Login Form



ໝວດທີ 3 ໂຄງປະກອບການຈັດຕັ້ງ | Print |  E-mail

ໝວດທີ III

ໂຄງປະກອບການຈັດຕັ້ງ

ມາດຕາ 5. ໂຄງປະກອບກົງຈັກ

1. ພະແນກນະໂຍບາຍ ແລະ ນິຕິກຳ;

2. ພະແນກຄຸ້ມຄອງ ແລະ ສົ່ງ​ເສີມ;

3. ພະແນກສັງລວມ.

- ຢູ່ໃນບັນດາພະແນກ ໃຫ້ສ້າງຕັ້ງເປັນໜ່ວຍງານ, ໂຄງການຕ່າງໆ ຕາມຄວາມຈຳເປັນ ຂອງ ວຽກງານຕົວຈິງຕາມການເຫັນດີຂອງລັດຖະມົນຕີ ຫົວໜ້າ ອວຕຊ.

- ຢູ່ບັນດາພະແນກວິທະຍາສາດ ແລະ ເຕັກກໂນໂລຊຊີ ແຂວງ, ນະຄອນ ໃຫ້ມີຂະແໜງ ການ ຮັບຜິດຊອບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໂດຍອີງໃສ່ສະພາບ ແລະ ຈຸດພິເສດ ຂອງແຕ່ລະທ້ອງຖິ່ນ.

ມາດຕາ 6. ໂຄງປະກອບບຸກຄະລາກອນ.

1. ກົມວິທະຍາສາດ ແລະ ເຕັກໂນໂລຊີ ປະກອບມີຫົວໜ້າກົມ 1 ທ່ານ ໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳແໜ່ງໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງ ລັດຖະມົນຕີ, ຫົວໜ້າ ອວຕຊ;

ຫົວໜ້າກົມ ມີຄວາມຮັບຜິດຊອບຕໍ່ການນຳຂອງ ອວຕຊ ໃນການຄຸ້ມຄອງ ແລະ ຈັດຕັ້ງ ປະຕິບັດໜ້າທີ່ ແລະ ຂອບເຂດສິດທີ່ໄດ້ກຳນົດໄວ້ ໃນມາດຕາ 3 ແລະ 4; ໃນກໍລະນີ ຕິດທຸລະ ຈຳເປັນຕ້ອງໄດ້ແຕ່ງຕັ້ງ ຫລື ມອບສິດ ໃຫ້ຮອງຫົວໜ້າກົມ ຜູ້ໃດຜູ້ໜຶ່ງ ເປັນຜູ້ຮັກສາ ການແທນ ຊົ່ວຄາວ;

2. ກົມວິທະຍສາດ ແລະ ເຕັກໂນໂລຊີ ມີຮອງຫົວໜ້າກົມຈຳນວນໜຶ່ງ ໄດ້ຮັບການແຕ່ງຕັ້ງ ຫລື ປົດຕຳແໜ່ງໂດຍ ລັດຖະມົນຕີ, ຫົວໜ້າ ອວຕຊ ຕາມການສະເໜີ ຂອງຫົວໜ້າກົມ;

ຮອງຫົວໜ້າກົມ ເປັນຜູ້ຊ່ວຍ ຫົວໜ້າກົມ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານ ພາຍໃນກົມ;

3. ກົມວິທະຍາສາດ ແລະ ເຕັກໂນໂລຊີ ປະກອບມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຈຳນວນໜຶ່ງ ທີ່ບັນຈຸເຂົ້າໃນບັນດາພະແນກການຕ່າງໆບົນພື້ນຖານຄວາມ ຕ້ອງການຂອງວຽກງານຕົວຈິງ.

ການແຕ່ງຕັ້ງ ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແມ່ນ ລັດຖະມົນຕີ, ຫົວໜ້າ ອວຕຊ ເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີ ຂອງຫົວໜ້າກົມ.