Login Form



ໝວດທີ 2 ໜ້າທີ່ ແລະ ຂອບເຂດສິດ | Print |  E-mail

ໝວດທີ II

ໜ້າທີ່ ແລະ ຂອບເຂດສິດ

ມາດຕາ 3. ໜ້າທີ່

1. ຄົ້ນ​ຄວ້າ , ຜັນ​ຂະ​ຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ກາຍເປັນ ແຜນການ, ແຜນງານ, ໂຄງການລະອຽດ ຂອງ ສະ​ຖາ​ບັນ ພ້ອມ​ທັງ​ຮັບຜິດຊອບ​ການ ຈັດຕັ້ງປະຕິບັດ;

2. ສຶກ​ສາຄົ້ນ​ຄວ້າ ເລືອກ​ເຟັ້ນເອົາ​ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວສານ ຂອງສາກົນ ເພື່ອປັບໃຊ້ ໃຫ້ ແທດ​ເໝາະກັບ​ສະ​ພາບ​ຕົວ​ຈິງ ຂອງການ​ພັດ​ທະ​ນາ​ເສດ​ຖະ​ກິດ- ສັງ​ຄö´ແຫ່ງຊາດ;

3. ສຶກສາ, ສຳຫຼວດ ແລະ ວິເຄາະ ທາງດ້ານວິຊາການຕ່າງໆ ເພຶ່ອເປັນພື້ນຖານ ໃນການ ວາງແຜນໂຄງການພັດທະນາ ວຽກ​ງານ​ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວສານຂອງລາວ ແລະ ສະເໜີຕໍ່ ຂັ້ນເທິງພິຈາລະນາ ຮັບຮº¤-;

4. ຄົ້ນຄວ້າ, ສ້າງ, ພັດທະນາ ແລະ ບໍລິການ ລະບົບ ແລະ ໂຄງ​ລ່າງ​ພື້ນຖານ ເຄືອ​ຂ່າຍ​ຄອມ​ພິວ​ເຕີ ໃນຂອບເຂດທົ່ວປະເທດ;

5. ຄຸ້ມ​ຄອງ ແລະ ບໍລິການ ປະຕູ ແລະ ລະຫັດຊື່ ອິນເຕີເນັດສູງ​ສຸດ ຂອງ ລາວ (.la);

6. ຄົ້ນຄວ້າ ແລະ ສ້າງ ໂຄງການທົດລອງ, ໂຄງການຕົວແບບ ເພື່ອຖ່າຍທອດ, ປັບໃຊ້ ແລະ ປະດິດສ້າງ ເຕັກໂນໂລຊີ ຂໍ້ມູນຂ່າວສານ;

7. ປະກອບສ່ວນ ໃນການພັດທະນາຊັບພະຍາກອນມະນຸດ ໃນ​ຂົງ​ເຂດ ການຄົ້ນຄວ້າ, ການພັດທະນາ, ການນຳໃຊ້ , ການ​ສົ່ງ​ເສີມ ແລະ ການບໍລິການ ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວສານ ໃຫ້ແຕ່ລະພາກສ່ວນໃນ ຂັ້ັ້ນສູນກາງ ແລະ ທ້ອງຖິ່ນ;

8. ຊຸກຍູ້ສົ່ງເສີມ ແລະ ບໍລິການ ການນຳໃຊ້ ເຕັກໂນໂລຊີ ຂໍ້ມູນຂ່າວສານ ເພື່ອ ຍົກລະດັບ ການບໍລິຫານ ແລະ ການບໍລິການ ໃນທົ່ວສັງຄົມ;

9. ສ້າງ ແລະ ພັດທະນາ ສູນລະບົບການບໍລິຫານລັດແບບເອເລັກໂຕຣນິກ ຂັ້ນສູນກາງ ແລະ ທ້ອງຖີ່ນ ແລະ ສູນບໍລິການຂໍ້ມູນຂ່າວສານແບບເອເລັກໂຕຣນິກຊຸມຊົນ;

10. ສ້າງແຜນການໃຊ້ຈ່າຍງົບປະມານ, ລາຍຮັບວິຊາການ ປະຈຳງວດ, ປະຈຳປີ ໃຫ້ແທດ ເໝາະ ແລະ ສອດຄ່ອງ ກັບແຜນການລວມ ຂອງ ອົງການ. ຕີລາຄາ, ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ແຜນການ ແລະ ສະຫລຸບລາຍງານ ເປັນແຕ່ລະໄລຍະ;

11. ນຳ​ໃຊ້ ລາຍ​ຮັບ​ທາງ​ດ້ານ​ວິຊາ​ການ ຕາມ​ລະບຽບ​ການ ແລະ ການຕົກລົງ​ຂອງອົງການ;

12. ກຳ​ນົດ, ຊຸກຍູ້ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ ໃຫ້ ແກ່ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນການ, ໂຄງ​ການ, ງົບ​ປະ​ມານ ແລະ ວຽກງານ ຂອງໜ່ວຍ​ງານ​ຕ່າງໆ ແລະ ຈັດຕັ້ງຄຸ້ມຄອງ ວັດຖຸ ອຸປະກອນ, ພາຫະນະ ແລະ ເຄື່ອງຮັບໃຊ້ອື່ນໆ ພາຍໃນສະຖາບັນ­;

13. ຂຶ້ນ​ບັນ​ຊີ, ຄຸ້ມ​ຄອງ​ບົວ​ລະ​ບັດ​ຮັກ​ສາ​ເຄື່ອງ​ມື, ອຸ​ປະ​ກອນ​ເຕັກ​ນິກ, ພາ​ຫະ​ນະ​ຮັບ​ໃຊ້, ຊັບ​ສົມ​ບັດ ຂອງສ່ວນລວມ ທີ່​ຢູ່ ໃນ​ຄວາມ​ຮັບ​ຜິດ​ຊອບ ຂອງສະ​ຖາ​ບñ­;

14. ພົວ​ພັນ ແລະ ຮ່ວມມື ພາຍໃນ ແລະ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອ ຍາດແຍ່ງ ເອົາບົດຮຽນ, ປະສົບການ, ການຊ່ວຍເຫລືອ ທາງດ້ານທຶນຮອນ ແລະ ແລກປ່ຽນວິຊາການ ໃນ​ການຄົ້ນຄວ້າ ແລະ ການ​ພັດທະນາ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ບົນພື້ນຖານ ລະບຽບການ, ຫລັກການລວມ ແລະ ຕາມການມອບໝາຍ ຂອງ ອົງການ­;

15. ປະຕິບັດໜ້າທີ່ ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.

ມາດ​ຕາ 4. ຂອບ​ເຂດ​ສິດ

1. ດຳເນີນການຄົ້ນຄວ້າ, ການພັດທະນາ, ການ​ສົ່ງ​ເສີມ ແລະ ການຝຶກອົບຮົມ ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ ຂ່າວສານ­;

2. ໃຫ້ການ​ບໍລິການ ທາງດ້ານວິຊາການ ກ່ຽວກັບ ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວສານ ໃຫ້ແກ່ ບຸກຄົນ ຫລື ການຈັດª˜¤;

3. ເຂົ້າ​ຮ່ວມ, ສະເໜີ​ຄຳ​ຄິດຄຳ​ເຫັນ ທີ່ພົວພັນເຖິງ​ວຽກ​ງານຄົ້ນ​ຄວ້າ, ພັດທະນາ, ຝຶກອົບຮົມ ແລະ ການບໍລິການ ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວສານ;

4. ຄຸ້ມ​ຄອງ, ນຳ​ໃຊ້​ງົບ​ປະ​ມານ ແລະ ນຳໃຊ້ລາຍຮັບວິຊາການ ຕາມ​ແຜນ​ການ​​ອະ​ນຸ​ມັດ ຂອງອົງການ ວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ ;

5. ຄຸ້ມຄອງ, ນຳໃຊ້ພາຫານະ, ວັດຖຸອຸປະກອນເຕັກນິກ, ຊັບສົມບັດສ່ວນລວມ ທີ່ຢູ່ພາຍໃຕ້ ຄວາມຮັບ ຜິດຊອບ ຂອງສະຖາບັນ;

6. ສະ​ເໜີສ້າງ​ຕັ້ງ, ປັບ​ປຸງ, ດັດ​ແປງ ຫລື ຍົກເລີກ ກົງ​ຈັກ​ການ​ຈັດ​ຕັ້ງ, ແຕ່ງ​ຕັ້ງ, ຍົກຍ້າຍ​ໜ້າ​ທີ່, ປົດ​ຕຳ​ແໜ່ງ, ເລື່ອນ​ຊັ້ນ ແລະ ວ່າ​ຈ້າງ​ຊ່ຽວ​ຊານ, ແຮງ​ງານຊົ່ວ​ຄາວ ເພື່ອຮັບໃຊ້ໃຫ້ແກ່ ວຽກສະຖາບັນ­;

7. ພົວພັນ, ຮ່ວມມື, ພົບ​ປະ, ເຈ​ລະ​ຈາ, ຍາດ​ແຍ່ງ​ການ​ຊ່ວ​ຍ​ເຫລືອ, ເຊັນ​ບົດ​ບັນ​ທຶກ, ຂໍ້ຕົກລົງ, ສັນ​ຍາໂຄງການ ຕາມການມອບໝາຍ ຂອງ ອົງການ.