Login Form



ໝວດທີ 6 ບົດບັນຍັດສຸດທ້າຍ | Print |  E-mail

ໝວດ​ທີ V I

ບົດ​ບັນ​ຍັດ​ສຸດ​ທ້າຍ

ມາດຕາ 12. ກາ​ປະ​ທັບ

ສະ​ຖາ​ບັນ​ຄົ້ນ​ຄວ້າ​ແອັ​ງຟອກ​ມາຕິກ ມີກາປະທັບ ຂອງຕົນ ເພື່ອຮັບໃຊ້ເຂົ້າໃນການ​ເຄື່ອນ​ໄຫວ ວຽກງານທາງລັດຖະການ.

ມາດ​ຕາ 13. ການຈັດຕັ້ງປະຕິບັດ

ຫ້ອງການ, ບັນດາກົມ, ບັນດາສະຖາບັນ ພາຍໃນ ອົງການ ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ແຫ່ງ​ຊາດ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ ແລະ ອົງການຈັດຕັ້ງຕ່າງໆ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຂໍ້​ຕົກລົງ ສະບັບ​ນີ້​ຢ່າງ ເຂັ້ມງວດ.

ມາດ​ຕາ 14. ຜົນ​ສັກສິດ

ຂໍ້ ຕົກລົງ ສະ​ບັບ​ນີ້ ມີ​ຜົນ​ສັກ​ສິດ ນັບ​ແຕ່​ວັນລົງ​ລາຍ​ເຊັນ ເປັນ​ຕົ້ນ​ໄປ, ທຸກ​ການ​ປັບ​ປຸງ ແລະ ປ່ຽນ​ແປງ​ເນື້ອ ໃນ ຂໍ້ ຕົກລົງ ສະ​ບັບ​ນີ້ ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ແລະ ອະ​ນຸ​ມັດ​ຈາກ ລັດຖະມົນຕີ ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກ ໂນໂລຊີແຫ່ງຊາດ .

 

ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ

ຫົວໜ້າ ອົງການວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ