|
ໝວດທີ IV
ໜ້າທີ່ຂອງແຕ່ລະພະແນກ
ມາດຕາ 7. ໜ້າທີ່ຂອງພະແນກສັງລວມ
1. ປະສານກັບ ພະແນກຕ່າງໆ ໃນການສ້າງແຜນການເຄື່ອນໄຫວ ປະຈຳເດືອນ, 3 ເດືອນ, 6 ເດືອນ ແລະ ປະຈຳປີ ຂອງກົມ, ແຜນນຳໃຊ້ງົບປະມານ, ແຜນສ້າງ ລາຍຮັບ-ລາຍຈ່າຍ ດ້ານວິຊາການ ຂອງກົມໃຫ້ແທດເໝາະກັບ ທິດທາງ ແລະແຜນການລວມ ຂອງ ອວຕຊ ວາງອອກ ພ້ອມທັງ ສະຫລຸບລາຍງານ ການຈັດຕັ້ງປະຕິບັດ;
2. ຮັບຜິດຊອບ ວຽກງານບໍລິຫານ ແລະຄຸ້ມຄອງ ເອກະສານຂາເຂົ້າ- ຂາອອກ ຂອງກົມ ;
3. ເກັບກຳ ແລະ ຂື້ນແຜນ ປະກອບ ເຄື່ອງມືອຸປະກອນ ໃຫ້ແກ່ພະແນກຕ່າງໆ ຂອງກົມ ແລະ ຄຸ້ມຄອງ ການນຳໃຊ້ງົບປະມານ, ຊັບສົມບັດຂອງລັດແລະໂຄງການຕ່າງໆ ທີ່ມີຢູ່ໃນພະແນກ ແລະ ກົມ ຢ່າງມີປະສິດທິຜົນ ແລະ ເປັນເຈົ້າການ;
4. ຕິດຕາມກວດກາສະຫຼູບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການເຄື່ອນໄຫວວຽກງານຊັບສິນ ທາງປັນຍາ, ມາດຕະຖານ ແລະ ວັດແທກ ເພື່ອນຳສະເໜີຕໍ່ກົມ ເປັນແຕ່ລະໄລຍະ;
5. ປະສານກັບພາກສວ່ນທີ່ກ່ຽວຂອ້ງ ໃນການຄົ້ນຄວ້າ ວິທີການແກ້ໄຂຄຳສະເໜີ, ຄຳຮອ້ງຟອ້ງ, ຄຳຮ້ອງທຸກ ແລະ ເຂົ້າຮ່ວມແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບການລະເມີດສິດທາງດ້ານຊັບສິນທາງປັນຍາ, ຜະລິດຕະພັນ ສິນຄ້າ ແລະ ການບໍລິການ ທີ່ບໍ່ໄດ້ ມາດຕະຖານ ແລະ ຂາດຄຸນນະພາບ ແລະ ຄວາມບໍ່ຖືກຕ້ອງ ຂອງ ພາຫານະ ແລະ ອຸປະກອນວັດແທກ ທີ່ໃຊ້ ໃນການຊັ່ງ, ຕວງ ແລະ ວັດ ;
6. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ກົມ.
ມາດຕາ 8. ໜ້າທີ່ຂອງພະແນກ ຊັບສິນອຸດສາຫະກຳ
1. ຄົ້ນຄ້ວາຜັນຂະຫຍາຍ ແຜນການ, ແຜນງານ ຂອງກົມ ທີ່ພົວພັນເຖີງວຽກງານຊັບສິນອຸດສາຫະກຳ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ພ້ອມທັງຮັບຜິດຊອບ ໃນການຈັດຕັ້ງ ປະຕິບັດ;
2. ຈັດຕັ້ງ ການຈົດທະບຽນ ວຽກງານຊັບສິນອຸດສາຫະກຳ ໃນຂົງເຂດ ຕ່າງໆ ຮວມທັງແນວພັນພືດໃໝ່;
3. ຮວ່ມມືກັບອົງການຊັບສິນທາງປັນຍາໂລກ ໃນການອອກສິດທິບັດສາກົນ;
4. ຈັດຕັ້ງລະບົບຂ່າວສານສິດທິບັດ ແລະ ຊັບສິນອຸດສາຫະກຳ ໃນຂົງເຂດອຶ່ນ.
5. ໂຄສະນາເຜີຍແຜ່ ເພື່ອສ້າງຈິດສຳນຶກ ໃຫ້ແກ່ສັງຄົມ ກ່ຽວກັບ ວຽກງານ ຊັບສິນ ອຸດສາຫະກຳ ;
6. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ກົມ.
ມາດຕາ 9. ໜ້າທີ່ຂອງພະແນກລິຂະສິດ
1. ຄົ້ນຄ້ວາຜັນຂະຫຍາຍ ແຜນການ, ແຜນງານ ຂອງກົມ ທີ່ພົວພັນເຖີງວຽກງານ ລິຂະສິດ ແລະສິດກ່ຽວ ຂ້ອງກັບລິຂະສິດໃຫ້ເປັນໜ້າວຽກລະອຽດຂອງພະແນກ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
2. ຈັດຕັ້ງ ການຂຶ້ນທະບຽນ ວຽກງານລິຂະສິດ ແລະ ສິດກ່ຽວຂອ້ງ ກັບລິຂະສິດໃນ ຂົງເຂດຕ່າງໆ;
3. ຈັດຕັ້ງລະບົບຂ່າວສານ ແລະ ການວາງສະແດງຜົນງານ ດ້ານລິຂະສິດ ;
4. ປະສານສົມທົບ ກັບພາກສວ່ນຕ່າງໆ ໃນການຈັດຕັ້ງ ແລະຄຸ້ມຄອງລວມ ວຽກງານລິຂະສິດ.
5. ໂຄສະນາເຜີຍແຜ່ ເພື່ອສ້າງຈິດສຳນຶກ ໃຫ້ແກ່ສັງຄົມ ກ່ຽວກັບ ວຽກງານລິຂະສິດ;
6. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ກົມ.
ມາດຕາ 10. ໜ້າທີ່ຂອງພະແນກມາດຕະຖານແລະຄຸນນະພາບ
1. ຄົ້ນຄ້ວາຜັນຂະຫຍາຍ ແຜນການ, ແຜນງານ ຂອງກົມ ທີ່ພົວພັນເຖີງວຽກງານມາດຕະຖານ ແລະ ຄຸນນະພາບ ໃຫ້ເປັນໜ້າວຽກລະອຽດ ຂອງພະແນກ ພ້ອມທັງຮັບຜິດຊອບ ໃນການຈັດຕັ້ງປະຕິບັດ;
2. ຈັດຕັ້ງ ການຈົດທະບຽນ ແລະ ໃຫ້ການບໍລິການ ກ່ຽວກັບ ວຽກງານມາດຕະຖານ ;
3. ຈັດຕັ້ງການຈົດທະບຽນ ຜະລິດຕະພັນສິນຄ້າລາວ, ລົງຕິດຕາມຊຸກຍູ້ວຽກງານ ປັບປຸງຄຸນນະພາບ ແລະ ກຳນົດມາດຕະຖານ ຂອງຜະລິດຕະພັນດັ່ງກ່າວ ແລະ ອອກໃບຢັ້ງຢືນກ່ຽວກັບການນຳໃຊ້ ກາຫມາຍມາດຕະຖານແຫ່ງຊາດ;
4. ປະສານສົມທົບກັບ ສະພາມາດຕະຖານແຫ່ງຊາດ ແລະຄະນະກຳມະການເຕັກນິກ ໃນການສຶກສາຄົ້ນຄວ້າ, ຮຽບຮຽງ ແລະ ສ້າງ ບັນດາມາດຕະຖານແຫ່ງຊາດ ແລະ ປະກອບຄຳເຫັນຕໍ່ບັນດາຂະແໜງການ, ແຂວງ, ນະຄອນ ແລະ ຮາກຖານການຜະລິດ ໃນການກໍ່ສ້າງ ແລະນຳໃຊ້ ມາດຕະຖານທ້ອງຖິ່ນ;
5. ປະສານສົມທົບກັບຂະແໜງການຕ່າງໆ ທີ່ກ່ຽວຂອ້ງໃນການຄຸ້ມຄອງຄຸນນະພາບຂອງຜະລິດຕະພັນ, ສິນຄ້າ ທີ່ຜະລິດ, ນຳເຂົ້າແລະຈໍລະຈອນ ຢູ່ ສປປ.ລາວ ທີ່ສອດຄອ່ງກັບມາດຕະຖານແຫ່ງ ຊາດເຊີ່ງໄດ້ປະກາດໃຊ້ໃນແຕ່ລະໄລຍະ ;
6. ສ້າງພື້ນຖານ ວັດຖຸເຕັກນິກ ເພື່ອທຳການທົດສອບ ແລະຢັ້ງຢືນ ຄຸນນະພາບ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ ຂອງຂະແໜງການ,ຫົວໜວ່ຍການຜະລິດ ແລະ ທຸລະກິດຕ່າງÅ ;
7. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ກົມ.
ມາດຕາ 11. ໜ້າທີ່ຂອງພະແນກວັດແທກ
1. ຄົ້ນຄ້ວາຜັນຂະຫຍາຍ ແຜນການ, ແຜນງານ ຂອງກົມ ທີ່ພົວພັນເຖີງວຽກງານວັດແທກ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ພ້ອມທັງຮັບຜິດຊອບ ໃນການຈັດຕັ້ງປະຕິບັດ;
2. ຄົ້ນຄວ້າ ລະບຽບການຕ່າງໆ ໃນການຄຸ້ມຄອງວຽກງານວັດແທກ ;
3. ດຳເນີນການຮັບຮອງ ກ່ຽວກັບການຜະລິດ, ການບໍລິການ ແລະ ການນຳເຂົ້າ ແມ່ແບບວັດແທ¡
ແລະອຸປະກອນວັດແທກ ປະເພດຕ່າງໆ ;
4. ໂຄສະນາເຜີຍແຜ່ ເພື່ອສ້າງຈິດສຳນຶກ ໃຫ້ແກ່ສັງຄົມ ກ່ຽວກັບ ວຽກງານວັດແທກ ;
5. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ກົມ.
|