|
ຍົກສູງລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ສ້າງຈິດສຳນຶກ ໃຫ້ແກ່ ພາກສ່ວນຕ່າງໆ ກ່ຽວກັບວຽກງານ ຊັບສິນທາງປັນຍາ |
ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ໄດ້ເປີດກອງປະຊຸມ ສຳມະນາ ວ່າດ້ວຍ ບົດບາດ ຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບ ລິຂະສິດ ໃນການພັດທະນາ ເສດຖະກິດ ແລະ ວັດທະນາທຳ (WIPO National Seminar on the Role of Copyright and Related Rights in Economic and Cultural Development)
ໃນລະ ຫວ່າງ ວັນທີ 3-4 ພະຈີກ 2009 ຢູ່ທີ່ໂຮງແຮມ ລ້ານຊ້າງ, ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານ ຂອງ ທ່ານ ສີທະ ຜຸຍຍະວົງ ຫົວໜ້າ ຫ້ອງການ ອວຕຊ, ພ້ອມກັນນັ້ນ ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີ ທ່ານ ຍືນ ສີສະຫວາດ ຫົວໜ້າ ກົມຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ, ຜູ້ຕາງໜ້າຈາກ ອົງການຊັບສິນ ທາງປັນຍາໂລກ (WIPO) ແລະ ຫ້ອງການລິຂະສິດ ຂອງປະເທດຍີ່ປຸ່ນ (JCO) ແລະ ນັກສຳມະນາກອນ ຈາກພາກສ່ວນຕ່າງໆ ທາງພາກລັດ ແລະ ເອກະຊົນ ຈຳນວນ 60 ກ່ວາທ່ານ ເຂົ້າຮ່ວມອີກດ້ວຍ. ຈຸດປະສົງຂອງ ການຈັ້ດກອງປະຊຸມ ສຳມະນາຄັ້ງນີ້ ແມ່ນເພື່ອ ແນໃສສ້າງຈິດສຳນຶກ ທາງດ້ານລິຂະສິດ ແລະ ສິດກ່ຽວຂ້ອງກັບ ລິຂະສິດ ເພື່ອເຮັດ ໃຫ້ສັງຄົມ ໄດ້ເຂົ້າໃຈບົດບາດ ແລະ ຄວາມສຳຄັນ ຂອງວຽກງານດັ່ງກ່າວ ເຊິ່ງ ຈະເປັນຜົນ ປະໂຫຍດຢ່າງຍິ່ງໃຫ່ຍໃຫ້ແກ່ ການພັດທະນາ ເສດຖະກິດ ແຫ່ງຊາດ ເວົ້າລວມ ເວົ້າສະເພາະ ແມ່ນຈະ ເປັນຜົນປະໂຫຍດແກ່ທ່ານ, ບັນດາ ເຈົ້າຂອງຜົນງານ ທີ່ມີລິຂະສິດຕ່າງໆ ເພື່ອໄດ້ຮັບສິດ ໃນການປົກປ້ອງ ແລະ ໃຫ້ໂອກາດແກ່ຜູ້ຊົມໃຊ້ ຫຼື ນຳໃຊ້ຜົນງານ ລິຂະສິດແບບຖືກຕ້ອງ ແລະ ມີຄວາມຍຸດຕິທຳ. ພ້ອມນັ້ນກອງປະຊຸມ ຄັ້ງນີ້ ໄດ້ຮັບຟັງການບັນ ລະຍາຍຂອງ ນັກວິທະຍາກອນ ທີ່ມີປະສົບການສູງ ມາຈາກພາຍໃນ ແລະ ຕ່າງປະເທດ ໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນ ຄວາມຮູ້ພື້ນຖານ ທາງດ້ານ ລິຂະສິດ ແລະ ເນື້ອໃນລວມ ໃນການປົກປ້ອງ ສິດທິ ຕາມສາກົນ, ບັນດານິຕິກຳຕ່າງໆ ກ່ຽວກັບລິຂະສິດໃນ ສປປ ລາວ, ຜົນປະໂຫຍດ ທີ່ໄດ້ຮັບຈາກການ ປົກປ້ອງ ລິຂະສິດ (ດ້ານດົນຕີ, ດ້ານພິມຈຳໜາຍ), ການໃຫ້ ຄວາມຮູ້ ແລະ ສ້າງຄວາມເຄົາລົບຕໍ່ ກົດໝາຍ, ການລະເມິດ ສິດທິທາງດ້ານ ຊັບສິນທາງປັນຍາ (ມາດຕະການທາງແພ່ງ, ອາຍາ ແລະ ບົດບາດຂອງ ອົງການຈັດຕັ້ງ ທີ່ຮັບຜິດຊອບ ການບັງຄັບໃຊ້ ກົດໝາຍ), ສະມາຄົມ ຜູ້ຈັດການທາງດ້ານ ລິຂະສິດ ບົດບາດຂອງການ ຊັບສິນທາງປັນຍາໂລກ ຕໍ່ກັບ ການປົກປ້ອງ ລິຂະສິດ, ການນຳໃຊ້ລະບົບ ລິຂະສິດຕໍ່ກັບ ການພັດທະນາ ເສດຖະກິດ ແລະ ວັດທະນາທຳ |