|
Activities -
News of Youth Union in NAST
|
|
ໃນລະຫວ່າງວັນທີ 15-16 ມັງກອນ 2010 ທີ່ຜ່ານມາ ສະຫາຍ ທັນວາ ສີສຸລາດ ຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າພະແນກ ຈັດຕັ້ງ - ຄຸ້ມຄອງ ພະນັກງານ ຕາງໜ້າຄະນະບໍລິຫານງານ ໜ່ວຍຊາວ ໜຸ່ມຮາກຖານ ອວຕຊ ເຂົ້າເປັນປະທານ ຮ່ວມກັບຄະນະບໍລິຫານ ຊາວໜຸ່ມແຂວງ ແຮກສ່ຽວ ແຂວງ ຫົວພັນ ໃນກອງປະຊຸມຄັ້ງທີ VI ຂອງຄະນະບໍລິຫານ ຊາວໜຸ່ມ ແຂວງ ຫົວພັນ ໄດ້ຈັດຂຶ້ນທີ່ ສະໂມສອນແຂວງຫົວພັນ.
ນອກນີ້ ໃນກອງປະຊຸມ ຍັງມີແຂກຖືກເຊີນຈາກ ສູນກາງຊາວໜຸ່ມ, ຊາວໜູ່ມ 8 ຕົວເມືອງ ແລະ ຊາວໜຸ່ມຈາກພະແນກ, ຫ້ອງການ ອອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ສະຫຼຸບ ການເຄື່ອນໄຫວ ວຽກງານ ຂອງ ຊາວໜຸ່ມ ໃນໄລຍະຜ່ານມາ ໂດຍ ສະເພາະແມ່ນ ວິຊາສະເພາະ, ການ ຮ່ວມມື, ການເງິນ ແລະ ການເຄື່ອນໄຫວຕ່າງໆ. ພ້ອມນັ້ນ ຍັງໄດ້ປຶກສາຫາລື ແລະ ຜ່ານທິດທາງ ແຜນປະຕິບັດ ວຽກງານ ໃນສອງປີຕໍ່ໜ້າ, ໃນກອງປະຊຸມຍັງໄດ້ ມອບໃບຍ້ອງຍໍໃຫ້ແກ່ ຊາວໜຸ່ມ ຜູ້ທີ່ເຄື່ອນໄຫວ ວຽກງານ ດີເດັ່ນ, ກ້າວໜ້າ ແລະ ພ້ອມດຽວກັນນັ້ນ ຍັງໄດ້ປ່ອນບັດ ຄັດເລືອກເອົາຄະນະ ບໍລິຫານງານ ຊາວໜຸ່ມ ຂອງແຂວງ ຊຸດໃໝ່ອິກດ້ວຍ.

|