Login Form



ການເຄື່ອນໄຫວຂອງ ອວຕຊ
ພິທີເຊັນສັນຍາ ກໍ່ສ້າງດາວທຽມ ລະບົບ ວິທະຍຸ-ໂທລະພາບ ແລະ ໂທລະຄົມມະນາຄົມ ລາວ-ຈີນ

ການເຊັນສັນຍາກໍ່ສ້າງດາວທຽມ ລະບົບ ວິທະຍຸໂທລະພາບ ແລະ ໂທລະຄົມມະນາຄົມລາວ ລະຫວ່າງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ແລະ ກຸ່ມບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ການບິນອາວະກາດ ຂອງ ສປ ຈີນ (CASC) ຕາງໜ້າໂດຍ ບໍລິສັດ ດາວທຽມ ໂທລະຄົມນາຄົມ ອາຊີ-ປາຊີຟິກ ຈີນ ຈຳກັດ ແລະ ບໍລິສັດ ອຸດສາຫະກຳ ກຳແພງເມືອງຈີນ.

ໂຄງການດາວທຽມລາວ ຮ່ວມມືກັບ ສປ ຈີນ ກໍ່ເປັນ ໂຄງການ ຍຸດທະສາດໜື່ງ ທີ່ມີຄວາມໝາຍ ສຳຄັນ ຕໍ່ກັບການ ພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ການຮ່ວມມື

Read more...
 
ຂະບວນຄາລາວານວິທະຍາສາດ ລາວ - ໄທ

ອົງກາ​ນ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ແຫ່ງ​ຊາດ (ອວຕຊ)​ ​ໄດ້​ຮ່ວມ​ກັບ ກະຊວງ​ວິທະຍາ ສາດ​​ແຫ່ງ ຣາຊາ​ອາ​ນາ​ຈັກ​ໄທ ຈັດ​ງານ ​ຄາ​ລາ​ວານ​ ວິທະຍາສາດ ຢູ່​ທີ່​​ໂຮງຮຽນ​ພອນ​ສະຫວັນ ​ແລະ ຊົນ​​ເຜົ່າ ​ມະຫາ​ວິທະ​ຍາ​ໄລ​ແຫ່ງ​ຊາດ ​ໃນ​ວັນ​ທີ 22-24 ກຸ​ມພາ 2010 ການຈັດ​ງານ​ຄັ້ງ​ນີ້​ພາຍ​​ໃຕ້​ການ​ເປັນ​ປະທານ​ຮ່ວມ ​ເຊິ່ງຕາງໜ້າ​ຝ່າຍ​ລາວ​ໂດ​ຍ ທ່ານ ສີ​ທະ ຜຸ​ຍະ​ວົງ ຫົວໜ້າ ຫ້ອງການ ອວຕຊ, ຕາງໜ້າ​ຝ່າຍ​ໄທ​​ໂດຍ ທ່ານນາງ ດຣ ສຸຈິ​ນດາ ​​ໂສ​ທິພາ​ນິດ ປະລັດ​ກະຊວງ ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ປະ​ເທດ​ໄທ ​ແລະ ມີ​ບັນດາ ຫົວໜ້າ, ຮອງ​ຫົວໜ້າ​ກົ​ມ, ສະຖາບັນ, ພະ​ແນ​ກ, ຄູ

Read more...
 
ການນຳ ອວຕຊ ລົງເຄື່ອນໄຫວວຽກງານໃນຂົງເຂດ ວິທະຍາສາດ, ເຕັກໂນໂລຊີ, ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ

ໃນ​ລະຫວ່າງ​ວັນ​ທີ 10-19 ກຸມພາ 2010 ທີ່​ຜ່ານ​ມາ ທ່ານ ສ​.ຈ. ດຣ. ບຸນ​ຕຽມ ຜິດ​ສ​ະໄໝ ລັດ​ຖະມົນຕີ​ ປະ​ຈຳ​ສຳນັກງານນາຍົກ ລັດຖະມົນຕີ, ຫົວໜ້າ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ (ອວຕຊ) ພ້ອມດ້ວຍ ຄະນະໄດ້ລົງເຄື່ອນໄຫວວຽກງານ ຢູ່ ແຂວງ ວຽງຈັນ ໃນຂົງເຂດວຽກງານ ວິທະຍາສາດ, ເຕັກໂນ ໂລຊີ, ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ. ເຊິ່ງ ການລົງເຄື່ອນໄຫວ ວຽກງານຄັ້ງນີ້ ແມ່ນໄດ້​ເຂົ້າຮ່ວມ ກອງປະຊຸມ ວິຊາການ ດ້ານ ວິທະຍາສາດ ເຕັກໂນໂລຊີ ທີ່ຫ້ອງປະຊຸມ ແຂວງ ວຽງຈັນ ພາຍໃຕ້ການເປັນ ປະທານຮ່ວມຂອງ ທ່ານ ສ.ຈ ດຣ ບຸນຕຽມ ພິດສະໄໝ

Read more...
 
ກອງປະຊຸມ ລັດຖະມົນຕີ ວ່າດ້ວຍການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທຄັ້ງທີ 4

ກອງປະຊຸມ ລັດຖະມົນຕີວ່າ ດ້ວຍການຮ່ວມມືດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ລາວ-ໄທ ຄັ້ງທີ 4 ລະຫວ່າງ ອົງການ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດລາວ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ລາຊະອານາຈັກໄທ ໄດ້ຈັດຂຶ້ນ ຢູ່ທີ່ ຣີສອດ ຈັນທະຫວິນ, ແຂວງ ຫຼວງພະບາງ, ໃນລະຫວ່າງ ວັນທີ 18-19 ກຸມພາ 2010 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຮ່ວມໂດຍ ຕາງໜ້າ ຝ່າຍລາວ ແມ່ນ ທ່ານ ສາດສະດາຈານ ດຣ. ບຸນຕຽມ ພິດສະໄໝ

Read more...
 
ການທຳລາຍສິນຄ້າປອມແປງລອກຮຽນແບບ ມູນຄ່າ 500 ກວ່າລ້ານກີບ

  ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22 ມັງກອນ 2010, ກົມ​ຊັບ​ສິນ​ທາງ​ປັນຍາ ມາດຕະຖານ ​ແລະ ວັດ​ແທກ  ຮ່ວມ ​ກັບ​ຂະ​ແໜງ​ການ​ຕ່າງໆ​ມີ: ສານ​ປະຊາຊົນ​ນະຄອນຫຼວງ, ກົມ​ຕຳຫຼວດ​ເສດຖະກິດ, ກົມ​ພາສີ, ກົມ​ການ​ຄ້າ​ພາຍ​ໃນ, ກົມ​ນະ​ໂຍບາຍ​ການ​ຄ້າ​ຕ່າງປະ​ເທດ,  ກົມ​ອາຫານ ​ແລະ ຢາ, ສະພາ ​ອຸດສາ​ຫະກຳ​ການ​ຄ້າ, ບໍລິສັດ​ຂຶ້ນທະບຽບ ຊັບ​ສິນ​ທາງ​ປັນຍາ, ຫ້ອງການ​ຜູ້ຕາງໜ້າ​ບໍລິສັດ ຢູນິ​ລິເວີປະຈຳ ​ລາວ ​ທີ່​ເປັນ​ຕົວ​ແທນ​ຮ້ອງ​ຮຽນ​ໃຫ້​

Read more...
 
<< Start < Prev 1 2 3 4 5 6 7 8 Next > End >>

Page 1 of 8