|
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3. ໜ້າທີ່
1. ຄົ້ນຄວ້າຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ກາຍເປັນແຜນ ການ, ແຜນງານ, ໂຄງການລະອຽດຂອງກົມ ພ້ອມທັງຮັບຜິດຊອບ ໃນການຈັດຕັ້ງປະຕິບັດ;
2. ສຶກສາຄົ້ນຄວ້າ, ຮ່າງ ແລະ ສະເໜີຂັ້ນເທີງອອກນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳ ຕ່າງໆ ໃນການຄຸ້ມຄອງ, ການຄົ້ນຄວ້າ, ການພັດທະນາ ແລະ ການນຳໃຊ້ ເຕັກໂນໂລຊີອາວະ ກາດ, ການສືບຢັ່ງທາງໄກ (RS), ລະບົບຂໍ້ມູນຂ່າວສານພູມສາດ (GIS) ແລະ ລະບົບຈຸດພິກັດລວມ (GPS) ພ້ອມທັງຕິດຕາມກວດກາ, ຕີລາຄາ ແລະ ລາຍງານສະພາບການຈັດຕັ້ງ ປະຕິບັດ;
3. ຈັບຈອງ, ຄຸ້ມຄອງ, ປົກປ້ອງ ແລະ ນຳໃຊ້ຕຳແໜ່ງວົງໂຄຈອນ ແລະ ຊ່ອງສັນຍານດາວທຽມ;
4. ຄຸ້ມຄອງ ແລະ ນຳໃຊ້ ສະຖານີຄວບຄຸມດາວທຽມພາກພື້ນດິນ, ຄື້ນຄວາມຖີ່, ສັນຍານດາວທຽມ ຂອງ ສປປ ລາວ;
5. ຄຸ້ມຄອງ ແລະ ສົ່ງເສີມການສຶກສາ, ການວິໄຈ, ການພັດທະນາ, ການນຳໃຊ້ ແລະ ການບໍລິການ ເຕັກໂນໂລຊີອາວະກາດ, ການສືບຢັ່ງທາງໄກ, ລະບົບຂໍ້ມູນຂ່າວສານພູມສາດ ແລະ ລະບົບຈຸດພິກັດລວມ ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ;
6. ສົ່ງເສີມການຄົ້ນຄວ້າ ແລະ ການພັດທະນາເຕັກໂນໂລຊີ ເພື່ອການປະກອບສ້າງຈະຫລວດ ແລະ ດາວທຽມ;
7. ຄຸ້ມຄອງ, ກໍ່ສ້າງ ແລະ ຍົກລະດັບວິຊາການດ້ານ ເຕັກໂນໂລຊີອາວະກາດ ໃຫ້ບັນດາຂະແໜງ ການ ຢູ່ສູນກາງ ແລະ ທ້ອງຖິ່ນ;
8. ສ້າງລະບົບຂໍ້ມູນຂ່າວສານດ້ານເຕັກໂນໂລຊີອາວະກາດ ເພື່ອແລກປ່ຽນທັງພາຍໃນ ແລະ ຕ່າງ ປະເທດ;
9. ເປັນໃຈກາງປະສານສົມທົບ ກັບບັນດາຂະແໜງການ ແລະ ທ້ອງຖິ່ນເພື່ອຄຸ້ມຄອງ ແລະ ຕິດ ຕາມກວດກາທຸກການເຄື່ອນໄຫວວຽກງານ ເຕັກໂນໂລຊີອາວະກາດ ພ້ອມທັງລາຍງານສະພາບ ການລວມ ໃນຂອບເຂດທົ່ວປະເທດໃຫ້ ອວຕຊ ຢ່າງເປັນປົກກະຕິ;
10. ສະເໜີປັບປຸງໂຄງປະກອບການຈັດຕັ້ງຂອງກົມ ໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງວຽກ ງານໃນແຕ່ລະໄລຍະ;
11. ພົວພັນຮ່ວມມື, ພົບປະ, ເຈລະຈາ ແລະ ປະສານງານກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດເເຍ່ງການຮ່ວມມື ແລະ ຊ່ວຍເຫລືອ ກ່ຽວກັບວຽກງານ ເຕັກໂນໂລຊີ ອາວະກາດ;
12. ສຶກສາຄົ້ນຄວ້າການເຂົ້າເປັນພາຄີ ແລະ ຈັດຕັ້ງປະຕິບັດພັນທະສາກົນ ດ້ານເຕັກໂນໂລຊີອາ ວະກາດ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ;
13. ຄົ້ນຄວ້າຮ່າງລະບຽບການ ເພື່ອສະເໜີຕໍ່ລັດຖະມົນຕີ ຫົວໜ້າ ອວຕຊ
14. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ອວຕຊ.
ມາດຕາ 4. ຂອບເຂດສິດ
1. ອອກບົດແນະນຳ, ໃບແຈ້ງການ, ໃບຢັ້ງຢືນ ແລະ ຮຽກໂຮມປະຊຸມ ກ່ຽວກັບວຽກ ງານເຕັກໂນໂລຊີອາວະກາດ ຕາມການມອບໝາຍຂອງ ອວຕຊ;
2. ກວດກາ, ຕີລາຄາ ແລະ ນຳສະເໜີ ອວຕຊ ກ່າວເຕືອນ, ຢັບຢັ້ງ ແລະ ໂຈະ ຫລື ຍົກເລີກ ບັນດາກິດຈະການ ທີ່ສົ່ງຜົນສະທ້ອນອັນບໍ່ດີ ໃນແງ່ເຕັກໂນໂລຊີອາວະກາດ;
3. ເຂົ້າຮ່ວມ ແລະ ປະກອບຄວາມເຫັນ ໃນກອງປະຊຸມຂອງຂະແໜງການ ກ່ຽວກັບບັນຫາທີ່ ພົວພັນເຖິງວຽກງານເຕັກໂນໂລຊີອາວະກາດ;
4. ສະເໜີສ້າງຕັ້ງ ຫລື ປັບປຸງ, ຍຸບເລີກກົງຈັກການຈັດຕັ້ງ; ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນ-ຂັ້ນ, ວ່າຈ້າງຊ່ຽວຊານ ຫລື ແຮງງານຊົ່ວຄາວ, ປະຕິບັດວິໄນ ແລະ ປະຕິບັດນະໂຍ ບາຍອື່ນໆ ຕໍ່ພະນັກງານຂອງກົມບົນພື້ນຖານ ລະບຽບຫລັກການຂອງການແບ່ງຂັ້ນຄຸ້ມຄອງ;
5. ສະເໜີໃຫ້ບຳເນັດລາງວັນ ແກ່ຜູ້ທີ່ມີຫົວຄິດປະດິດສ້າງ, ນັກວິທະຍາສາດ, ນັກຄົ້ນຄວ້າດີເດັ່ນ ທາງດ້ານເຕັກໂນໂລຊີອາວະກາດ;
6. ຄຸ້ມຄອງນຳໃຊ້ພາຫະນະວັດຖຸ, ອຸປະກອນທີ່ເປັນຊັບສົມບັດລວມພາຍໃນກົມ ຕາມນະໂຍບາຍ, ລະບຽບການ ແລະ ຄວາມເໝາະສົມ;
7. ຄຸ້ມຄອງ ແລະ ນຳໃຊ້ງົບປະມານ ຕາມແຜນການ ແລະ ໄດ້ຮັບອະນຸມັດຈາກ ອວຕຊ;
8. ຮ່ວມມື, ພົບປະ, ເຈລະຈາ, ເຊັນບົດບັນທຶກ, ອະນຸສັນຍາ ແລະ ສັນຍາກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການອະນຸມັດຂອງ ອວຕຊ.
|