|

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2010, ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ຮ່ວມ ກັບຂະແໜງການຕ່າງໆມີ: ສານປະຊາຊົນນະຄອນຫຼວງ, ກົມຕຳຫຼວດເສດຖະກິດ, ກົມພາສີ, ກົມການຄ້າພາຍໃນ, ກົມນະໂຍບາຍການຄ້າຕ່າງປະເທດ, ກົມອາຫານ ແລະ ຢາ, ສະພາ ອຸດສາຫະກຳການຄ້າ, ບໍລິສັດຂຶ້ນທະບຽບ ຊັບສິນທາງປັນຍາ, ຫ້ອງການຜູ້ຕາງໜ້າບໍລິສັດ ຢູນິລິເວີປະຈຳ ລາວ ທີ່ເປັນຕົວແທນຮ້ອງຮຽນໃຫ້
ບໍລິສັດແມ່ UNILIVER. V. NERTHERLANDS ແລະ ບໍລິສັດ ທີ່ປຶກສາລິໂກ ຈຳກັດ ທີ່ເປັນຕົວແທນຮ້ອງຮຽນໃຫ້ບໍລິສັດແມ່ COLGATE – PALMOLIVE NEW YORK, USA ໄດ້ຈັ້ດພິທີທຳລາຍສິນຄ້າປອມແປງລອກຮຽນແບບຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ສີທະ ຜຸຍຍະວົງ ຫົວໜ້າ ຫ້ອງການ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ແລະ ບັນດາທ່ານທີ່ຕ່າງໜ້າຈາກຂະແໜງການທີ່ກ່ຽວຂ້ອງທາງພາກລັດ ແລະ ທຸລະກິດລວມທັງໝົດຈຳນວນ 25 ທ່ານ.
ຈຸດປະສົງ ແມ່ນເພື່ອ ສະກັດກັ້ນການລະເມີດສິດ ຊັບສິນທາງປັນຍາ ແລະ ການ ແຂ່ງຂັນທີ່ບໍ່ມີຄວາມຍຸດຕິທຳໃນວຽກງານການຄ້າ, ການບໍລິການ ແລະ ທຸລະກິດຕ່າງໆໃຫ້ມີການດຳເນີນຖືກຕ້ອງຕາມລະບຽບການ ແລະກົດໝາຍຕ່າງໆຂອງລັດວາງອອກ. ພ້ອມນັ້ນໂດຍປະຕິບັດຕາມຄຳຕັດສິນຂອງສານນະຄອນຫຼວງ ສະບັບເລກທີ 367/ຂຕ.ອ, ລົງວັນທີ 10 ກັນຍາ 2009 ເຫັນວ່າ: ສິນຄ້າດັ່ງກ່າວມີຜົນກະທົບທີ່ຮ້າຍແຮງຕໍ່ສຸຂະພາບ ແລະ ຄວາມປອດໄພຂອງຜູ້ຊົມໄຊ້, ແຕະຕ້ອງເຖິງເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ຈຶ່ງເຫັນດີໃຫ້ທຳລາຍຖິ້ມ ມີ 21 ລາຍການ, ມູນຄ່າ 500 ກວ່າລ້ານກີບ, ຊຶ່ງສິນຄ້າດັ່ງກ່າວນີ້ ໄດ້ນຳໄປທຳລາຍຖີ້ມຢູ່ສູນຂີ້ເຫຍື້ອ ຫຼັກ 34 ຖະໜົນ 13 ໄຕ້.
 |