Login Form



ໝວດທີ 5 ລະບອບແບບແຜນວິທີເຮັດວຽກ | Print |  E-mail

ໝວດ​ທີ V

ລະ​ບອບ​ແບບແຜນວິ​ທີ​ເຮັດ​ວຽກ


ມາດ​ຕາ 10. ສະ​ຖາ​ບັນ​ວັດ​ແທກ ເຄື່ອນ​ໄຫວ ແລະ ດຳເນີນວຽກງານ​ຕາມ​ຫຼັກ​ການລວມດັ່ງ​ລຸ່ມນີ້:

1. ປະ​ຕິ​ບັດ​ຫລັກການລວມສູນປະຊາທິປະໄຕ, ຕົກລົງເປັນ​ໝູ່​ຄະ​ນະກ່ຽວກັບແຜນການ, ການຈັດຕັ້ງ ແລະ ການພົວພັນ, ການຮ່ວມມືກັບຕ່າງປະເທດ; ປະຕິບັດລະບອບຫົວໜ້າດຽວ ບົນພື້ນຖານ ການ ແບ່ງງານໃຫ້ບຸກ​ຄົນ​ຮັບ​ຜິດ​ຊອບຢ່າງຈະແຈ້ງ.

2. ທຸກການເຄື່ອນໄຫວ ວຽກງານຂອງ ສະຖາບັນ ແມ່ນອີງໃສ່ແຜນການ, ແຜນງານ, ໂຄງການລະອຽດ ຂອງ ອວຕຊ, ແກ້ໄຂວຽກງານຢ່າງມີຈຸດສຸມ, ມີເປົ້າໝາຍໃນແຕ່ລະໄລຍະ.

3. ທຸກວຽກງານຕ້ອງມີການສຳຫລວດ, ກວດ​ກາ, ກຳນົດວິທີການ, ສະຫລຸບຖອດຖອນບົດຮຽນ, ຕີລາ ຄາຜົນໄດ້, ຜົນເສຍ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ເພື່ອລາຍງານ ແລະ ຂໍທິດຊີ້ນຳ ຈາກການນຳ ອົງການຢ່າງເປັນປະຈຳ.

4. ປະຕິບັດລະບອບປະຊຸມ ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ ແລະປະຕິບັດ ລະບອບ ການເຄື່ອນໄຫວ ໃຫ້ແກ່ ອວຕຊ ຢ່າງເປັນປົກກະຕິ.