|
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ສຳນັກງານນາຍຍົກລັດທະມົນຕີ ເລກທີ 047/ນຍ
ນະຄອນຫລວງວຽງຈັນ, ວັນທີ 16.2.2009
ດຳລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ແຫ່ງຊາດ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ
-ອີງຕາມ ລັດຖະທຳມະນູນ ແຫາງ ສປປ ລາວ ສະບັບເລກທີ 25/ສພຊ, ລົງວັນທີ 06/05/2005. -ອີງຕາມ ກົດໝາຍວ່າດ້ວຍ ລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 27/ສພຊ, ລົງວັນທີ 06 ພຶດສະພາ 2003. -ອີງຕາມ ການຕົກລົງຂອງກອງປະຊຸມລັດຖບານ ສະໄໝສາມັນ ປະຈຳເດືອນ ກຸມພາ 2008 ໃນວັນທີ 20-21 ກຸມພາ 2008. -ອີງຕາມ ເອກະສານສະເໜີ ຂອງອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ສະບັບເລກທີ 056/ສນຍ-ອວຕຊ ລົງວັນທີ 26 ມັງກອນ 2009.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອອກດຳລັດ:
ມາດຕາ 1. ຮັບຮອງ ແລະ ປະກາດໃຊ້ນະໂຍບາຍແຫ່ງຊາດ ດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ ສະບັບ ເລກທີ 057/ອວຕ-ສນຍ, ລົງວັນທີ 26 ມັງກອນ 2009.
ມາດຕາ 2. ມອບໃຫ້ອົງການໄປສະນີ ແລະ ໂທລະຄົມແຫ່ງຊາດ ສົມທົບກັບພາກສ່ວນອື່ນໆທີ່ກ່ຽວຂ້ອງຈັດ ຕັ້ງຜັນຂະຫຍາຍ ແລະ ປະຕິບັດນະໂຍບາຍແຫ່ງຊາດ, ພ້ອມກັນນັ້ນມອບໃຫ້ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ເປັນຜູ້ຕິດ ຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງຜັນ ຂະຫຍາຍນະໂຍບາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.
ມາດຕາ 3. ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະຄອນຫລວງວຽງຈັນ, ຫົວໜ່ວຍທຸລະກິດ ແລະພາກສ່ວນ ກ່ຽວຂ້ອງຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ໃຫ້ໄດ້ ຮັບຜົນສຳເລັດເປັນຢ່າງດີ.
ມາດຕາ 4. ດຳລັດສະບັບນີ້ມີຜົນສັກສິດນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

|