Username
Password
Remember Me
ອົງການວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ, ກົມວິທະຍາສາດ ແລະ ເຕັກໂນໂລຊີ ມີພາລະບົດ ບາດເປັນເສນາທິການ ໃຫ້ແກ່ອົງການ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ
ກົມວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກັບ ຫ້ອງການ ອວຕຊ ໄດ້ຈັດກອງປະຊຸມພົບປະປຶກສາຫາຫລືກັບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ອົງການ ພິພິດທະພັນວິທະຍາສາດແຫ່ງຊາດ, ປະເທດໄທ ເພື່ອກໍານົດແຜນ ການອັນລະອຽດສຳລັບການຈັດງານຄາລາວານຂື້ນ ໃນລະຫວ່າງວັນທີ 22-24 ກຸມພາ 2010 ທີ່ນະຄອນຫລວງວຽງຈັນ.
ໃນວັນທີ 26-27 ພະຈິກ 2009 ທີ່ຫ້ອງປະຊຸມຕຶກ E-government Lao-Korea ກົມວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສົມທົບກົບສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ຈັດກອງປະຊຸມ ພົບປະ ແລະ ຖອດບົດຮຽນ ກ່ຽວກັບວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ.