|
ໝວດທີ II
ໜ້າທີ່ ແລະ ຂອບເຂດສິດ
ມາດຕາ 3. ໜ້າທີ່
1. ຄົ້ນຄວ້າຜັນຂະຫຍາຍ ແນວທາງ, ແຜນນະໂຍບາຍຂອງພັກ ແລະລັດຖະບານ ໃຫ້ກາຍເປັນແຜນ ການ,ແຜນງານ,ໂຄງການລະອຽດຂອງກົມ ພ້ອມທັງຮັບຜິດຊອບໃນການຈັດຕັ້ງປະຕິບັດ;
2. ສຶກສາຄົ້ນຄວ້າ, ຮ່າງແລະນຳສະເໜີຂັ້ນເທິງ ອອກນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກຳຕ່າງໆ ໃນການຄຸ້ມຄອງ, ການຄົ້ນຄວ້າ ແລະ ການພັດທະນາດ້ານຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ພ້ອມທັງຕິດຕາມກວດກາ, ຕີລາຄາ ແລະ ລາຍງານ ສະພາບການຈ;
3. ສ້າງຈິດສຳນຶກ ລວມທັງ ສ້າງຂະບວນການ ກ່ຽວກັບວຽກງານ ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ຢູ່ສູນກາງ ລົງເຖີງທອ້ງຖິ່ນ ໃນຂອບເຂດທົ່ວປະເທດ;
4. ຈັດຕັ້ງປະຕິບັດ ແລະ ເປັນໃຈກາງ ປະສານສົມທົບ ກັບບັນດາ ຂະແໜງການ ແລະ ອົງການ ປົກຄອງ ທ້ອງຖິ່ນ ຂັ້ນຕ່າງໆ ເພື່ອຄຸ້ມຄອງ ແລະ ຕິດຕາມກວດກາ ທຸກການເຄື່ອນໄຫວ ວຽກງານ ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ພ້ອມທັງລາຍງານສະພາບການ ໃນຂອບເຂດທົ່ວ ປະເທດ ໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ;
5. ຮັບພິຈາລະນາ ແລະ ດຳເນີນການແກ້ໄຂຄຳສະເໜີ, ຄຳຮອ້ງຟອ້ງ, ຄຳຮ້ອງທຸກ ກ່ຽວກັບ ວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ;
6. ກໍ່ສ້າງ ແລະຍົກລະດັບພະນັກງານ ທັງພາກລັດ ແລະເອກະຊົນ ໃນ ວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ;
7. ສັງລວມ ແລະ ຢັ້ງຢືນຜົນງານ ເພື່ອນຳສະເໜີຂັ້ນເທິງ ໃຫ້ລາງວັນ ແລະປະຕິບັດການຍອ້ງຍໍ ແກ່ບຸກຄົນ ຫລື ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານ ດີເດັ່ນ ໃນວຽກງານເຄື່ອນໄຫວ ວຽກງານ ງານຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ;
8. ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ກ່ຽວກັບວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ຕາມການຕົກລົງ ຂອງ ອວຕຊ;
9. ສຶກສາຄົ້ນຄ້ວາ ການເຂົ້າຮ່ວມເປັນພາຄີ ແລະ ຈັດຕັ້ງປະຕິບັດ ພັນທະສາກົນ ດ້ານຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ທີ່ ສປປ ລາວ ໄດ້ເຂົ້າຮ່ວມ.
10. ສ້າງແຜນການເຄື່ອນໄຫວ ປະຈຳງວດ ແລະ ປະຈຳປີ, ແຜນສ້າງລາຍຮັບ-ລາຍຈ່າຍ ດ້ານວິຊາການ ຂອງກົມ ໃຫ້ແທດເໝາະກັບທິດທາງ ແລະ ແຜນການລວມ ຂອງ ອວຕຊ;
11. ຄົ້ນຄວ້າຮ່າງລະບຽບການ ເພື່ອນຳສະເໜີຕໍ່ ລັດຖະມົນຕີ ຫົວໜ້າ ອວຕຊ ;
12. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງ ອວຕຊ.
ມາດຕາ 4. ຂອບເຂດສິດ
1. ອອກບົດແນະນຳ, ໃບແຈ້ງການ, ໃບຢັ້ງຢືນ ແລະ ຮຽກໂຮມປະຊຸມ ກ່ຽວກັບວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ຕາມການມອບໝາຍ;
2. ພົວພັນກັບພາກສ່ວນຕ່າງໆ ຢູ່ພາຍໃນ ອວຕຊ, ຂະແຫນງການ, ທ້ອງຖິ່ນ, ຮາກຖານການຜະລິດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນການສຶກສາຄົ້ນຄວ້າ, ຄຸ້ມຄອງ, ເຜີຍແຜ່ ແລະ ບໍລິການວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ;
3. ສະເໜີ ອວຕຊ ແລະ ອົງການຈັດຕັ້ງທີ່ມີສິດກ່ຽວຂ້ອງ ປະຕິບັດບັນດາມາດຕະການຕ່າງໆ ຕໍ່ຜູ້ກະທຳຜິດກົດຫມາຍ, ດຳລັດ, ຂໍ້ກຳນົດ ແລະ ລະບຽບການຕ່າງໆ ທີ່ພົວພັນເຖິງວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ;
4. ອອກ, ໂຈະ ແລະ ຖອນ ໃບຢັ້ງຍືນກ່ຽວກັບການຈົດທະບຽນ ຊັບສິນທາງປັນຍາ, ໃບຢັ້ງຢືນ ຄຸນນະ ພາບ, ໃບອະນຸຍາດນຳໃຊ້ກາຫມາຍມາດຕະຖານແຫ່ງຊາດ ແລະ ໃບຢັ້ງຢືນການນຳໃຊ້ ພາຫະນະ ແລະ ແມ່ແບບ ວັດແທກ ປະເທດ;
5. ສະເໜີ ອວຕຊ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ ສັ່ງຍຸດຕິການນຳເຂົ້າ ຜະລິດຕະພັນສິນຄ້າ ທີ່ຂາດຄຸນນະພາບ ແລະ ບໍ່ໄດ້ຕາມມາດຕະຖານ ທີ່ກຳນົດໄວ້ ຫຼື ມີການລະເມີດຊັບສິນທາງປັນຍາ ນັບທັງ ພາຫະນະວັດແທກ ທີ່ຂາດຄວາມຖຶກຕ້ອງ ແລະ ຊັດເຈນ;
6. ແຈ້ງໃຫ້ ພື້ນຖານການຜະລິດ, ທຸລະກິດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງສະໜອງຕົວຢ່າງ ຜະລິດຕະພັນສິນຄ້າ, ແບບຢ່າງອຸປະກອນ ແລະ ເຄື່ອງມື, ບັນດາເອກະສານ ແລະ ພາຫະນະອື່ນໆທີ່ກ່ຽວຂ້ອງ ກັບວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ;
7. ເຂົ້າຮ່ວມກອງປະຊຸມ ແລະ ປະກອບຄຳຄິດຄຳເຫັນ ກ່ຽວກັບ ວຽກງານຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ຕາມການມອບຫມາຍ;
8. ສະເໜີ ສ້າງຕັ້ງ ຫຼືປັບປຸງ ແລະ ຍຸບເລີກ ໜ່ວຍງານຕ່າງໆ ທີ່ຂຶ້ນກັບ ກຊມວ;
9. ຄຸ້ມຄອງ, ນຳໃຊ້ງົບປະມານ ຕາມແຜນການອະນຸມັດ ຂອງອົງການ ວິທະຍາສາດ ແລະ ເຕັກໂນ ໂລຊີແຫ່ງຊາດ ;-
10. ພົວພັນ, ຮ່ວມມື, ພົບປະ, ເຈລະຈາ, ຍາດແຍ່ງການຊ່ວຍເຫລືອ, ເຊັນບົດບັນທຶກ, ຂໍ້ຕົກລົງ, ສັນຍາ ໂຄງການ ຕາມການມອບໝາຍ ຂອງ ອວຕຊ
|