Login Form



ໝວດທີ 3 ໂຄງປະກອບການຈັດຕັ້ງ | Print |  E-mail

ໝວດ​ທີ III

ໂຄງ​ປະ​ກອບ ການ​ຈັດຕັ້ງ

ມາດ​ຕາ 5 . ໂຄງ​ປະ​ກອບ​ກົງ​ຈັກ

1. ສູນ ສັງລວມ.

2. ສູນ ຊີ​ວະເຕັກ​ໂນ​ໂລ​ຊó.

3. ສູນ ນິ​ເວດ​ວິທະຍາ.

4. ສູນ ວິສະວະກຳ ແລະ ພະລັງງານທົດແທນ.

ຢູ່​ພາຍ​ໃນ​ສູນ ໃຫ້​ສ້າງ​ຕັ້ງ​ເປັນ​ໜ່ວຍ​ງານ, ໂຄງ​ການ​ຕ່າງໆ ຕາມ​ຄວາມ​ຈຳ​ເປັນ ຂອງວຽກ ງານສະ​ຖາ​ບñ­.

ມາດ​ຕາ 6. ໂຄງປະກອບບຸກຄະລາກອນ

1. ສະ​ຖາ​ບັນ ຄົ້ນ​ຄວ້າ ວິ​ທະ​ຍາ​ສາດ ແລະ ເຕັກໂນໂລຊີ ປະ​ກອບ​ດ້ວຍ ຫົວ​ໜ້າ​ສະ​ຖາ​ບັນ 01 ທ່ານ ໂດຍໄດ້້​ຮັບ​ການ​ແຕ່ງ​ຕັ້ງ ຫລື ປົດ​ຕຳ​ແໜ່ງ​ໂດຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕາມການສະ

ເໜີຂອງ ລັດຖະ ມົນຕີ, ຫົວໜ້າອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ;

ຫົວໜ້າ ສະຖາບັນມີຄວາມຮັບຜິດຊອບຕໍ່ການນຳ ຂອງອົງການໃນການຄຸ້ມຄອງ ແລະ ຈັດຕັ້ງ ປະຕິບັດໜ້າທີ່ ແລະ ຂອບ​ເຂດ​ສິດ ທີ່້ກຳນົດໄວ້ໃນມາດຕາ 2 ແລະ 3; ໃນກໍລະນີ ຕິດທຸລະຈຳເປັນ ຕ້ອງໄດ້ແຕ່ງຕັ້ງ ຫລື ມອບສິດ ໃຫ້ຜູ້ຮອງຫົວໜ້າສະຖາບັນ ຜູ້ໃດຜູ້ໜຶ່ງ ເປັນຜູ້ຮັກສາການແທນ ຊົ່ວຄາວ.

2. ສະ​ຖາ​ບັນ ຄົ້ນ​ຄ້​ວາ ວິ​ທະ​ຍາ​ສາດ ແລະ ເຕັກໂນໂນໂລຊີ ມີຮອງ​ຫົວ​ໜ້າ​ຈຳ​ນ​ວນ​ໜຶ່ງ ໂດຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ຫລື ປົດ​ຕຳ​ແໜ່ງ ໂດຍລັດ​ຖະ​ມົນ​ຕີ, ຫົວ​ໜ້າ ອວຕຊ. ຕາມ​ການ​ສະ​ເໜີ ຂອງ ¹ö¸Îɾ ¦½«¾®ñ­

ຮອງຫົວໜ້າສະຖາບັນ ເປັນຜູ້ຊ່ວຍຫົວໜ້າສະຖາບັນ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ວຽກງານພາຍໃນສະຖາບັນ.

3. ສະ​ຖາ​ບັນ ຄົ້ນ​ຄວ້າ ວິ​ທະ​ຍາ​ສາດ ແລະ ເຕັກໂນໂລຊີ ປະ​ກອ​ບ​ມີ ຫົວ​ໜ້າສູນ, ຮອງຫົວ​ໜ້າສູນ ແລະ ພະນັກງານ ວິຊາການ ຈຳນວນໜຶ່ງ ທີ່ບັນຈຸເຂົ້າ ໃນບັນດາສູນຕ່າງໆ ບົນພື້ນຖານຄວາມຕ້ອງການ ຂອງວຽກງານຕົ¸¥ò¤.

ການແຕ່ງຕັ້ງຫົວໜ້າສູນ, ຮອງຫົວໜ້າສູນ ແມ່ນລັດຖະມົນຕີ, ຫົວໜ້າອົງການ ອວຕຊ ເປັນຜູ້ ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີ ຂອງຫົວໜ້າສະຖາບັນ.