|
ໝວດທີ VI
ບົດບັນຍັດສຸດທ້າຍ
ມາດຕາ 13. ກາປະທັບ
ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ມີກາປະທັບຂອງຕົນ ເພື່ອຮັບໃຊ້ເຂົ້າໃນວຽກ ງານທາງລັດຖະການ.
ມາດຕາ 14. ການຈັດຕັ້ງປະຕິບັດ
ຫອ້ງການ, ບັນດາກົມ, ບັນດາສະຖາບັນ ພາຍໃນ ອວຕຊ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ແລະ ອົງການຈັດຕັ້ງຕ່າງໆ ຈົ່ງຮັບຮູ້, ໃຫ້ການຮ່ວມມື ໃນການຈັດຕັ້ງປະ ຕິບັດທຸກໆວຽກງານ ຂອງ ກຊມວ ຕາມຂໍ້ກຳນົດສະບັບນີ້.
ມາດຕາ 15. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຂໍ້ກຳນົດສະບັບເລກ ທີ 1136/ ອວຕສ-ສນຍ, ລົງວັນທີ 31 ກໍລະກົດ 2000 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ.
ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ
ຫົວໜ້າ ອົງການວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ
|