Login Form



ໝວດທີ 3 ໂຄງປະກອບການຈັດຕັ້ງ | Print |  E-mail

ໝວດທີ III

ໂຄງປະກອບການຈັດຕັ້ງ

ມາດຕາ 5. ໂຄງປະກອບກົງຈັກ

1. ພະແນກ ນະໂຍບາຍ ແລະ ນິຕິກຳ;

2. ພະແນກ ຄຸ້ມຄອງ ແລະ ສົ່ງເສີມ;

3. ພະແນກສັງລວມ.

ຢູ່​ພາຍ​ໃນ​ພະ​ແນກ ໃຫ້​ສ້າງ​ຕັ້ງ​ເປັນ​ໜ່ວຍ​ງານ, ໂຄງ​ການ​ຕ່າງໆ ຕາມ​ຄວາມ​ຈຳ​ເປັນ ຂອງ ວຽກ​ງານກົມ.

ຢູ່​ບັນດາ ພະ​ແນ​ກ ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ແຂວງ, ນະຄອນ ໃຫ້​ມີຂະ​ແໜງ​ການ ຮັບຜິດຊອບ ວຽກ​ງານ ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວສານ ໂດຍ​ອີງ​ໃສ່​ສະພາບ ແລະ ຈຸດ​ພິ​ເສດ ຂອງ​ແຕ່ລະ​ທ້ອງ​ຖີ່​ນ.

ມາດຕາ 6. ໂຄງປະກອບບຸກຄະລາກອນ

1. ກົມ​ແອັງ​ຟອກ​ມາຕິກ ປະ​ກອບ​ດ້ວຍ ຫົວ​ໜ້າກົມ 1 ທ່ານ ໂດຍໄດ້້​ຮັບ​ການ​ແຕ່ງ​ຕັ້ງ ຫລື ປົດ​ຕຳ​ແໜ່ງ ໂດຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຕາມການສະເໜີ ຂອງລັດຖະມົນຕີ, ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ;

ຫົວໜ້າກົມ ມີຄວາມຮັບຜິດຊອບ ຕໍ່ການນຳຂອງອົງການ ໃນການ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ໜ້າທີ່ ແລະ ຂອບ​ເຂດ​ສິດ ທີ່ກຳນົດໄວ້ ໃນມາດຕາ 3 ແລະ 4; ໃນກໍລະນີ ຕິດທຸລະຈຳເປັນ ຕ້ອງໄດ້ແຕ່ງຕັ້ງ ຫລື ມອບສິດ ໃຫ້ຜູ້ຮອງ ຫົວໜ້າກົມ ຜູ້ໃດຜູ້ໜຶ່ງ ເປັນຜູ້ ຮັກສາການແທນ ຊົ່ວຄາວ.

2. ກົມ​ແອັງ​ຟອກ​ມາຕິກ ມ​ີຮອງ​ຫົວ​ໜ້າ​ຈຳ​ນ​ວນ​ໜຶ່ງ ໂດຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ຫລື ປົດ​ຕຳ​ແໜ່ງ ໂດຍ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ ອົງການ. ຕາມ​ການ​ສະ​ເໜີ ຂອງ ຫົວໜ້າກົມ;

ຮອງຫົວໜ້າກົມ ເປັນຜູ້ຊ່ວຍຫົວໜ້າກົມ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກ ງານ ພາຍໃນກົມ.

3. ກົມ​ແອັງ​ຟອກ​ມາຕິກ ປະ​ກອ​ບ​ມີ ຫົວ​ໜ້າພະ​ແນ​ກ, ຮອງຫົວ​ໜ້າພະ​ແນ​ກ ແລະ ພະນັກງານ ວິຊາການ ຈຳນວນໜຶ່ງ ທີ່ບັນຈຸເຂົ້າ ໃນບັນດາພະ​ແນ​ກຕ່າງໆ ບົນພື້ນຖານ ຄວາມຕ້ອງການ ຂອງວຽກງານຕົວຈິງ.

ການແຕ່ງຕັ້ງຫົວໜ້າພະ​ແນ​ກ, ຮອງຫົວໜ້າພະ​ແນ​ກ ແມ່ນ ລັດຖະມົນຕີ, ຫົວໜ້າ ອົງການ ເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີ ຂອງ ຫົວໜ້າກົມ.