Login Form



ການຈັດ​ສຳ​ມະ​ນາ​ກ່ຽວ​ກັບ​ໂຄງການ​ພາສາ​ລາວ​ໃນ​ລະບົບ​ຄອມ​ພິວ​ເຕີ | Print |  E-mail

 ການຈັດສຳມະນາກ່ຽວກັບໂຄງການພາສາລາວໃນລະບົບຄອມພິວເຕີ

Lao Localization Project ໃນວັນທີ 19/03/2009 ທີ່ຫ້ອງປະຊາສຳພັນຂອງ ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ

ໂຄງການ Lao Localization Project ​ແມ່ນໂຄງການຍ່ອຍໜຶ່ງຂອງໂຄງການ PAN Localization Project ​ໃຫ້ທຶນສະໜັບສະໜູນໂດຍອົງການ IDRC ຊຶ່ງມີມະຫາວິທະຍາໄລ NUCES ປາກິດສະຖານ ເປັນກອງເລຂາ ແລະ ມີ 16 ປະເທດເຂົ້າຮ່ວມໃນໂຄງການ. ໂຄງການ PAN Localization ແມ່ນການລິເລີ່ມຂອງພາກພື້ນອາຊີ ເພື່ອພັດທະນາ ຄວາມອາດສາມາດ ການນຳໃຊ້ພາສາທ້ອງຖິ່ນໃນຄອມພິວເຕີ ໂດຍການພັດທະນາແບບຍືນຍົງ ຂອງຄວາມອາດສາມາດ ດ້ານຊັບພະຍາກອນມະນຸດ ເພື່ອເຮັດການຄົ້ນຄວ້າ ແລະ ພັດທະນາ ພາສາທ້ອງຖິ່ນ ໃນຄອມພິວເຕີ. ຈຸດປະສົງຂອງໂຄງການແມ່ນ:

  • ເກັບກ້ຳສະພາບການນຳໃຊ້ ແລະ ພັດທະນາພາສາທ້ອງຖິ່ນ ໃນຄອມພິວເຕີ ຢູ່ໃນຂົງເຂດອາຊີ

  • ຕິດຕາມການພັດທະນາ ເຕັກໂນໂລຊີ ພາສາທ້ອງຖິ່ນ

  • ຈັດຝຶກອົບຮົມ ລະບົບພາສາທ້ອງຖິ່ນໃນຄອມພິວເຕີ

  • ພັດທະນາ ມາດຕະຖານ ແລະ ຊອບແວ

  • ເຮັດການຕະຫລາດເພື່ອສົ່ງເສີ່ມການນຳໃຊ້ ແລະ ເຄື່ອງມື ໃນການສ້າງ ຂໍ້ມູນພາສາທ້ອງຖິ່ນໃຫ້ຫຼາຍຂື້ນ

  • ສ້າງເຄືອຂ່າຍການຮ່ວມມື ຂອງນັກຄົ້ນຄວ້າ, ນັກພັດທະນາ ແລະ ຜູ້ກຳນົດນະໂຍບາຍ

ໃນການຈັດຕັ້ງປະຕິບັດ, ທາງໂຄງການແມ່ນໄດ້ ສ້າງທີມງານ ຊຶ່ງປະກອບມີ ຫົວໜ້າໂຄງການ, ຜູ້ປະສານງານໂຄງການ, ໜ່ວຍງານອອກແບບ, ໜ່ວຍງານຂຽນໂປຣແກຣມ, ໜ່ວຍງານ ພາສາສາດ, ສົ່ງນັກວິຊາການ ໄປເຮັດການຄົ້ນຄວ້າຕົວຈິງ ຢູ່ຫ້ອງທົດລອງ ຢູ່ຕ່າງປະເທດ, ຈ້າງຊ່ຽວຊານ ມານຳພາຄົ້ນຄວ້າຢູ່ພາຍໃນ ແລະ ປະສານກັບ ນັກພັດທະນາອາວຸດໂສ ເພື່ອຖອດຖອນບົດຮຽນ ແລະ ນຳໃຊ້ສິ່ງທີ່ມັນດີແລ້ວ. ໂຄງການດັ່ງກ່າວ ໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະທີ່ 1 ແຕ່ 2007-2007 ແລະ ໄລຍະທີ່ 2 ແຕ່ 2008-2010 ຊື່ງຜົນສຳເລັດຂອງແຕ່ລະໄລຍະມີດັ່ງລຸ່ມນີ້:

  • ສ້າງຕົວອັກສອນລາວ ຕາມມາດຕະຖານ Unicode

  • ແປ້ນພິມຕົວໜັງສືລາວ ຕາມມາດຕະຖານ Unicode

  • ການປ່ຽນຮູບແບບຕົວໜັງສື ຈາກ ASCII ໄປເປັນ Unicode

  • ການຕັດພະຍາງ ແລະ ແຖວ

  • ການລຽງຄຳ

  • ວັດຈະນານຸກົມ

  • ໂປຣແກຣມ Laopad

  • ການສະແກນຕົວໜັງສືລາວເຂົ້າໃນຄອມພິວເຕີພາກ I ( Lao OCR 1.0)

ຜົນສຳເລັດຂອງໄລຍະທີ່ II (2008-2010)

  • ການສະແກນຕົວໜັງສືລາວເຂົ້າໃນຄອມພິວເຕີພາກ II ( Lao OCR 2.0)

  • ໂປຣແກຣມອ່ານພາສາລາວໃນຄອມພິວເຕີ (Text to Speech)

  • ໂປຣແກຣມເສີ່ມ ສຳລັບໂປຣແກຣມ MS Office 2007

  • ໂປຣແກຣມເສີ່ມ ສຳລັບໂປຣແກຣມ Open Office v.3.0

  • ໂປຣແກຣມຂຽນທີ່ຢູ່ເວັບໄຊເປັນພາສາລາວ (IDNS)

  • Corpus ແລະ POS tag

  • Content Creation

  • Training

ຜົນໄດ້ຮັບຂອງການຄົ້ນຄວ້າ:

  • ເຮັດໃຫ້ພາສາລາວມີຄວາມສົມບູນຂື້ນ

  • ມີການສ້າງ ແລະ ຊຸກຍູ້ ມາດຕະຖານ

  • ສ້າງ ແລະ ພັດທະນາ ເຄື່ອງມື ໃນການນຳໃຊ້ພາສາລາວໃນຄອມພິວເຕີໃຫ້ສົມບູນ

  • ສ້າງເອກະສານ ແລະ ບົດຮຽນຂອງການຄົ້ນຄວ້າ

  • ສົ່ງເສີ່ມການນຳໃຊ້ຜົນຂອງການຄົ້ນຄວ້າ ໃຫ້ສັງຄົມ

  • ພັດທະນາສັບພະຍາກອນມະນຸດ

  • ການຮ່ວມມືກັບພາກພື້ນ ແລະ ສາກົນ

ຈຸດປະສົ່ງຂອງການຈັດສຳມະນາໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ແລະ ສາທິດຜົນສຳເລັດຂອງການຄົ້ນຄວ້າໃນໄລຍະທີ່1 ​ແລະໄລຍະທີ່2 ​ໃນຫົວຂໍ້ດັ່ງລຸ່ມນີ້:

  • ການສະແກນຕົວໜັງສືລາວໃນຄອມພິວເຕີພາກ II ( Lao OCR 2.0)

  • ໂປຣແກຣມອ່ານພາສາລາວໃນຄອມພິວເຕີ (Text to Speech)

  • ໂປຣແກຣມເສີ່ມ ສຳລັບໂປຣແກຣມ MS Office 2007

  • ໂປຣແກຣມເສີ່ມ ສຳລັບໂປຣແກຣມ Open Office v.3.0

  • ໂປຣແກຣມຂຽນທີ່ຢູ່ເວັບໄຊເປັນພາສາລາວ (IDNS)