|
ກົມວິທະຍາສາດ ແລະ ເຕັກໂນໂວຊີ ຍົກສູງລະດັບຄວາມຮູ້ໃຫ້ແກ່ພະນັກງານຂັ້ນແຂວງ |
|
|
|
|
ໃນວັນທີ 26-27 ພະຈິກ 2009 ທີ່ຫ້ອງປະຊຸມຕຶກ E-government Lao-Korea ກົມວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກົບສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ຈັດກອງປະຊຸມ ພົບປະ ແລະ ຖອດບົດຮຽນ ກ່ຽວກັບວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ.
ໃຫ້ກຽດເປັນປະທານ ຄັ້ງນີ້ໂດຍ ທ່ານ ໄຊຍະເວດ ວິໄຊ ຫົວໜ້າ ກົມວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມີບັນດາ ພະນັກງານ ທີ່ມາຈາກ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງ ແລະ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫຼວງພະບາງ ເຂົ້າຮ່ວມ ໃນກອງປະຊຸມ ຄັ້ງນີ້ອີກດ້ວຍ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອ ແນໃສ່ ສຶກສາຮຽນຮູ້ ແລະ ຖອດຖອນບົດຮຽນ ເພື່ອຍົກລະດັບ ໃຫ້ພະນັກງານ ໃນຂົງເຂດວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສະເພາະ ແມ່ນຢູ່ໃນ ຂະແໜງການ ຂອງ ແຂວງ ໃຫ້ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມສຳຄັນ ໃນການນຳໃຊ້ ວິທະຍາສາດ ແລະ ຊີວະ ເຕັກໂນໂລຊີ ເຂົ້າໃນວຽກງານ ການພັດທະນາເສດຖະກິດສັງຄົມ.  |