Login Form



ໝວດທີ 4 ໜ້າທີ່ຂອງແຕ່ລະພະແນກ | Print |  E-mail

ໝວດ​ທີ  IV

ໜ້າທີ່ ຂອງ​ແຕ່​ລະສູ­ນ

ມາດຕາ 7. ໜ້າທີ່ ຂອງສູນສັງລວມ.

1. ຄົ້ນ​ຄວ້າ​ຜັນ​ຂະຫຍາຍ ​ແຜນການ, ​ແຜນ​ງານ, ​ໂຄງການ ຂອງ​ສະ​ຖາ​ບັນ ​ໃຫ້​ເປັນ​ໜ້າ​ວຽກ

ລະອຽດ​ຂອງສູນ ພ້ອມ​ທັງ​ຮັບຜິດຊອບ ​ໃນ​ການຈັດຕັ້ງປະຕິ​ບັດ.

2. ປະສານ​ງານ​ກັບ​ບັນດາ ສະ​ຖາ​ບັນ​ຄົ້ນ​ຄວ້າ​ຕ່າງໆ ​ແລະ ອົງການ​ຈັດຕັ້ງເພື່ອສ້າງ ແລະ

ສົ່ງ​ເສີມຂະ​ບວນການ ຄົ້ນ​ຄວ້າ, ພັດທະນາ ​ແລ​ະ ບໍລິການ ວິທະຍາສາ​ດ ​ແລະ ​ເຕັກ​​​​ໂນ

ໂລຊີ.

3. ເກັບ​ກຳ​ຂໍ້​ມູນ ການຄົ້ນຄວ້າ, ພັດທະນາ, ສົ່ງ​ເສີມ ​ແລະ ບໍລິການ ​ວິທະຍາສາ​ດ ​ແລະ ​ເຕັກ​ໂນ​​​​ໂລ​ຊີ.

4. ສ້າງ​ແຜນການ​ ປະ​ຈຳ​ເດືອນ, 3 ເດືອນ, 6 ເດືອນ ແລະ ປະ​ຈຳປີ ຂອງສະ​ຖາ​ບັນ ​ເພື່ອ

ນຳ​ໃຊ້​ງົບປະມານ​ຂອງ​ລັດ ​ແລະ ​ໂຄງການ​ຕ່າງໆ ​ເຂົ້າ​ໃນ​ການ​ເຄື່ອ​ນ​ໄຫວວຽກ​ງານ

ວິທະຍາສາ​ດ ແລະ ​ເຕັກ​ໂນ​ໂລ​ຊີ ພ້ອມ​ທັງສະຫລຸບ​ລາຍ​ງານ ການຈັດຕັ້ງປະຕິບັດບົນພື້ນ

ຖານ​ສັງ​ລວມ​ ແຜນການ ​ແລະ ບົດ​ລາຍ​ງານ ສະ​ເພາະ ຂອງ​ສູນ​ຕ່າງໆ​ພາຍ​​ໃນ​ສະຖາ​ບັນ

5. ຕິດຕາມ ​ແລະ ສັງ​ລວມ ບັນດາ​ເອກ​ກະສາ​ນ​, ບັນຊີ ການ​ເງີ​ນ, ການ​ບໍລິການ​ສ້າງ​ລາຍ​ຮັບ

ວິຊາການ, ການ​ບໍລິຫານ ​ແລະ ການ​ຕິດຕໍ່​ພົວພັນວຽກ​ງານຂອງ​ສະ​ຖາ​ບັນ.

6. ຄຸ້ມ​ຄອງວຽກ​ງານ​ຈັດຕັ້ງ ​ແລະ ພະນັກງານ​ລວມ ຂອງ​ສະ​ຖາ​ບັນ.

7. ຄຸ້ມ​ຄອງ​ ​ແລະ ນຳ​ໃຊ້​ງົບປະມານ, ຊັບ​ສົມບັດ​ຂອງ​ລັດ​ ແລະ​ ຂອງໂຄງການ​ ທີ່​ມີ​ຢູ່​ໃນ​ສູນ

ແລະ ສະ​ຖາ​ບັນ ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​​ເປັນ​ເຈົ້າ​ການ.

8. ພົວພັນ​ຮ່ວມ​ມື, ພົບ​ປະເຈລະຈາ, ຍາດ​ແຍ່ງ ​ແລະ ປະສານ​ງານ ກັບ​ອົງການ​ຈັດຕັ້ງ​ຕ່າງໆ

ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອຍາດແຍ່ງການຊ່ວຍເຫລືອ ກ່ຽວກັບວຽກງານ ຄົ້ນ​ຄ້ວາ

ແລະ ພັດທະນາ ວິທະຍາສາ​ດ ​ແລະ ​ເຕັກ​​​​ເຕັກ ໂນ​​ໂລ-§ó.

9. ປະຕິບັດ​ໜ້າ​ທີ່​ອື່ນໆ ​ຕາມ​ການ​ມອບ​ໝາຍ​ຂອງ​ສະ​ຖາ​ບັນ.

ມາດຕາ 8. ໜ້າທີ່​ຂອງ​ ສູນ ຊີ​ວະເເຕັກ ໂນ​​ໂລ-§ó .

1. ຄົ້ນ​ຄວ້າ​ຜັນ​ຂະຫຍາຍ ແຜນການ, ແຜນ​ງານ, ​ໂຄງການ ຂອງ​ສະ​ຖາ​ບັນໃຫ້​ເປັນ​ໜ້າ​ວຽກ

ລະອຽດ​ຂອງສູນ ພ້ອມ​ທັງ​ຮັບຜິດຊອບ ​ໃນ​ການຈັດຕັ້ງປະຕິ​ບັດ.

2. ສຳ​ຫຼວດ, ​ເກັບ​ຕົວຢ່າງ, ກວດ​ສອບ, ຢັ້ງຢື­​ນຊື່​ຊະນ­òດ​ພັນ­ ທາງ​ດ້ານ­​ວິທະຍາສາດ ​ແລະ ຈັດ​ແບ່ງ ຈຸລີ­ຊີ, ພືດ, ສັດ ແລະ ມະ­ນຸດ. ເພື່ອ​ເກັບ​ຮັກສາ​​ຊີວະ­ນາໆພັນ­ ແບບ​​ໃນ ແລະ ນອກ​ສະຖານ​ທີ່ພາຍ​ໃຕ້​ເງື່ອນ­​ໄຂ​ການ­ທົດລອງ;

3. ຄົ້ນຄວ້າ ​ແລະ ມີ​ຄຳ​ເຫັນຢັ້ງຢືນດ້ານ​ວິຊາ​ການ ກ່ຽວ​ກັບ ຊັບພະຍາກອ­ນພັນ­êຸກຳ ເຊັ່­ນ: ຈຸລີ­ຊີ, ພືດ, ສັດ ແລະ ອື່ນໆ ລວມທັງພັນທຸ​ກຳ​ທີ່​ມີ​ການ­ປັບປຸງ​ປ່ຽນ​ແປງ;

4. ສ້າງ​ລາຍ​ຮັບ​ວິຊາ​ການ­ ກ່ຽວກັບກາ­ນຄົ້ນ­ຄວ້າ, ການ­ພັດທະ­ນາ, ການ­ຖ່າຍທອດ ​ແລະ ບໍລິການ ຊີວະ ເຕັກໂ­ນໂລຊີ;

5. ພົວພັນ​ຮ່ວມ​ມື, ພົບ​ປະເຈລະຈາ, ຍາດ​ແຍ່ງ ​ແລະ ປະສານ​ງານ ກັບ​ອົງການ​ຈັດຕັ້ງ​ຕ່າງໆ ຂອງ​ຕ່າງປະ​ເທດ ​ເພື່ອຍາດແຍ່ງການຊ່ວຍເຫລືອ ກ່ຽວກັບ ວຽກງານ ຄົ້ນ​ຄວ້າ ​ແລະ ພັດທະນາ ຊີວະ ​ເຕັກ​​​​ໂນ​​ໂລຊີ .

6. ປະສາ­ນສົມທົບກັບບັ­ດາສະຖາບັ­ນ, ມະຫາວິທະຍາໄລ ແລະ ອົງການ­ຈັດຕັ້ງອື່­ນໆ ພາຍ​ໃນ​ປະ​ເທດ ເພື່ອດຳເນີນ­ການ­ ຄົ້­ນຄວ້າ, ວິໄຈ ທາງດ້າ­ນ ຊີວະ ​ເຕັກ​​​​ໂນ​​ໂລຊີ .

7. ປະຕິບັດ​ໜ້າ​ທີ່​ອື່ນໆ​ຕາມ​ການ​ມອບ​ໝາຍ​ຂອງ​ສະ​ຖາ​ບັນ.

ມາດຕາ 9. ໜ້າທີ່​ຂອງ​ສູນນິ​ເວດ​ວິທະຍາ.

1. ຄົ້ນ​ຄວ້າ​ຜັນ​ຂະຫຍາຍ ແຜນການ, ​ແຜນ​ງານ, ​ໂຄງການ ຂອງ​ສະ​ຖາ​ບັນ ​ໃຫ້​ເປັນ​ໜ້າ​ວຽກ

ລະອຽດ​ຂອງສູນ ພ້ອມ​ທັງ​ຮັບຜິດຊອບ ​ໃນ​ການຈັດຕັ້ງປະຕິ​ບັດ.

2.      ເກັບກຳຂໍ້ມູນ ກ່ຽວກັບຊະນິດພັນໄມ້ ​ພ້ອມທັງຂຶ້ນບັນຊີ ຕາມຫລັກວິຊາການ ໃນຂອບ​ເຂດ

ທີ່​ຕົນ​ຮັບຜິດ​ຊ​ອບ.

2. ສ້າງ​ລາຍ​ຮັບ​ວິຊາ​ການ­ ກ່ຽວກັບກາ­ນຄົ້ນ­ຄວ້າ, ການ­ພັດທະ­ນາ, ການ­ຖ່າຍທອດ ​ແລະ ບໍລິການ ດ້ານ​ນິ​ເວດ​ວິທະຍາ.

4.      ເຮັດການ​ທົດ​ລອງ​​ເພາະ​ລ້ຽງ​ເນື້ອ​ເຍື່ອ ​ແລະ ກ້າ​ເບັ້ຍ​ໄມ້​ຊະນິດ​ຕ່າງ​ໆ.

5.    ພົວພັນ​ຮ່ວມ​ມື, ພົບ​ປະເຈລະຈາ, ຍາດ​ແຍ່ງ ​ແລະ ປະສານ​ງານ ກັບ​ອົງການ​ຈັດຕັ້ງ​ຕ່າງໆ

ຂອງ​ຕ່າງປະ​ເທດ ​ເພື່ອຍາດແຍ່ງການຊ່ວຍເຫລືອ ກ່ຽວກັບ ວຽກງານ ຄົ້ນ​ຄ້ວາ ​ແລະ

ພັດທະນາ ນິ​ເວດ​​ວິທະຍາ.

6.    ປະສາ­ນສົມທົບກັບບັ­ນດາສະຖາບັ­ນ, ມະຫາວິທະຍາໄລ ແລະ ອົງການ­ຈັດຕັ້ງອື່­ນໆ ພາຍ​ໃນ

ປະ​ເທດ ເພື່ອດຳເນີນ­ການຄົ້­ນຄວ້າ, ວິໄຈທາງດ້າ­ນ ນິ​ເວດ​ວິທະຍາ.

7.    ປະຕິບັດ​ໜ້າ​ທີ່​ອື່ນໆ​ ຕາມ​ການ​ມອບ​ໝາຍ​ຂອງ​ສະ​ຖາ​ບັ​ນ.

ມາດຕາ 10. ໜ້າທີ່​ຂອງ​ ສູນ ວິສະວະກຳ ​ແລະ ພະລັງງານທົດແທນ.

1. ຄົ້ນ​ຄວ້າ​ຜັນ​ຂະຫຍາຍ ​ແຜນການ, ​ແຜນ​ງານ, ​ໂຄງການ ຂອງ​ສະ​ຖາ​ບັນ ​ໃຫ້​ເປັນ​ໜ້າ

ວຽກລະອຽດຂອງສູນ ພ້ອມ​ທັງ​ຮັບຜິດຊອບ ​ໃນ​ການຈັດຕັ້ງປະຕິບັດ;

2. ສ້າງ​ລາຍ​ຮັບ​ວິຊາ​ການ­ ກ່ຽວກັບກາ­ນຄົ້ນ­ຄວ້າ, ການ­ພັດທະ­ນາ, ການ­ຖ່າຍທອດ ​ແລະ

ບໍລິການ ວິສະວະກຳ ​ແລະ ພະລັງງານທົດແທນ­;

3.      ສຶກສາ, ຄົ້ນຄວ້າ, ທົດລອງ, ດັດແປງ ເຕັກໂນໂລຊີວິສະວະກຳ ແລະ ວັດສະດຸໃໝ່ ຈາກເຕັກໂນໂລຊີ ປະຖົມປະຖານ ຫລື ເຕັກໂນໂລຊີທ້ອງຖິ່ນ. ເລືອກເຟັ້ນ ຫລື ປັບໃຊ້ເຕັກໂນໂລຊີທີ່ກ້າວໜ້າຂອງສາກົນ  ໃຫ້ແທດເໝາະກັບສະພາບຕົວຈິງ ໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ;

4.      ສຶກສາ, ຄົ້ນຄວ້າ, ທົດລອງ, ອອກແບບ ​ແລະ ເຜີຍແຜ່ ກ່ຽວ​ກັບ​ວິສະວະກຳ ​ແລະ ພະລັງງານທົດແທນ ;

5.      ພົວພັນ​ຮ່ວມ​ມື, ພົບ​ປະເຈລະຈາ, ຍາດ​ແຍ່ງ ​ແລະ ປະສານ​ງານ ກັບ​ອົງການ​ຈັດຕັ້ງ​ຕ່າງໆ ຂອງຕ່າງປະ​ເທດ ​ເພື່ອຍາດແຍ່ງການຊ່ວຍເຫລືອ ກ່ຽວກັບ ວຽກງານຄົ້ນ​ຄວ້າ ​ແລະ ພັດທະນາ ວິສະວະກຳ ​ແລະ ພະລັງງານທົດແທນ­;

6.     ປະສາ­ນສົມທົບກັບບັ­ດາສະຖາບັ­ນ, ມະຫາວິທະຍາໄລ ແລະ ອົງການ­ຈັດຕັ້ງອື່­ນໆ ພາຍ​ໃນ​ປະ​ເທດ ເພື່ອດຳເນ­óນ ­ການຄົ້­ນ ຄວ້າ, ວິໄຈ ທາງດ້າ­ນ ນິ​ເວດ​ວິທະຍາ;

7.      ປະຕິບັດ​ໜ້າ​ທີ່​ອື່ນໆ​ຕາມ​ການ​ມອບ​ໝາຍ​ຂອງ​ສະ​ຖາ​ບັນ­.