງ​ໂຄ​ຈອນ​,​ສະ​ຖາ​ນີ​ຄວບ​ຄຸມ​ດາວ​ທຽມ​ພາກ​ພື້ນ​ດິນ​,​ ສັນ​ຍານ​ດາວ​ທຽມ​ຂອງ ສປ​ປ ລາວ ໂດຍ​ມີ​ໜ້າ​ທີ່​ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ກຽ່ວ​ຂ້ອງ ຢູ່​ພາຍ​ໃນ​ປະ​ເທດ​, ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​.

2.10 ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​, ຂະ​ແໜງ​ການ ​ແລະ ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ​ໃນ​ການ ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ບໍ​ລິ​ຫານ​ລັດ​ດ້ວຍ​ລະ​ບົບ​ເອ​ເລັກ​ໂຕຼ​ນິກ (e-Goverment).

2.11 ຈັດ​ຕັ້ງ​ໂຄ​ສະ​ນາ​ເຜີຍ​ແຜ່ ​ແລະ ບໍ​ລິ​ການ​ຜົນ​ສໍາ​ເລັດ​ຂອງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​.

2.12 ກວດ​ກາ​, ກວດ​ກາ​ນ ​ແລະ ຕີ​ລາ​ຄາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​, ກົດ​ລະ​ບຽບ​, ​ແຜນ​ການ​, ​ໂຄງ​ການ​, ງົບ​ປະ​ມານ ​ແລະ ວຽກ​ງານ​ຕ່າງໆ​ກຽ່ວ​ກັບ​ວຽກ​ງານ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​, ປະ​ກອບ​ຄວາມ​ເຫັນ ​ແລະ ​ແນະ​ນໍາ​ບັນ​ດາ​ພາກ ສ່ວນ​ທີ່​ດໍາ​ເນີນ​ກິດ​ຈະ​ການ​ຕ່າງໆ​ທາງ​ດ້ານ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​.

2. 13 ຮັບ ​ແລະ ພິ​ຈາ​ລະ​ນາ ​ເພື່ອ​ດໍາ​ເນີນ​ການ​ແກ້​ໄຂ​ຄໍາ​ສະ​ເໜີ​,​ຄໍາ​ຮ້ອງ​ຟ້ອງ ​ແລະ ຄໍາ​ຮ້ອງ​ທຸກ​ຂອງ ພາກ​ສ່ວນຕ່າງໆ ແລະ​ ຂອງ​ປະ​ຊາ​ຊົນ​ທີ່​ກຽ່ວ​ກັບ​ບັນ​ຫາ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​.

2.14 ເກັບ​ກໍາ​, ບັນ​ທຶກ​, ຢັ້ງ​ຢືນ​ຜົນ​ງານ ​ແລະ ຫົວ​ຄິດ​ປະ​ດິດ​ສ້າງ ຂອງ​ນັກ​ວິ​ທະ​ຍາ​ສາດ​, ນັກ​ຄົ້ນ​ຄວ້າ​ວິ​ໄຈ​ດ້ານ​ວິ​ທະ​ຍາ​ສາດ ແລະ​ເຕັກ​ໂນ​ໂລ​ຊີ ​ແລະ ນໍາ​ສະ​ເໜີ​ການ​ປະ​ກາດ​ກຽດ​ຕິ​ຄຸນ ​ແລະ ​ໃຫ້​ບໍາ​ເນັດ​ລາງ​ວັນ​ຕາມ​ຄວາມ​ເໝາະ​ສົມ​.

2.15 ປະ​ສານ​ສົມ​ທົບ ກັບ​ຂະ​ແໜງ​ການ​, ທ້ອງ​ຖິ່ນ​, ຮາກ​ຖານ ​ແລະ ພາກ​ສ່ວນ​ຕ່າງໆ​ທີ່​ກຽ່ວ​ຂ້ອງ​ເພື່ອ​ຕິດ​ຕາມ​, ຊຸກ​ຍູ້​, ສ້າງ​ປະ​ຖົມ​ປັດ​​ໄຈ ແລະ ເງື່ອນ​ໄຂ​ຕ່າງໆ ​ໃນ​ການ​ຄຸ້ມ​ຄອງ​, ຄົ້ນ​ຄວ້າ ​ແລະ ບໍ​ລິ​ການ​ວຽກ​ງານ ​ວິ​ທະ​ຍາ ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​, ເກັບ​ກໍາ ​ແລະ ວິ​ໄຈ​ຂໍ້​ມູນ​ດ້ານ​ຕ່າງໆ ​ເພື່ອ​ເປັນ​ພື້ນ​ຖານ ​ໃຫ້​ແກ່​ການ​ຄົ້ນ​ຄວ້າ ​ແລະ ວາງ​ແຜນ​, ​ໃນ​ການ​ສ້າງ​ຕັ້ງ​ໜ່ວຍ​ງານ​ທີ່​ເຮັດ​ວຽກ ວິ​ທະ​ຍາ​ສາດ ແລະ ​ເຕັກ​ໂນ​ໂລ​ຊີ​ ຢູ່​ໃນ​ພາກ​ສ່ວນ​ຕ່າງໆ ດັ່ງ​ກ່າວ​ທີ່​ເຫັນ​ວ່າ​ມີ​ຄວາມ​ຈໍາ​ເປັນ​.

2.16 ກໍາ​ນົດ​, ຊຸກ​ຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ ​ໃຫ້​ແກ່​ການ​ແຜ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​, ​ໂຄງ​ການ​, ງົບ​ປະ​ມານ ແລະ ວຽກ​ງານ​ຂອງ​ໜ່ວຍ​ງານ​ຕ່າງໆ ​ແລະ ຈັດ​ຕັ້ງ​ຄຸ້ມ​ຄອງ​ວັດ​ຖຸ​ອຸ​ປະ​ກອນ​, ພາ​ຫະ​ນະ ​ແລະ ​ເຄື່ອງ​ຮັບ​ໃຊ້​ອື່ນໆ ພາຍ​ໃນ​ຂະ​ແຫນງ​ການ​ຂອງ​ຕົນ​.

2.17 ຄົ້ນ ​ຄວ້າ​ກໍາ​ນົດ​ວິ​ທີ​ເຮັດ​ວຽກ​, ບໍາ​ລຸງ​, ກໍ່​ສ້າງ ​ແລະ ຈັດ​ວາງ​ພະ​ນັກ​ງານ​ພາຍ ​ໃນ​ກົນ​ຈັກ​ການ​ຈັດ​ຕັ້ງ ຂອງ​ອົງ​ການ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ແຫ່ງ​ຊາດ​, ຄຸ້ມ​ຄອງ​, ປົກ​ປ້ອງ ​ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ ໃຫ້​ແກ່​ພະ​ນັກ​ງານ ຕາມ​ລະ​ບຽບ​ກົດ​ໝາຍ​ທີ່​ລັດ​ໄດ້​ປະ​ກາດ​ໃຊ້​. ປະ​ກອບ​ສ່ວນ​ໃນ​ການ​ພັດ​ທະ​ນາ ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແຕ່​ລະ​ພາກ​ສ່ວນ​ທັງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ ໃນ​ການ​ສ້າງ​, ບໍາ​ລຸງ​ຍົກ​ລະ​ດັບ​ພະ​ນັກ​ງານ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​.

2.18 ພົວ​ພັນ ​ແລະ ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ ​ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ເພື່ອ​ຍາດ​ແຍ່ງ​ເອົາ​ບົດ​ຮຽນ​, ປະ​ສົບ​ການ​, ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທຶນ​ຮອນ ​ແລະ ​ປຽນ​ວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ໃນ​ດ້ານ​ຕ່າງໆ​ບົນ​ພື້ນ​ຖານ​ລະ​ບຽບ​ການ ​ແລະ ຫຼັກ​ການ​ລວມ ທີ່​ລັດ​ຖະ​ບານ​ໄດ້​ວ່າງ​ອອກ​ ຫຼື ຕາມ​ການ​ມອບ​ໝາຍ​ຂອງ​ລັດ​ຖ​ບານ​, ​ແນ​ໃສ່​ຮັບ​ໃຊ້​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ແລະ ​ເຕັກ​ໂນ​ໂລ​ຊີ​ຢູ່​ພາຍ​ໃນ​ປະ​​ເທດ

Last Updated on Wednesday, 10 March 2010 15:06