|
ໝວດທີ 5 ລະບອບແບບແຜນວິທີເຮັດວຽກ |
| Print | |
E-mail |
|
ໝວດທີ V
ລະບອບແບບແຜນວິທີເຮັດວຽກ
ມາດຕາ 10. ແບບແຜນວິທີເຮັດວຽກ
ກົມວິທະຍາສາດ ແລະ ເຕັກໂນໂລຊີ ເຄື່ອນໄຫວ ແລະ ດຳເນີນງານ ຕາມຫລັກການ ດັ່ງນີ້:
1. ປະຕິບັດຕາມຫລັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນ ຮັບຜິດຊອບ ແລະ ປະຕິບັດລະບອບຫົວໜ້າດຽວ ພ້ອມທັງ ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານ;
2. ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ; ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ; ປະສານສົມທົບ ຢ່າງແໜ້ນແຟ້ນ ກັບທຸກພາກສ່ວນທີ່ກ່ຽວຂ້ອງ;
3. ເຮັດວຽກງານມີການກວດກາ, ຕິດຕາມຊຸກຍູ້, ສະຫລຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້ ຜົນເສຍ ພ້ອມທັງປະຕິບັດ ລະບອບລາຍງານສ່ອງແສງ ຢ່າງເຂັ້ມງວດ;
4. ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ ຫລື ປະຈຳປີ ແລະ ປະຕິບັດ ລະບອບລາຍງານ ໃຫ້ຂັ້ນເທີງຕົນ ເປັນປົກກະຕິ.
|